ການສຶກສາຄົ້ນຄວ້າໃໝ່ທີ່ດຳເນີນໂດຍບໍລິສັດວິໄຈທາງດ້ານການປ້ອງກັນຊາດ ໄດ້ຊີ້ໃຫ້ເຫັນວ່າ ການໂຈມຕີຂອງພວກກໍ່ການຮ້າຍ ຢູ່ທົ່ວໂລກໄດ້ຫລຸດລົງ 33 ເປີເຊັນໃນປີ 2018 ແລະຈຳນວນຄົນເສຍຊີວິດຍ້ອນການກໍ່ການຮ້າຍ ໄດ້ຫລຸດລົງສູ່ລະດັບຕ່ຳສຸດ ໃນຮອບສິບປີ.
ສູນກາງສຶກສາດ້ານການກໍ່ການຮ້າຍ ແລະການກໍ່ກະບົດຂອງເຈນ (Jane) ໃນວັນພຸດວານນີ້ ໄດ້ເປີດເຜີຍດັດຊະນີການໂຈມຕີທົ່ວໂລກປະຈຳປີ ຂອງສູນກາງດັ່ງກ່າວໂດຍເວົ້າວ່າ ນຶ່ງໃນບັນດາເຫດຜົນຫລັກທັງຫລາຍ ທີ່ເຮັດໃຫ້ເຫດການໂຈມຕີ ແລະຈຳນວນຄົນເສຍຊີວິດຫລຸດລົງ ກໍຄືການຫລຸດລົງຂອງການກໍ່ຄວາມຮຸນແຮງຢູ່ໃນຊີເຣຍ ບ່ອນທີ່ລັດຖະບານໄດ້ເຂົ້າໄປຄວບຄຸມເອົາເຂດແດນ ທີ່ແຕ່ກ່ອນຖືກພວກນັກລົບຂອງກຸ່ມລັດອິສລາມ ຫລື IS ຍຶດຄອງໄວ້ນັ້ນ.
ການໂຈມຕີຂອງກຸ່ມ IS ໃນປີ 2018 ໄດ້ຫລຸດລົງ 75 ເປີເຊັນ ເມື່ອທຽບໃສ່ປີ 2017.
ການສຶກສາຄົ້ນຄວ້ານັ້ນ ຍັງເວົ້າອີກວ່າ ນອກຈາກໄດ້ເສຍດິນແດນຢູ່ໃນຊີເຣຍແລ້ວ ກຸ່ມ IS ຍັງໄດ້ຮັບຜົນກະທົບຈາກການເສຍໄຊຢູ່ໃນອີຣັກທີ່ "ເຫັນໄດ້ວ່າ ມັນເຮັດໃຫ້" ຄວາມສາມາດໃນການປະຕິບັດງານຂອງພວກນັກລົບຫົວຮຸນແຮງ ຫລຸດລົງ ອີກ ຊຶ່ງໄດ້ບັງຄັບໃຫ້ພວກເຂົາຕ້ອງປ່ຽນໄປຫາ "ການປະຕິບັດການກໍ່ກະບົດ ໃນລະດັບທີ່ມີຄວາມຮ້າຍແຮງຕ່ຳ."
ໂດຍທີ່ມີການກໍ່ຄວາມຮຸນແຮງຫລຸດລົງໃນຊີເຣຍ, ອັຟການິສຖານ ໄດ້ກາຍມາເປັນປະເທດ ທີ່ເປັນອັນຕະລາຍຫລາຍທີ່ສຸດຂອງໂລກ ໃນປີ 2018 ໃນເລື້ອງການເສຍຊີວິດທີ່ບໍ່ກ່ຽວຂ້ອງກັບການສູ້ລົບທາງທະຫານ. ສູນກາງຂອງເຈນກ່າວ ອີກວ່າ ການໂຈມຕີໄດ້ຖີບຕົວສູງຂຶ້ນເກືອບຮອດສາມສິບກວ່າເປີເຊັນ ໃນປີກາຍ ນີ້ ໃນຂະນະທີ່ມີຄົນຕາຍເພີ້ມຂຶ້ນ 80 ເປີເຊັນ.
ແຕ່ຢ່າງໃດກໍຕາມ ຢູ່ໃນຢູເຄຣນນັ້ນ ກັບມີການກໍ່ຄວາມຮຸນແຮງເພີ້ມຂຶ້ນຢ່າງເຫັນໄດ້ຊັດເຈນ. ຢູ່ໃນພາກຕາເວັນອອກຂອງປະເທດ ທີ່ເປັນບ່ອນຢູ່ອາໄສຂອງຂະບວນການແບ່ງແຍກດິນແດນ ທີ່ໄດ້ຮັບການໜຸນຫລັງຈາກຣັດເຊຍນັ້ນ, ການໂຈມຕີໄດ້ເພີ້ມຂຶ້ນ 18.4 ເປີເຊັນໃນປີຜ່ານມາ. ບົດລາຍງານນັ້ນ ໃຫ້ເຫດຜົນວ່າ ສາເຫດທີ່ພາໃຫ້ມີການໂຈມຕີເພີ້ມຂຶ້ນ "ເກືອບທັງໝົດແມ່ນ" ເປັນຍ້ອນກຸ່ມແບ່ງແຍກດິນແດນ ທີ່ສະໜັບສະໜຸນຣັດເຊຍສອງກຸ່ມ ປະຕິບັດງານຢູ່ໃນເຂດ ດອນບາສ (Donbas) ຢູ່ພາກຕາເວັນອອກຂອງຢູເຄຣນ ທີ່ມີຂະບວນການ ແບ່ງແຍກດິນແດນ ເຂັ້ມແຂງທີ່ສຸດນັ້ນ.
ບົດລາຍງານດັ່ງກ່າວເວົ້າອີກວ່າ ຕົນໄດ້ບັນທຶກການໂຈມຕີ 15,321 ຄັ້ງ ໃນປີ 2018 ຊຶ່ງພາໃຫ້ມີຈຳນວນຄົນເສຍຊີວິດທີ່ບໍ່ກ່ຽວຂ້ອງກັບການສູ້ລົບທັງໝົດທາງທະຫານ 13,483 ຄົນ.
ສູນກາງຂອງເຈນໄດ້ເລີ້ມພິມເຜີຍແຜ່ບົດລາຍງານຂອງຕົນອອກມາຕັ້ງແຕ່ປີ 2009. ສູນກາງນີ້ເວົ້າວ່າ ການສຶກສາຄົ້ນຄວ້າໃນປີ 2018 ໄດ້ສະແດງໃຫ້ເຫັນວ່າ ມີຈຳນວນການຕາຍຕ່ຳທີ່ສຸດ ນັບຕັ້ງແຕ່ສູນກາງດັ່ງກ່າວໄດ້ເລີ້ມເຮັດບົດລາຍງານອອກມາໃນ 10 ປີກ່ອນ.