ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການສຶກສາ ກ່າວວ່າ ວັກຊີນໃໝ່ຂອງຟາຍເຊີຣ-ໄບໂອເອັນເທັກ ຢຸດຢັ້ງ ໂຄວິດ-19 ສາຍພັນບຣາຊີລ ໄດ້


ພະນັກງານສາທາລະນະສຸກຄົນນຶ່ງ ຖືຢາວັກຊີນກັນໂຄວິດ-ໂຄວິດ-19 ຂອງບໍລິສັດ Pfizer-BioNTech ຢູ່ທີ່ສູນກາງສັກຢາວັກຊີນ ໃນ ຈີບຣອລຕ້າ (Gibraltar), ວັນທີ 4 ມີນາ 2021.
ພະນັກງານສາທາລະນະສຸກຄົນນຶ່ງ ຖືຢາວັກຊີນກັນໂຄວິດ-ໂຄວິດ-19 ຂອງບໍລິສັດ Pfizer-BioNTech ຢູ່ທີ່ສູນກາງສັກຢາວັກຊີນ ໃນ ຈີບຣອລຕ້າ (Gibraltar), ວັນທີ 4 ມີນາ 2021.

ຢາວັກຊີນກັນໂຄວິດ-19 ຂອງບໍລິສັດຟາຍເຊີຣ-ໄບໂອເອັນເທັກ ສາມາດຢຸດຢັ້ງການແຜ່ລະບາດຢ່າງວ່ອງ ຂອງໄວຣັສໂຄໂຣນາສາຍພັນໃໝ່ ທີ່ໄດ້ພົບເຫັນຢູ່ໃນບຣາຊີລ ເມື່ອມໍ່ມານີ້ ອີງຕາມຜົນການສຶກສາຢູ່ທີ່ຫ້ອງທົດລອງ.

ບັນດານັກວິທະຍາສາດຢູ່ທີ່ບໍລິສັດຟາຍເຊີຣແລະມະຫາວິທະຍາໄລລັດເທັກຊັສ ໄດ້ເອົາເລືອດຈາກພວກຄົນຜູ້ທີ່ໄດ້ຮັບຢາວັກຊີນແລະປົນມັນໃສ່ກັບແບບສະບັບຂອງການປ່ຽນພັນປະດິດຂຶ້ນມາ ທີ່ເອີ້ນວ່າ ພີຈຸດນຶ່ງ ນັ້ນ. ພວກນັກຄົ້ນຄວ້າໄດ້ພົບເຫັນວ່າ ຢາວັກຊີນດັ່ງກ່າວ ກໍມີປະສິດທິຜົນຕໍ່ ໄວຣັສສາຍພັນບຣາຊີລ ປະມານເທົ່າກັນກັບໄວຣັສ ອື່ນໆ ທີ່ເປັນໄວຣັສປະເພດຕິດແປດໜ້ອຍກວ່າຂອງປີກາຍນີ້.

ຜົນການສຶກສາໄດ້ຖືກພິມອອກເຜີຍແຜ່ໃນວັນຈັນທີ່ຜ່ານມາ ໃນວາລະສານການແພດນິວ ອິງແກລນ.

ໃນການພັດທະນາທີ່ກ່ຽວຂ້ອງກັບຢາວັກຊີນອີກຊະນິດນຶ່ງນັ້ນ ກອງທຶນຊັບສິນແຫ່ງຊາດຂອງຣັດເຊຍ ຫຼື RDIF ໄດ້ລົງນາມໃນຂໍ້ຕົກລົງກັບບໍລິສັດເພສັດຊະກຳ ອາດີນນ໌ (Adienne) ທີ່ມີຫ້ອງການຕັ້ງຢູ່ໃນສະວິດເຊີແລນ ເພື່ອໃຫ້ຜະລິດຢາວັກຊີນກັນໄວຣັສໂຄໂຣນາ ສປຸດນິກ 5 ຂອງຣັສເຊຍ ຢ່າງຫຼວງຫຼາຍສຳລັບນຳໃຊ້ຢູ່ທະວີບຢູໂຣບໃນທີ່ສຸດ. ຢາວັກຊີນດັ່ງກ່າວ ຈະຖືກຜະລິດຢູ່ໂຮງງານຜະລິດຂອງບໍລິສັດອາດີນນ໌ ທີ່ຕັ້ງຢູ່ໃນນະຄອນມີລານຂອງອີຕາລີ ພາຍໃຕ້ຂໍ້ຕົກລົງທີ່ໄດ້ບັນລຸເມື່ອວັນອັງ ຄານຜ່ານມານີ້.

ສະຫະພາບຢູໂຣບ ຫຼື ອີຢູ ໄດ້ເຕືອນບັນດາປະເທດສະມາຊິກທັງຫຼາຍ ບໍ່ໃຫ້ຊື້ຢາວັກຊີນກັນໂຄວິດຂອງຣັສເຊຍ ໃນເມື່ອອີຢູ ຍັງບໍ່ທັນສຳເລັດການກວດເບິ່ງ ຢາວັກຊີນ ສປຸດນິກ 5 ເທື່ອ. ແຕ່ຜູ້ຄວບຄຸມຢາຂອງອີຢູ ຊຶ່ງເປັນອົງການການແພດຂອງຢູໂຣບ ໄດ້ຖືກຕ້ອງຕິຫຼາຍຂຶ້ນ ສຳລັບຂັ້ນຕອນ ໃນການອະນຸມັດທີ່ຊັກຊ້າ ພວກຢາວັກຊີນທັງຫຼາຍທີ່ກຳລັງຂໍອະຍາດຢາດນັ້ນ ໂດຍເຮັດໃຫ້ບາງປະເທດອະນຸມັດຢາວັກຊີນສປຸດນິກ 5 ແຕ່ພຽງຝ່າຍດຽວ.

ການສຶກສາທີ່ຜ່ານການກວດສອບໂດຍບັນດານັກວິທະຍາສາດໄດ້ຖືກພິມອອກເຜີຍແຜ່ໃນວາລະສານການແພດແລນເສັດ ເມື່ອເດືອນແລ້ວນີ້ ສະແດງໃຫ້ເຫັນວ່າ ຢາວັກຊີນ ສປຸດນິກ 5 ທີ່ສັກສອງໂດສ ແມ່ນມີປະສິດທິພາບເກືອບເຖິງ 92 ເປີເຊັນ ຕໍ່ອາການຕ່າງໆຂອງພະຍາດໂຄວິດ-19.

ໃນຂະນະທີ່ຢາວັກຊີນກັນໄວຣັສໂຄໂຣນາອອກມາໃຫ້ສາທາລະນະໃຊ້ຫຼາຍຂຶ້ນເລື້ອຍໆ ອຸດສາຫະກຳດ້ານການບິນຂອງສະຫະລັດ ກຳລັງຮຽກຮ້ອງຕໍ່ລັດຖະບານທ່ານໄບເດັນ ໃຫ້ຮ່າງມາດຕະຖານໃໝ່ສຳລັບເອກະສານເດີນທາງ ໃຫ້ແກ່ພວກນັກເດີນທາງ ເພື່ອຢືນຢັນວ່າ ພວກເຂົາເຈົ້າໄດ້ກວດຫາເຊື້ອໄວຣັສ ແລະໄດ້ສັກຢາວັກຊີນກັນໂຄວິດ-19 ແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG