ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຶກ​ສາ​ພົບ​ເຫັນ​ໂລກ​ມີ​ອຸນ​ຫະ​ພູມ​ສູງ​ຂຶ້ນ​ໃນ​ລະ​ດັບ​ທີ່​ເປັນ​ສະ​ຖິ​ຕິ ແຕ່ບໍ່​ມີຫຼັກ​ຖານ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ໄວ​ກວ່າ​ເກົ່າ


ເດັກ​ນ້ອຍ ປາ​ກິ​ສ​ຖານ, ຂວາ, ຫົດ​ນ້ຳ​ໃສ່​ຕົນ​ເອງ ໃນ​ຂະ​ນະ​ທີ່​ອີກ​ຄົນ​ນຶ່ງ​ກຳ​ລັງ​ປ້ຳ​ນ້ຳ​ໃນ​ເມືອງ ລາ​ຮໍ, ປາ​ກິ​ສ​ຖານ, 28 ພຶດ​ສະ​ພາ 2024.
ເດັກ​ນ້ອຍ ປາ​ກິ​ສ​ຖານ, ຂວາ, ຫົດ​ນ້ຳ​ໃສ່​ຕົນ​ເອງ ໃນ​ຂະ​ນະ​ທີ່​ອີກ​ຄົນ​ນຶ່ງ​ກຳ​ລັງ​ປ້ຳ​ນ້ຳ​ໃນ​ເມືອງ ລາ​ຮໍ, ປາ​ກິ​ສ​ຖານ, 28 ພຶດ​ສະ​ພາ 2024.

ລາຍ​ງານ​ສະ​ບັບ​ໃໝ່ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ຂອງໂລກ​ເວົ້າ​ວ່າ ກິດ​ຈະ​ກຳ​ຂອງ​ມະ​ນຸດ​ຈະ​ດັນ​ໂລກ​ໃຫ້​ມີ​ອຸນ​ຫະ​ພູມ​ກາຍ 1.5 ອົງ​ສາ​ແຊ​ລ​ຊຽ​ສ ເຊິ່ງ​ແມ່ນ​ເກນ​ທີ່​ສາ​ມາດ​ຮັບ​ເອົາ​ໄດ້​ສຳ​ລັບ​ການ​ອຸ່ນ​ຂຶ້ນ​ຂອງ​ໂລກ​ ພາຍ​ໃນ 5 ປີ.

ຂໍ້​ມູນ​ທີ່​ຖືກ​ເກັບ​ກຳ​ໂດຍ​ກຸ່ມ​ຂອງ​ນັກ​ວິ​ທະ​ຍາ​ສາດ​ສະ​ພາບ​ອາ​ກາດ​ສາ​ກົນຫຼາຍ ກວ່າ 50 ຄົນ​ໄດ້​ເປີ​ດ​ເຜີຍ​ວ່າ ອຸນ​ຫະ​ພູມ​ຂອງ​ໂລກ​ໄດ້​ເພີ່ມ​ຂຶ້ນ 1.43 ອົງ​ສາ​ແຊ​ລ​ຊຽ​ສ ຍ້ອນ​ການ​ປະ​ສົມ​ປະ​ສານ​ຂອງ​ການ​ສືບ​ຕໍ່​ຈູດ​ຖ່ານ​ຫີນ, ນ້ຳ​ມັນ ແລະ ແກັ​ສ​ທຳ​ມະ​ຊາດ ແລະ ການກັບ​ມາ​ເກີດ​ຄືນ​ຂອງ​ສະ​ພາບ​ອາ​ກາດ El Nino ທີ່​ສ້າງ​ຄວາມ​ອຸ່ນ​ຂຶ້ນ​ທົ່ວ​ພາກ​ກາງ​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ແລະ ແຜ່​ໄປ​ທົ່ວ​ໂລກ.

ການ​ຄົ້ນ​ພົບ​ດັ່ງ​ກ່າວ​ແມ່ນ​ຖືກ​ເປີດ​ເຜີຍ​ໃນ​ວັນ​ພຸດ​ວານນີ້ ຢູ່​ວາ​ລະ​ສາ​ມາດ​ວິ​ທະ​ຍາ​ສາດ​ຊື່​ວ່າ Earth System Science Data ຫຼື ຂໍ້​ມູນ​ວິ​ທະ​ຍາ​ສາດ ກ່ຽວ​ກັບ ລະ​ບົບ​ຂອງ​ໂລກ.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຍັງ​ໄດ້​ຄົ້ນ​ພົບ​ວ່າ ອຸນ​ຫະ​ພູມ​ຂອງ​ໂລກ​ໄດ້​ເພີ່ມ​ຂຶ້ນ 1.19 ອົງ​ສາ​ແຊ​ລ​ຊຽ​ສ ໃນ​ລະ​ຫວ່າງ​ທົດ​ສະ​ວັດ​ຂອງ​ປີ 2014 ແລະ 2023.

ທ່ານ ເພຍ​ສ ຟອ​ສ​ເຕີ, ນັກ​ວິ​ທະ​ຍາ​ສາດ ກ່ຽວ​ກັບ ​ສະ​ພາບ​ອາ​ກາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Leeds ຂອງ ອັງ​ກິດ, ເຊິ່ງ​ໄດ້​ປະ​ສານ​ງານ​ການ​ສຶກ​ສາ​ນັ້ນ​ກ່າວ​ວ່າ “ອຸນ​ຫະ​ພູມ​ໂລກ ແມ່ນ​ຍັງ​ມຸ່ງ​ໜ້າ​ໄປ​ສູ່​ທິດ​ທາງ​ທີ່ບໍ່​ຖືກ​ຕ້ອງ ແລະ ໄວ​ກວ່າ​ທີ່​ເຄີຍ​ເປັນ​ມາ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG