ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນຄວ້າເປີດເຜີຍໃຫ້ເຫັນວ່າ ຢາວັກຊີນກັນໂຄວິດ-19 ຂອງຟາຍເຊີ ມີປະສິດທິພາບ 90 ເປີເຊັນ ບໍ່ໃຫ້ຜູ້ຄົນໄດ້ເຂົ້າໂຮງໝໍ ສູງເຖິງຫົກເດືອນ


ພະນັກງານການແພດກະກຽມຢາວັກຊີນ 1 ໂດສ ສໍາລັບໂຄໂຣນາໄວຣັສຟາຍເຊີ ທີ່ສູນສັກຢາວັກຊີນໃນເມືອງເຊຊາລ, ປະເທດປອກຕຸຍການ, ວັນທີ 11 ກັນຍາ, ປີ 2021.
ພະນັກງານການແພດກະກຽມຢາວັກຊີນ 1 ໂດສ ສໍາລັບໂຄໂຣນາໄວຣັສຟາຍເຊີ ທີ່ສູນສັກຢາວັກຊີນໃນເມືອງເຊຊາລ, ປະເທດປອກຕຸຍການ, ວັນທີ 11 ກັນຍາ, ປີ 2021.

ການສຶກສາຄົ້ນຄວ້າໃໝ່ເປີດເຜີຍໃຫ້ເຫັນວ່າ ຢາວັກຊີນສອງໂດສ ປ້ອງກັນໂຄວິດ-19 ທີ່ພັດທະນາໂດຍ ຟາຍເຊີ ແລະໄບໂອເອັນເທັກ ມີປະສິດທິພາບເຖິງ 90 ເປີເຊັນ ໃນການປ້ອງກັນບໍ່ໃຫ້ຄົນໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍ ອັນເນື່ອງມາຈາກໄວຣັສ ໄດ້ດົນເຖິງ 6 ເດືອນ ຫຼັງຈາກໄດ້ຮັບການສັກຢາເຂັມທີສອງ.

ນັກຄົ້ນຄວ້າຈາກບໍລິສັດຟາຍເຊີ ແລະກຸ່ມບໍລິສັດທາງດ້ານການເບິ່ງແຍງສຸຂະພາບຂອງສະຫະລັດ ກາຍເຊີ ເພີມາເນັນທ໌ (Kaiser Permanente) ໄດ້ທໍາການສັງເກດຕິດຕາມການບັນທຶກກ່ຽວກັບປະຊາຊົນຈໍານວນ 3 ລ້ານ 4 ແສນຄົນ ຜູ້ທີ່ເປັນສະມາຊິກໂຄງການປະກັນສຸຂະພາບ ແລະໃຫ້ບໍລິການທາງດ້ານສຸຂະພາບໃນຄາລິຟໍເນຍໃຕ້ຂອງກາຍເຊີ ລະຫວ່າງເດືອນທັນວາ, ປີ 2020 ຫາເດືອນສິງຫາ, ປີ 2021 ນີ້.

ຜົນການສຶກສາຄົ້ນຄວ້າໄດ້ພິມເຜີຍແຜ່ໃນວາລະສານທາງການແພດ ລານເຊັທ (Lancet) ໃນມື້ວັນຈັນທີ່ຜ່ານມາ, ພ້ອມນັ້ນ ຍັງເປີດເຜີຍວ່າຢາວັກຊີນແມ່ນມີປະສິດທິພາບເຖິງ 93 ເປີເຊັນ ໃນການຕໍ່ຕ້ານໄວຣັສສາຍພັນໃໝ່ເດລຕ້າທີ່ມີການແຜ່ເຊື້ອໄດ້ສູງເປັນເວລາຢ່າງໜ້ອຍ 6 ເດືອນ ຫຼັງຈາກການສັກຢາເຂັມທີສອງແລ້ວ.

ແຕ່ພວກນັກຄົ້ນຄ້ວາ ຍັງໄດ້ພົບວ່າ ປະສິດທິພາບຂອງຢາວັກຊີນໃນການປ້ອງກັນການຕິດເຊື້ອ ຫຼຸດລົງມາເຫຼືອພຽງ 88 ເປີເຊັນໃນນຶ່ງເດືອນຫຼັງຈາກສໍາເລັດແຜນການມາເປັນ 47 ເປີເຊັນຫຼັງຈາກຫົກເດືອນ.

ການສຶກສາຄົ້ນຄວ້າໃໝ່ໄດ້ມີການພິມເຜີຍແຜ່ໃນມື້ດຽວກັນກັບທີ່ໜ່ວຍງານກໍາກັບຢາຂອງສະຫະພາບຢູໂຣບອະນຸມັດໃນການສັກຢາວັກຊີນປ້ອງກັນໂຄວິດ-19 ເພີ້ມຂອງຟາຍເຊີ ແລະໄບໂອເອັນເທັກ ສໍາລັບຜູ້ທິ່ມີອາຍຸ 18 ປີຂຶ້ນໄປ, ແຕ່ປ່ອຍໃຫ້ແຕ່ລະປະເທດ ຕັດສິນໃຈເອງວ່າ ຈະມີການແນະນໍາໃຫ້ສັກຢາຢ່າງແຜ່ຫຼາຍ ຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG