ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ TI ນຳເຜີຍແຜ່ ດັດຊະນີ ສໍ້ລາດບັງຫຼວງ ປີ 2012 (ວີດິໂອ)


ການສຶກສາຄົ້ນຄວ້າ ຂອງອົງການ Transparency International ກ່ຽວກັບການສໍ້ລາດບັງຫຼວງຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ.
ການສຶກສາຄົ້ນຄວ້າ ຂອງອົງການ Transparency International ກ່ຽວກັບການສໍ້ລາດບັງຫຼວງຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ.
ອົງການຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫລວງ​ຂອງ​ໂລກ ​ໄດ້​ຮຽກຮ້ອງ​ໃຫ້​
ລະມັດ ລະວັງ ຕໍ່ອັນ​ທີ່​ທາງ​ອົງການ​ດັ່ງກ່າວ​ເອີ້ນວ່າ ການຮັບ​ສິນ​
ບົນ ການ​ໃຊ້​ອໍານາດ​ເຖື່ອນ ​ແລະການ​ຕໍ່​ລອງ​ກັນ​ໃນທາງລັບ
“​ລະດັບສູງ” ຢູ່​ໃນ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ອົງການຄວາມ​ໂປ່​ງ​ໃສນາໆ​ຊາດ ຫລື Tranparency International ໄດ້​ພິມ​ເຜີຍ​ແຜ່ໃນ​ວັນ​ພຸດ​ມື້​ນີ້​ ດັດຊະນີກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ປີ 2012 ​ໂດຍຈັດ​ລະດັບ​ປະ​ເທດ​ຕ່າງໆ ດ້ວຍ​ຄະ​ແນນ​ແຕ່ 0 ຫາ 100 ໂດຍ​ອີງ​ຕາມ​ລະດັບການສໍ້​ລາດ​ບັງ​ຫລວງ.

ການ​ສຶກສາຂອງ​ອົງການ​ດັ່ງກ່າວ ​ໄດ້ຈັດ​ໃຫ້ ປະ​ເທດ​ Denmark,
Finland ​ແລະ New Zealand ​ເປັນ​ປະ​ເທດ ທີ່​ມີ​ການ​ສໍ້​ລາດ​ບັງ
​ຫລວງໜ້ອຍ​ທີ່​ສຸດ​ໃນ​ໂລກ ​ໂດຍ​ໄດ້​ຮັບ​ 90 ຄະ​ແນນ ຕິດຕາມດ້ວຍ Sweden ທີ່​ໄດ້​ຮັບ 88 ຄະ​ແນນ. ປະ​ເທດ​ທີ່​ສໍ້​ລາດ​ບັງ​ຫລວງຫລາຍ​ທີ່​ສຸດ ​ຢູ່​ໃນ​ບັນຊີ​ລາຍ​ຊື່ກໍຄື Somalia, ​ເກົາຫຼີ​ເໜືອ ​ແລະອັຟກາ​ນິສ ຖານ ທີ່​ໄດ້​ຮັບ​ 8 ຄະ​ແນນ Sudan ​13 ຄະ​ແນນ ​ແລະ​ມຽນມາ 15 ຄະ​ແນນ.

ສະຫະລັດ ​ໄດ້​ຮັບ​ 73 ຄະ​ແນນ ຈີນ 39 ຄະ​ແນນ ​ແລະ​ອີ​ຣ່ານ 28 ຄະ​ແນນ. ທ່ານ Robin Hodess ຜູ້ອຳນວຍການ​ຝ່າຍຄົ້ນ​ຄົ້ວແລະ​ສຶກສາຂອງ ກຸ່ມກ່າວ​ວ່າ ດັດຊະນີ ນີ້
ສະ​ແດງ​ໃຫ້ພວກ​ຜູ້​ນໍາ​ເຫັນວ່າ ບັນດາ​ນັກຊ່ຽວ ຊານ​ແລະ​ນັກທຸລະກິດ ​ເຫັນ​ການ​ສໍ້​ລາດ​ບັງຫລວງ​ ຢູ່​ໃນປະ​ເທດ​ຂອງ​ເຂົາ​ເຈົ້າ​ແບບ​ໃດ​ແລະ​ຊ່ວຍເຮັດໃຫ້ເປັນ​ທີ່​ແນ່ນອນ​ວ່າຄວນ​ມີ​ການ​ເອົາ ຜິດ​ຕໍ່ຜູ້​ທີ່​ມີ​ຄວາມຮັບຜິດຊອບນັ້ນ.

​ການ​ສຶກສາ​ດັ່ງກ່າວແມ່ນຮວບຮວມ​ຂໍ້​ມູນຈາກ 13 ​ແຫ​ລ່ງ ຮວມ​ທັງ ທະນາຄານພັດທະ
ນາອາ​ຟຣິກາ ທະນາຄານ​ໂລກ ​ແລະອົງການ​ສະພາເສດຖກິດ​ໂລກ.

ປະທານອົງການ​ຄວາມ​ໂປ່​ງ​ໃສ​ນາໆ​ຊາດ ທ່ານ Huguette Labelle ຮຽກຮ້ອງ​ໃຫ້ບັນ
ດາລັດຖະບານຕ່າງໆ ຮວມ​ເອົາ​ມາດ​ຕະການ​ຕໍ່ຕ້ານ​ການ​ສໍ້​ລາດບັງ​ຫລວງ ​ເຂົ້າ​ໃສ່​ການ​ຕັດສິນ​ໃຈ​ຂອງ​ພວກ​ເຂົ​າ​ເຈົ້າ​ໂດຍແນໃສ່​ກົດ​ລະບຽບການ​ໃຫ້ກູ້​ຢືມ​ທາງການເມື​ອງ ການ​ໃຊ້​ຈ່າຍ​ເງິນຂອງ ​ລັດຖະບານ​ແບບ​ໂປ່​ງ​ໃສ ​ແລະ​ຮັບຜິດ​ຊອບ​ຕໍ່ສາທາລະນະ.

Singapore ​ໄດ້​ຮັບ 57 ຄະ​ແນນ Australia ​ໄດ້​ຮັບ 85 ຄະ​ແນນ​ແລະ​ຍີປຸ່ນ ​ໄດ້ 74 ຮວມ​ທັງ New Zealand ​ເປັນ​ປະ​ເທດທີ່​ມີ​ການ​ສໍ້​ລາດ​ບັງຫລວງ​ໜ້ອຍທີ່​ສຸດ ​ໃນ​ເຂດ​ເອ​ເຊຍ​ປະຊິ​ຟິກ. ສ່ວນລາວ​ໄດ້ ຮັບ 21 ຄະ​ແນນ ກໍາປູ​ເຈຍ ​ໄດ້ 22 ຄະ​ແນນ ທີ່​ຕົກ​ຢູ່​ ເກືອບ​ລາກ ທ້າຍ​ຂອງບັນຊີລາຍ​ຊື່. ເບິ່ງວີດິໂອກ່ຽວຂ້ອງເລື້ອງນີ້
XS
SM
MD
LG