ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສຶກສາໃໝ່ ພົບວ່າ ພວກແມ່ຍິງ ແລະ ເພດອື່ນໆ ຖືກລ່ວງລະເມີດ ທາງເພດ ຫຼາຍຂຶ້ນ ຫຼັງຈາກ ເກີດໄພພິບັດ


ຊາວບ້ານຈຳນວນນຶ່ງ ທີ່ຖືກຍົກຍ້າຍມາພັກ ຢູ່ໃນສູນພັກພິງຊົ່ວຄາວ ຫຼັງຈາກເກີດໄພນ້ຳຖ້ວມ ຍ້ອນເຂື່ອນໄຟຟ້າພະລັງນ້ຳ ໃນແຂວງອັດຕະປື ແຕກ, ສປປ ລາວ, ວັນທີ 24 ກໍລະກົດ 2018.
ຊາວບ້ານຈຳນວນນຶ່ງ ທີ່ຖືກຍົກຍ້າຍມາພັກ ຢູ່ໃນສູນພັກພິງຊົ່ວຄາວ ຫຼັງຈາກເກີດໄພນ້ຳຖ້ວມ ຍ້ອນເຂື່ອນໄຟຟ້າພະລັງນ້ຳ ໃນແຂວງອັດຕະປື ແຕກ, ສປປ ລາວ, ວັນທີ 24 ກໍລະກົດ 2018.

ຄວາມຮຸນແຮງທາງເພດ ແລະການກະທຳທີ່ຮຸນແຮງຕໍ່ພວກແມ່ຍິງ ໄດ້ເພີ້ມສູງຂຶ້ນ ຫຼັງ
ຈາກເກີດໄພພິບັດທາງທຳມະຊາດ ໂດຍລະດັບຄວາມຫຍຸ້ງຍາກຈະເພີ້ມຂຶ້ນ ຍ້ອນວ່າ
ມີຄວາມຕຶງຄຽດ ຄວາມກົດດັນທາງດ້ານເສດຖະກິດ ແລະປັດໄຈອື່ນໆເປັນຕົ້ນ ອີງຕາມ
ການສຶກສາຄົ້ນຄວ້າ ໂດຍສະພາກາແດງສາກົນ.

ປະມານຈຳນວນ 1,800 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເຊັ່ນວ່າ ພາຍຸ
ແລະ ນ້ຳຖ້ວມ ຢູ່ໃນ ອິນໂດເນເຊຍ ລາວ ແລະ ຟີລິປິນ ໄດ້ຖືກສຳຫຼວດ ເພື່ອການສຶກ
ສາຄົ້ນຄວ້າ ເຊິ່ງອີງໃສ່ພື້ນຖານການຄົ້ນຄວ້າ ທີ່ໄດ້ເຮັດໄປແລ້ວ ໃນເມື່ອກ່ອນ ຢູ່ໃນ
ປະເທດ ອອສເຕຣເລຍ ການາດາ ຍີ່ປຸ່ນ ນິວຊີແລນ ແລະ ສະຫະລັດ.

ໂຄສົກຂອງສະພາກາແດງ ທ່ານ ແມັດຕິວ ໂຄແກຣນ ບອກວີໂອເອ ວ່າ ການສຶກສາ
ຄົ້ນຄວ້າໃໝ່ນີ້ ເປັນຄັ້ງທຳອິດ ທີ່ບໍ່ເຄີຍໄດ້ດຳເນີນການຢູ່ ໃນບັນດາປະເທດທີ່ກຳລັງ
ພັດທະນາ ໃນການຢືນຢັນຂໍ້ມູນ ກັບຜົນການສຶກສາໃນເມື່ອກ່ອນ ນັ້ນ.

ທ່ານ ໂຄແກຣນ ໄດ້ກ່າວວ່າ “ການສຳຫຼວດ ໄດ້ພົບວ່າ ພວກຄົນຢູ່ໃນຊຸມຊົນ ໃນ
ປະເທດທັງໝົດ ທີ່ໄດ້ລາຍງານໄປນັ້ນ ແລະ ແມ່ນວ່າ ໄດ້ມີຄວາມຫຍຸ້ງຍາກ ຍ້ອນ
ຄວາມຮຸນແຮງ ທີ່ເພີ້ມຂຶ້ນຢູ່ພາຍໃນຄອບຄົວ ແລະໃນການແຕ່ງງານແຕ່ຍັງນ້ອຍ.
ການສຶກສາຍັງໄດ້ພົບວ່າ ພວກຄົນເຫຼົ່ານັ້ນຍັງມີຄວາມເປັນຫ່ວງຫຼາຍ ກ່ຽວກັບ
ການຄ້າມະນຸດ ແລະ ການແອອັດເກີນໄປ ໃນທີ່ພັກອາໄສ ທີ່ໃຫ້ການຊ່ວຍເຫຼືອ
ໂດຍອົງການມະນຸດສະທຳ ແລະການບໍ່ໄດ້ຮັບຄວາມສະໜັບສະໜູນ ທີ່ສະໜອງ
ໃຫ້ພວກແມ່ຍິງ ແລະຜູ້ຊາຍ​ ຈາກກຸ່ມເພດສ່ວນນ້ອຍ.”

ທ່ານ ໂຄແກຣນ ກ່າວວ່າ ລາຍງານນີ້ ເປັນເທື່ອທຳອິດ ທີ່ໄດ້ສຳຫຼວດເບິ່ງຄວາມສ່ຽງ
ທາງເພດ ແລະຄວາມຮຸນແຮງທີ່ອີງຕາມເພດ ສຳລັບຜູ້ຊາຍ ເດັກຊາຍ ແລະກຸ່ມເພດ
ສ່ວນນ້ອຍ ເຊັ່ນພວກກະເທີຍ ແມ່ຍິງຮັກຮ່ວມເພດ ແລະ ພວກທີ່ປ່ຽນເພດ.

ທ່ານກ່າວວ່າ ຜູ້ຂຽນລາຍງານ ແມ່ນເປັນທີ່ຈະແຈ້ງ ໄດ້ສະແດງໃຫ້ເຫັນວ່າໄພພິບັດ
ບໍ່ໄດ້ກໍ່ໃຫ້ເກີດມີຄວາມຮຸນແຮງທາງເພດ ແລະການກະທຳທີ່ຮຸນແຮງອີງຕາມເພດ.
ມັນມີບັນຫາຢູ່ແລ້ວໃນປະຊາຄົມຕ່າງໆ ແລະບາງທີ ໃນສິ່ງທີ່ພວກເຂົາເຈົ້າໄດ້ກະທຳ
ແມ່ນເຮັດໃຫ້ມັນຮ້າຍແຮງລົງຕື່ມ ຫຼືເຮັດໃຫ້ເຫັນແຈ້ງຂຶ້ນກວ່າເກົ່າ ເທົ່ານັ້ນ.

ສະພາກາແດງສາກົນ ກ່າວວ່າ ຕ້ອງເຮັດຫຼາຍຂຶ້ນຕື່ມ ເພື່ອທີ່ຈະປົກປ້ອງພວກຄົນ ຈາກ
ການຖືກລ່ວງລະເມີດທາງເພດ ແລະການກະທຳຄວາມຮຸນແຮງຕໍ່ພວກແມ່ຍິງ ຫຼັງຈາກ
ເກີດໄພພິບັດຕ່າງໆ.

ອົງການນີ້ ແນະນຳວ່າ ຕ້ອງສ້າງພື້ນທີ່ ຢູ່ໃນສູນອົບພະຍົບຕ່າງໆ ເພື່ອແຍກພວກແມ່ຍິງ
ແລະພວກຜູ້ຊາຍ. ຕົນຮຽກຮ້ອງ ໃຫ້ແຍກຫ້ອງນ້ຳ ແລະໃຫ້ມີຫ້ອງນ້ຳທີ່ສາມາດປິດ
ລັອກໄດ້ ແລະ ໃຫ້ມີໄຟແຈ້ງພຽງພໍ ແລະ ຕົນກ່າວວ່າ ພວກທີ່ລອດຊີວິດຈາກການລ່ວງ
ລະເມີດທາງເພດ ຄວນໄດ້ຮັບການຮັກສາປິ່ນປົວ ແບບສະເພາະເຈາະຈົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG