ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ການສຶກສາຄົ້ນຄວ້າ ລະບຸວ່າ ການສູບຢາມີຄວາມສ່ຽງສູງ ທີ່ຈະເຂົ້າຮັບການປິ່ນປົວຢູ່ໃນໂຮງໝໍ ແລະເສຍຊີວິດຍ້ອນໂຄວິດ-19  


ຜູ້ຄົນພາກັນກວດເບິ່ງໂທລະສັບມືຖືຂອງຕົນເອງໃນຫ້ອງສູບຢາ ທີ່ສະຖານີ ຊິນາກາວາ (Shinagawa) ທ່າມກາງການລະບາດຂອງໄວຣັສໂຄໂລນາ (COVID-19), ໃນນະຄອນຫຼວງໂຕກຽວ, ປະເທດຍີປຸ່ນ, ວັນທີ 2 ສິງຫາ, ປີ 2021.
ຜູ້ຄົນພາກັນກວດເບິ່ງໂທລະສັບມືຖືຂອງຕົນເອງໃນຫ້ອງສູບຢາ ທີ່ສະຖານີ ຊິນາກາວາ (Shinagawa) ທ່າມກາງການລະບາດຂອງໄວຣັສໂຄໂລນາ (COVID-19), ໃນນະຄອນຫຼວງໂຕກຽວ, ປະເທດຍີປຸ່ນ, ວັນທີ 2 ສິງຫາ, ປີ 2021.

ການສຶກສາຄົ້ນຄວ້າໃໝ່ຂອງສະຫະລາດຊະອານາຈັກອັງກິດໄດ້ເປີດເຜີຍໃຫ້ເຫັນວ່າ ຄົນທີ່ສູບຢານັ້ນມີໂອກາດຫຼາຍກວ່າໃນການເຈັບປ່ວຍຮຸນແຮງຈາກພະຍາດໂຄວິດ-19 ແລະມີທ່າທາງທີ່ຈະເສຍຊີວິດຈາກພະຍາດດັ່ງກ່າວດ້ວຍ.

ບັນດານັກວິທະຍາສາດພ້ອມດ້ວຍກຸ່ມວິໄຈທາງພັນທຸກໍາຂອງທະນາຄານທາງດ້ານຊີວະວິທະຍາແຫ່ງສະຫະລາດຊະອານາຈັກອັງກິດ ຫຼື UK Biobank ໄດ້ທໍາການສໍາຫຼວດກັບອາສາສະໝັກຫຼາຍກວ່າ 420,000 ຄົນໃນລະຫວ່າງເດືອນມັງກອນຫາເດືອນສິງຫາປີ 2020, ແລະເກັບກໍາຂໍ້ມູນຈາກການໄປພົບທ່ານໝໍຂອງຄົນໄຂ້, ຜົນການກວດສອບໂຄວິດ-19, ການເຂົ້າຮັບການຮັກສາໃນໂຮງໝໍ ແລະໃບມໍລະນະບັດ ເພື່ອລະບຸຄວາມເຊື່ອມຕໍ່ກັນ ລະຫວ່າງການສູບຢາ ແລະການເຈັບປ່ວຍທີ່ຮຸນແຮງ ຈາກເຊື້ອໄວຣັສດັ່ງກ່າວ.

ຜົນການສຶກສາຄົ້ນຄວ້າທີ່ພິມເຜີຍແຜ່ໃນວາລະສານທາງການແພດໂຕແຣັກສ໌ (Thorax), ພົບວ່າ ຜູ້ທີ່ຍັງສູບຢາຢູ່ນັ້ນ ມີໂອກາດທີ່ຈະເຂົ້າໂຮງໝໍ ເຖິງ 80 ເປີເຊັນ ແລະມີໂອກາດທີ່ຈະເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍຂຶ້ນ.

ນັກວິໄຈນໍາໃຊ້ເທັກນິກທີ່ຮ້ອງວ່າ ເມັນເດີລຽນ (Mendelian) ດໍາເນີນການແບບບໍ່ຄ່ອຍຈະເກີດຂຶ້ນ ໂດຍໃຊ້ພັນທຸກໍາສາຍພັນໃໝ່ເພື່ອສະແດງປັດໄຈຄວາມສ່ຽງສະເພາະ, ໃນກໍລະນີນີ້ ສາຍພັນໃໝ່ທີ່ອາດຈະເຮັດໃຫ້ບາງຄົນນັ້ນສູບຢາໜັກຍິ່ງຂຶ້ນ, ເພື່ອໃຫ້ໄດ້ຫຼັກຖານທີ່ສະແດງເຖິງຄວາມກ່ຽວຂ້ອງກັນ.

ຜົນຂອງການສຶກສາຄົ້ນຄວ້າກ່າວວ່າ ບາງຄົນທີ່ພັນທຸກໍາມີທ່າອ່ຽງໄປໃນທາງສູບຢາມີຄວາມສ່ຽງໃນການຕິດເຊື້ອ 45 ເປີເຊັນ ແລະມີໂອກາດສູງທີ່ຈະເຂົ້າໄປຮັບການປິ່ນປົວໃນໂຮງໝໍຍ້ອນໂຄວິດ-19 ເຖິງ 60 ເປີເຊັນ.

ເນື່ອງຈາກຈໍານວນໂຕເລກຜູ້ທີ່ຕິດເຊື້ອໂຄວິດ-19 ຄ່ອຍໆຫຼຸດລົງມາ, ລັດຖະບານຍີປຸ່ນຈຶ່ງກຽມທີ່ຈະຍົກເລີກມາດຕະການສຸກເສີນໂຄວິດ-19 ໃນທົ່ວປະເທດທັງໝົດ ເຊິ່ງຈະມີຜົນ ໃນວັນພະຫັດມື້ອື່ນນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG