ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຶກ​ສາ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສັກ​ຢາ​ວັກ​ຊີນ ກັນ​ໂຄວິດ-19 ມີ​ປະ​ສິດ​ທິ​ຜົນ​ໜ້ອຍກວ່າ ໃນ​ໝູ່​ພວກ​ເດັກ​ນ້ອຍ ທີ່​ອາ​ຍຸ​ຍັງ​ເຍົາ​ໄວ


ແຟ້ມ - ທ້າວ​ຈູ​ລຽນ ຊາ​ລ​ກາ​ໂດ ອາ​ຍຸ 7 ປີ ໄດ້​ສັກ​ຢາ​ວັກ​ຊີນຟາຍ​ເຊີ​ກັນ​ໂຄວິດ-19 ​ເຂັມ​ທ​ີ​ສອງ ຈາກ​ໂຮງ​ໝໍ​ເດັກ​ນ້ອຍ Lurie Children's hospital ເມື່ອ​ວັນ​ທີ 11 ທັນ​ວາ 2021.
ແຟ້ມ - ທ້າວ​ຈູ​ລຽນ ຊາ​ລ​ກາ​ໂດ ອາ​ຍຸ 7 ປີ ໄດ້​ສັກ​ຢາ​ວັກ​ຊີນຟາຍ​ເຊີ​ກັນ​ໂຄວິດ-19 ​ເຂັມ​ທ​ີ​ສອງ ຈາກ​ໂຮງ​ໝໍ​ເດັກ​ນ້ອຍ Lurie Children's hospital ເມື່ອ​ວັນ​ທີ 11 ທັນ​ວາ 2021.

ການ​ສຶກ​ສາ​ຄົ້ນ​ຄວ້າ​ຢູ່​ທີ່​ສະ​ຫະ​ລັດ ກ່າວ​ວ່າ ການ​ສັກ​ຢາ​ວັກ​ຊີນ​ຟາຍ​ເຊີ 2 ເຂັມ ມີ​ປະ​ສິດ​ທິ​ພາບ​ໜ້ອຍກວ່າ ສຳ​ລັບ​ປ້ອງ​ກັນ​ພວກ​ເດັກ​ນ້ອຍ​ທີ່​ອາ​ຍຸ​ຍັງ​ອ່ອນ ປຽບ​ທຽບ​ໃສ່​ພວກ​ເດັກ​ນ້ອຍ​ທີ່​ອາ​ຍຸ​ຫຼາຍ​ແລ້ວ ແລະ​ພວກ​ຜູ້​ໃຫຍ່.

ພວກ​ນັກ​ຄົ້ນ​ຄວ້າ​ທີ່​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ​ລັດ​ນິວຢອກໄດ້​ປຽບ​ທຽມ​ຂໍ້​ມູນເກັບ​ກຳ​ມາ​ຈາກ​ພວກ​ເດັກ​ນ້ອຍ 850,000 ຄົນທີ່​ມີ​ອາ​ຍຸ​ແຕ່ 12 ຫາ 17 ປີ​ກັບຂໍ້​ມູນ​ທີ່​ເກັບ​ກຳ​ມາ ຈາກ​ພວກ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ລະ​ຫວ່າງ 5 ຫາ 11 ປີ ທີ່​ໄດ້ສັກ​ຢາ​ວັກ​ຊີນ ​ຢ່າງ​ຄົບ​ຖ້ວນ ລະ​ຫວ່າງວັນ​ທີ 13 ທັນ​ວາ 2021 ຫາ​ວັນ​ທີ 30 ມັງ​ກອນ​ປີນີ້ ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ພວມດີ້ນ​ຮົນ​ຕໍ່​ສູ້​ ກັບ​ການ​ລະ​ບາດ​ທີ່​ເພີ້ມ​ຂຶ້ນ​ຂອງ​ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ.

ການ​ສຶກ​ສາ​ຄົ້ນ​ຄວ້າ ​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ສິດ​ທິ​ຜົນ​ຂອງ​ຢາ​ວັກ​ຊີນ​ຕ້ານ​ການ​ເຈັບ​ປ່ວຍ​ທີ່​ຮ້າຍ​ແຮງ​ ແລະ​ເຂົ້າ​ໂຮງ​ໝໍ ໃນ​ໝູ່​ພວກ​ເດັກ​ນ້ອຍ​ ແມ່ນ​ຫຼຸດ​ລົງ​ຈາກ 100 ເປີ​ເຊັນ ມາ​ເປັນ 48 ເປີ​ເຊັນ ປຽບ​ທຽບ​ໃສ່​ການ​ຫຼຸດ​ລົງ​ຈາກ 85 ເປີ​ເຊັນ​ລົງ​ມາ​ເປັນ 73 ເປີ​ເຊັນ ສຳ​ລັບ​ພວກ​ເດັກ​ນ້ອຍ​ທີ່​ອາ​ຍຸ​ແກ່ກວ່າ.

ປະ​ສິດ​ທິ​ຜົນ​ຂອງ​ຢາ​ວັກ​ຊີນ​ຕໍ່​ການ​ຕິດ​ແປດ ຫຼຸດ​ຈາກ 68 ເປີ​ເຊັນ ລົງ​ມາ​ເປັນ​ພຽງ 12 ເປີ​ເຊັນ ໃນ​ໝູ່​ພວກ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ແຕ່ 5 ຫາ 11 ປີ ໃນ​ຂະ​ນະ​ທີ່​ມີ​ການ​ຫຼຸດ​ລົງ 66 ເປີ​ເຊັນ ມາ​ເປັນ 55 ເປີ​ເຊັນ ໃນ​ໝູ່​ພວກ​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 12 ຫາ 17 ປີ. ການ​ສຶກ​ສາ​ດັ່ງ​ກ່າວນີ້ ຍັງ​ບໍ່​ທັນ​ມີ​ການ​ທົບ​ທວນ​ໂດຍ​ພວກ​ນາຍ​ແພດ​ນຳ​ກັນ​ເທື່ອ.

ພວກ​ນັກ​ຄົ້ນ​ຄວ້າ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ເດັກ​ທີ່​ອາ​ຍຸ​ຍັງ​ນ້ອຍ ແມ່ນ​ສັກ​ຢາ​ວັກ​ຊີນ​ໃນ​ປະ​ລິ​ມານ​ພຽງ​ແຕ່ 10 ມີ​ໂກ​ຣ​ແກ​ຣມ ໃນ​ຂະ​ນະ​ທີ່​ພວກ​ເດັກ​ອາ​ຍຸ​ຫຼາຍ​ຂຶ້ນ​ໄດ້​ຮັບ​ໃນ​ປະ​ລິ​ມານ 30 ມີໂກ​ຣ​ແກ​ຣມ ຊຶ່ງ​ເປັນ​ປະ​ລິ​ມານ​ດຽວ​ກັນ​ທີ່​ສັກ​ໃຫ້​ພວກ​ຜູ້​ໃຫຍ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG