ຜູ້ໃຫຍ່ແມ່ນມີນໍ້າໜັກເພີ້ມຂຶ້ນ ໂດຍສະເລ່ຍ 1/2 ກິໂລກຣາມ ຫລື ປະມານ 1 ປອນຕໍ່ປີ ແລະປະເພດອາຫານທີ່ພວກເຂົາເຈົ້າກິນແມ່ນປັດໃຈສໍາຄັນ ໃນການເຮັດໃຫ້ນໍ້າໜັກເພີ້ມ
ຂຶ້ນນັ້ນ.
ດຣ. ດາຣີອຸສ ໂມຊັຟຟາຣຽນ (Dr. Dariush Mozaffarian) ທີ່ໂຮງຮຽນແພດສາດ
ຂອງມະຫາວິທະຍາໄລຮາເຫວີດ ຫລື Harvard School of Public Health ກ່າວວ່າ:
“ມັນເປັນການຍາກຫລາຍສໍາລັບບຸກຄົນທໍາມະດາສາມັນ ທີ່ຈະສາມາດສັງເກດເຫັນໄດ້,
ແຕ່ວ່າໃນໄລຍະ 20 ປີ ນໍ້າໜັກຈະເພີ້ມຂຶ້ນ 20 ປອນ ຫລື 10 ກິໂລກຣາມ ແລະ
ເພາະສະນັ້ນ ມັນຈຶ່ງເປັນບັນຫາທາງດ້ານການແພດທີ່ໃຫຍ່ຫລວງ”.
ດຣ. ດາຣີອຸສ ໂມຊັຟຟາຣຽນ ຊຶ່ງເປັນຜູ້ນໍາພາການຄົ້ນຄວ້າ
ທີ່ດໍາເນີນໂດຍໂຮງຮຽນແພດ
ສາດຂອງມະຫາວິທະຍາໄລ
ຮາເຫວີດ ເວົ້າວ່າອາຫານທີ່
ພາໃຫ້ນໍ້າໜັກເພີ້ມຂຶ້ນນັ້ນ
ກໍແມ່ນອາຫານຈໍາພວກທາດ
ແປ້ງ ຊຶ່ງໃນນັ້ນປະເພດທີ່
ເຮັດໃຫ້ຮ່າງກາຍອ້ວນໄວທີ່
ສຸດກໍຄື ມັນຝຣັ່ງ ຫລື
potatoes --ບໍ່ວ່າຈະມັນ
ຝຣັ່ງອົບ, ໝົກ, ຕົ້ມ, ບົດຫລື ຈືນ ກໍຕາມ. ຖ້າພວກເຮົາກິນມັນເປັນປະຈໍາທຸກວັນ ບໍ່ວ່າ
ຈະປຸງແຕ່ງແບບໃດກິນກໍດີ ແມ່ນສາມາດພາໃຫ້ຜູ້ໃຫຍ່ມີນໍ້າໜັກເພີ້ມຂຶ້ນ ຫລາຍກວ່າເຄິ່ງ
ກິໂລ ຊຶ່ງກໍຄື 0.68 kg ຫລື 1 ປອນເຄິ່ງ ໃນແຕ່ລະ 4 ປີ.
ເພື່ອຄວບຄຸມນໍ້າໜັກນັ້ນໃຫ້ໄດ້ໃນໄລຍະຍາວນັ້ນ ພວກນັກຄົ້ນຄວ້າເວົ້າວ່າ ຄວນຈະ
ເນັ້ນໃສ່ການກິນອາຫານທີ່ ຖືກຕ້ອງ ດີກວ່າການ ກິນໜ້ອຍຊຶ່ງເປັນການຊີ້ແນະວ່າ ປະເພດອາຫານທີ່ພວກເຮົາກິນ ແມ່ນສໍາຄັນຫລາຍກວ່າ ປະລິມານທາດຄາໂລຣີຢູ່ໃນ
ອາຫານນັ້ນອີກ.
ດຣ. ດາຣີອຸສ ໂມຊັຟຟາຣຽນ ເວົ້າວ່າ:“ອາຫານທີ່ພາໃຫ້ນໍ້າໜັກຂຶ້ນຫລາຍທີ່ສຸດ ແມ່ນ
ຊີ້ນ ຕິດຕາມດ້ວຍອາຫານປະເພດເມັດ ທີ່ໄດ້ຖືກສີເປືອກອອກໃຫ້ກ້ຽງດີ, ແລະກໍຂອງ
ຫວານ. ສິ່ງທີ່ໜ້າແປກໃຈກໍຄືວ່າ ອາຫານປະເພດເມັດທີ່ໄດ້ຖືກສີເປືອກອອກໃຫ້ກ້ຽງ
ດີເຊ່ນ ເບເກິລ ຫລື ເຂົ້າຈີ່ທີ່ເຮັດດ້ວຍແປ້ງຂາວນັ້ນ ແມ່ນເຮັດໃຫ້ນໍ້າໜັກຂຶ້ນຄືກັນກັບ
ຂອງຫວານ.”
ເຄື່ອງດື່ມທີ່ໃສ່ນໍ້າຕານ ແລະແມ່ນແຕ່ນໍ້າໝາກໄມ້ 100% ເຕັມ ກໍພາໃຫ້ນໍ້າໜັກຂຶ້ນເຊ່ນ
ກັນ.
ຄລິກບ່ອນນີ້ເພື່ອເບິ່ງວີດີໂອ ພາສາລາວ
ນາງ ລໍຣາ ເຈຟເຟີສ໌ (Laura Jeffers) ທີ່ເປັນນັກວິຊາການດ້ານການກິນອາຫານ ທີ່ໄດ້
ຮັບການຈົດທະບຽນປະຈໍາຢູ່ທີ່ຄລີນິກເມືອງ Cleveland ຫລື Cleveland Clinic ເວົ້າວ່າ
ນາງບໍ່ໄດ້ເຂົ້າຮ່ວມໃນການສຶກສາຄົ້ນຄວ້ານັ້ນ ແຕ່ກໍເຊື່ອວ່າ ການຄົ້ນພົບນີ້ ແມ່ນຢືນຢັນໃນ
ສິ່ງທີ່ພວກນັກວິຊາການດ້ານການກິນອາຫານແລະດ້ານໂພຊະນາການ ໄດ້ຮູ້ກັນມາຕັ້ງ
ຫລາຍປີແລ້ວ ກ່ຽວກັບເຄື່ອງດື່ມທີ່ມີນໍ້າຕານນັ້ນ.
ນາງ ລໍຣາ ເຈຟເຟີສ໌ ກ່າວວ່າ:
“ໂດຍພື້ນຖານແລ້ວຂ້ອຍ
ມັກລົມກັບພວກຄົນເຈັບ
ທັງຫລາຍວ່າ ພວກເຮົາຈະ
ຫລຸດຜ່ອນປະລິມານຂອງ
ທາດຄາໂລຣີ ທີ່ພວກເຮົາ
ໄດ້ຮັບຈາກເຄື່ອງດື່ມນັ້ນ
ລົງໄດ້ບໍ່? ນັ້ນແມ່ນວິທີ
ການທີ່ງ່າຍດາຍທີ່ສຸດວິທີ
ນຶ່ງທີ່ຈະເຮັດໄດ້ ແລະການສຶກສາຄົ້ນຄວ້ານີ້ ກໍສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ມີ
ນໍ້າຕານນັ້ນ ມີສ່ວນເຮັດໃຫ້ນໍ້າໜັກຂຶ້ນ.”
ແຕ່ວ່າ ຜົນສຶກສາຄົ້ນຄວ້ານີ້ສ່ວນນຶ່ງ ຊໍ້າຜັດກົງກັນຂ້າມກັບຄວາມຄິດທີ່ພວກເຮົາມັກຄິດກັນ.
ຄືມີການພົບເຫັນວ່າອາຫານ ທີ່ມີທາດຄາໂລຣີສູງຫລາຍປະເພດ ພາໃຫ້ນໍ້າໜັກເພີ້ມຂຶ້ນ
ໜ້ອຍກວ່າ ຖ້າພວກເຮົາກິນມັນໃນປະລິມານເພີ້ມຂຶ້ນ ໂດຍສະເພາະແລ້ວກໍແມ່ນອາຫານ
ປະເພດໝາກຖົ່ວ, ອາຫານປະເພດເມັດທີ່ບໍ່ໄດ້ຖືກຂັດສີເປືອກອອກ, ນົມສົ້ມ ຫລື yogurt,
ໝາກໄມ້ ແລະຜັກ ທັງໝົດນັ້ນແມ່ນລ້ວນແລ້ວແຕ່ພາໃຫ້ນໍ້າໜັກ ເພີ້ມຂຶ້ນໜ້ອຍທັງນັ້ນ.
ການສຶກສາຄົ້ນຄວ້າຍັງໄດ້ພົບເຫັນວ່າ ແບບແຜນດໍາລົງຊີວິດ ກໍເປັນປະເດັນສໍາຄັນຄືກັນ
ເຊ່ນ ການເຮັດກິດຈະກໍາທີ່ໃຊ້ກໍາລັງກາຍປະຈໍາວັນ, ການອອກກໍາລັງກາຍ ແລະແບບ
ແຜນການຫລັບນອນ ກໍແມ່ນປັດໃຈສໍາຄັນເຊ່ນກັນ ໃນໂຄງການຄວບຄຸມນໍ້າໜັກ:
ດຣ. ດາຣີອຸສ ໂມຊັຟຟາຣຽນ ແຫ່ງໂຮງຮຽນແພດສາດຂອງມະຫາວິທະຍາໄລຮາເຫວີດ
ອະທິບາຍວ່າ: “ອັນຕະລາຍກໍຄືວ່າ ຖ້າທ່ານຫາກບໍ່ເອົາໃຈໃສ່ເບິ່ງນໍາສິ່ງເລັກໆນ້ອຍໆ
ຂອງແບບແຜນການດໍາລົງຊີວິດເຫລົ່ານີ້ ທ່ານກໍອາດຈະມີນໍ້າໜັກເພີ້ມຂຶ້ນ...ແລະເພີ້ມ
ຂຶ້ນຢ່າງຊ້າໆ ນານໆໄປ ແລະໂດຍບໍ່ຮູ້ສຶກຕົວ. ແລະນັ້ນກໍຄືສິ່ງທີ່ພວກເຮົາໄດ້ພົບເຫັນ
ໃນການແຜ່ລະບາດຂອງພະຍາດອ້ວນພີຈົນເກີນໄປ. ກົງກັນຂ້າມ ຖ້າຫາກທ່ານໃຫ້
ຄວາມເອົາໃຈໃສ່ ແລະເນັ້ນໃສ່ແບບແຜນການດໍາລົງຊີວິດທີ່ຖືກຕ້ອງ ທ່ານກໍຈະບໍ່ມີ
ນໍ້າໜັກເພີ້ມຂຶ້ນແບບນັ້ນ.”
ການສຶກສາຄົ້ນຄວ້າບັ້ນນີ້
ຍັງສະແດງໃຫ້ເຫັນອີກວ່າ
ການກິນອາຫານບາງຢ່າງ
ບວກໃສ່ກັບການນັ່ງນອນ
ເບິ່ງໂທລະພາບເປັນເວລາ
ດົນນານ ແລະກໍຫລັບນອນ
ໜ້ອຍເລື້ອຍໆ ຈົນກາຍ
ເປັນອາຈີນນັ້ນ ກໍມີສ່ວນ
ເຮັດໃຫ້ນໍ້າໜັກເພີ້ມຂຶ້ນໄດ້
ໃນໄລຍະຍາວເຊ່ນກັນ.
ແຕ່ກົງກັນຂ້າມ, ພວກນັກ
ຄົ້ນຄວ້າພາກັນແປກໃຈທີ່ໄດ້
ພົບວ່າ ພວກທີ່ກິນນົມສົ້ມ
ຫລື yogurt ໃນປະລິມານ
ທີ່ເກີນກໍາໜົດທີ່ຄວນກິນປະຈໍາວັນ--ໂດຍບໍ່ກ່ຽວຂ້ອງວ່າມັນຈະມີທາດໄຂມັນຫລາຍປານ
ໃດກໍຕາມນັ້ນ ມັກຈະມີນໍ້າໜັກຫລຸດລົງເກືອບ ½ ກິໂລກຣາມ ຫລື 1 ປອນ ໃນແຕ່ລະ
4 ປີ.