ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຶກ​ສາ ຄົ້ນ​ພົບ​ວ່າ ມີ​ການ​ລ່ວງ​ລະ​ເມີດ ຕໍ່​ຜູ້​ເປັນ​ແມ່ ໃນ​ລະ​ຫວ່າງ ການ​ເກີດ​ລູກ


ນາງ​ພະ​ຍາ​ບານບອກ​ບັນ​ດາ​ແມ່​ຍິງ ກ່ຽວ​ກັບ ຂັ້ນ​ຕອນ​ຕ່າງໆ​ທີ່​ເຂົາ​ເຈົ້າ​ອາດ​ເຮັດ ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ຕາຍຈາກ​ໂຣກ​ແຊກ​ຊ້ອນ​ຂອງ​ການ​ຖື​ພາ ແລະ ການ​ເກີດ​ລູກ. ມັງ​ກອນ 2011
ນາງ​ພະ​ຍາ​ບານບອກ​ບັນ​ດາ​ແມ່​ຍິງ ກ່ຽວ​ກັບ ຂັ້ນ​ຕອນ​ຕ່າງໆ​ທີ່​ເຂົາ​ເຈົ້າ​ອາດ​ເຮັດ ເພື່ອຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ການ​ຕາຍຈາກ​ໂຣກ​ແຊກ​ຊ້ອນ​ຂອງ​ການ​ຖື​ພາ ແລະ ການ​ເກີດ​ລູກ. ມັງ​ກອນ 2011

ຜູ້​ຍິງ​ທີ່​ເປັນແມ່ຫົວ​ສາວ ຫຼາຍກວ່າ​ນຶ່ງ​ສ່ວນ​ສາມ​ໃນ​ປະ​ເທດ​ທີ່​ທຸກ​ຍາກ ແມ່ນ​ໄດ້​ຖືກ
​ລ່ວງ​ລະ​ເມີດ​ໃນ​ລະ​ຫວ່າງ​ການ​ເກີດ​ລູກ, ອີງ​ຕາມ​ການ​ສຶກ​ສາ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ພຸດ
ມື້ນີ້ ໃນ​ວາ​ລະ​ສານ​ການ​ແພດ The Lancet.

ການ​ສຶກ​ສາ​ດັ່ງ​ກ່າວ, ເຊິ່ງ​ໄດ້​ດຳ​ເນີນ​ການ​ໃນ​ປະ​ເທດ ກາ​ນາ, ກີ​ນີ, ມຽນ​ມາ ແລະ ໄນ​
ຈີ​ເຣຍ ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ພົບ​ວ່າ ແມ່​ຍິງ​ 42 ເປີ​ເຊັນ ໄດ້​ປະ​ສົບ​ກັບ​ການ​
ລະ​ເ​ມີດ​ທາງ​ຮ່າງ​ກາຍ ຫຼື ວ​າ​ຈາ ຫຼື ການ​ດູ​ໝິ່ນໃນ​ຮູບ​ໃດ​ນຶ່ງ ຫຼື ການ​ແບ່ງ​ແຍກ​ຢູ່​ສະ
​ຖານ​ທີ່​ສຸ​ຂະ​ພາບ​ແມ່.

ການ​ສຶກ​ສາ​ຍັງ​ໄດ້​ຄົ້ນ​ພົບ​ການ​ເກີດ​ລູກ​ດ້ວຍ​ການ​ປາດ​ທ້ອງ, ການກວດອະ​ໄວ​ຍະ​ວະ
​ເພດ​ຍິງ ແລະ ຂັ້ນ​ຕອນ​ອື່ນໆ​ທີ່​ຖືກ​ປະ​ຕິ​ບັດ​ໂດຍບໍ່​ໄດ້​ຮັບ​ການ​ຍິນຍອມ​ຈາກ​ຄົນ​ໄຂ້.

ຈາກ​ແມ່​ຍິງ 2,016 ຄົນ​ທີ່​ຖືກ​ສຳຫຼວດ​ສຳ​ລັບ​ການ​ສຶກ​ສາ​ນັ້ນ, 14 ເປີ​ເຊັນ​ໄດ້​ກ່າວ​ວ່າ
ເຂົາ​ເຈົ້າ​ຖືກ​ຕີ, ຖືກ​ຕົບ ຫຼືບໍ່​ກໍ​ຖືກ​ຊົກ​ໃນ​ລະ​ຫວ່າງ​ການ​ເກີດ​ລູກ. ແມ່​ຍິງ​ປະ​ມານ 38
ເປີ​ເຊັນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຖືກ​ລະ​ເມີດ​ດ້ວຍ​ວາ​ຈາ, ສ່ວນ​ໃຫຍ່​ດ້ວຍ​ການ​ຖືກ​ຮ້ອງ
​ໃສ່, ເຍາະ​ເຢີ້ຍ ຫຼື ຮ້ອງ​ດ່າ.

ການ​ຕັດ​ເພື່ອ​ຂະ​ຫຍາຍ​ປາກ​ຊ່ອງ​ຄອດ​ໃນ​ການ​ເກີດ​ລູກ​ ໃນ​ລະ​ດັບ​ທີ່​ໜ້າ​ເປັນ​ຫ່ວງ
75 ເປີ​ເຊັນ ແມ່ນ​ໄດ້​ຖືກ​ປະ​ຕິ​ບັດ​ໂດຍບໍ່​ໄດ້​ຮັບ​ການ​ຍິນຍອມ. ຂັ້ນ​ຕອນ​ດັ່ງ​ກ່າວ​ປະ​
ກອບ​ມີ​ການ​ຜ່າ​ປາດ ​ເພື່ອ​ຂະ​ຫຍາຍ​ປາກ​ຂອງ​ອະ​ໄວ​ຍາ​ວະ​ເພດ.

ບັນ​ດາ​ຜູ້​ຂຽນ​ໃນ​ການ​ສຶກ​ສາ​ດັ່ງ​ກ່າວ ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່ ນຳ​ເອົາ​ຜູ້​ທີ່​ປະ
​ຕິ​ບັດ​ໃນ​ທາງ​ທີ່ບໍ່​ຖືກ​ຕ້ອງ​ຕໍ່​ແມ່​ຍິງ​ໃນ​ລະ​ຫວ່າງ ​ການ​ເກີດ​ລູກ​ມາ​ຮັບ​ຜິດ​ຊອບ. ເຂົາ​
ເຈົ້າ​ຍັງ​ໄດ້​ຮ​ຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ ​ກຳ​ນົດ​ນະ​ໂຍ​ບາຍ​ທີ່​ຈະ​ແຈ້ງ ແລະ ແຫຼ່ງ​ຊັບ​ພະ
​ຍາ​ກອນ​ທີ່​ພຽງ​ພໍ ເພື່ອ​ຮັບ​ປະ​ກັນ​ວ່າ ແມ່​ຍິງ​ມີ​ບ່ອນ​ທີ່​ປອດ​ໄພ​ໃນ​ການ​ເກີດ​ລູກ.

ໃນ​ບັນ​ດາ​ບາດ​ກ້າວ​ທີ່​ສະ​ເພາະ​ເຈາະ​ຈົງ ​ທີ່​ຖືກ​ສະ​ເໜີ​ໂດຍ​ການ​ສຶກ​ສາ​ນັ້ນ​ແມ່ນ ຮັບ​
ປະ​ກັນ​ວ່າ ​ຂັ້ນ​ຕອນ​ການ​ແພດ​ທຸກໆ​ຂັ້ນ​ຕອນ ຈະຖືກ​ປະ​ຕິ​ບັດ​ໃນ​ເວ​ລາ​ທີ່​ໄດ້​ຮັບ​ການ
​ຍິນຍອມ​. ອະ​ນຸ​ຍາດ​ໃຫ້​ຄົນ​ໄຂ້​ມີ​ໝູ່​ທີ່​ເຂົາ​ເຈົ້າ ​ມັກ​ຢູ່​ໃນ​ຫ້ອງ​ເກີດ​ລູກ, ອອກ​ແບບ​ຫ້ອງ​
ພະ​ຍາ​ບານ​ສຳ​ລັບ​ແມ່​ຄືນ​ໃໝ່ ເພື່ອ​ສະ​ໜອງ​ຄວາມ​ເປັນ​ສ່ວນ​ຕົວ​ໃຫ້ຫຼາຍ​ທີ່​ສຸດ ແລະ
ຮັບ​ປະ​ກັນ​ວ່າ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ສະ​ຖານ​ທີ່​ຮັກ​ສາ​ສຸ​ຂະ​ພາບ​ບ່ອນ​ໃດ​ ປ່ອຍ​ໃຫ້​ມີການ
​ລ່ວງ​ລະ​ເມີດ​ທາງ​ຮ່າງ​ກາຍ ຫຼື ວາ​ຈາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG