ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄົ້ນຄວ້າ ພົບວ່າ ພິດຈາກແມງມຸມ ອອສເຕຣເລຍ ສາມາດຊ່ວຍຊີວິດຂອງຄົນ ເປັນຫົວໃຈວາຍໄດ້


ພາບແມງມຸມອອສເຕຣເລຍທີ່ເປັນອັນຕະລາຍຮ້າຍແຮງທີ່ມີໃຍ ເປັນຄືຮູບຈວຍທີ່ໄດ້ຮັບມາຈາກສວນສາທາລະນະ Reptile Park ອອສເຕຣເລຍໃນວັນທີ 24 ມີນາ, 2021
ພາບແມງມຸມອອສເຕຣເລຍທີ່ເປັນອັນຕະລາຍຮ້າຍແຮງທີ່ມີໃຍ ເປັນຄືຮູບຈວຍທີ່ໄດ້ຮັບມາຈາກສວນສາທາລະນະ Reptile Park ອອສເຕຣເລຍໃນວັນທີ 24 ມີນາ, 2021

ພິດຈາກແມງມຸມອອສເຕຣເລຍທີ່ເປັນອັນຕະລາຍຮ້າຍແຮງທີ່ສຸດອັນນຶ່ງຂອງໂລກ ສາມາດຊ່ວຍຊີວິດຜູ້ເຄາະຮ້າຍຈາກການເປັນໂຣກຫົວໃຈວາຍໄດ້. Phil Mercer ມີລາຍງານມາຈາກ Sydney, ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການປິ່ນປົວທີ່ອາດສາມາດຊ່ວຍຊີວິດຜູ້ເຄາະຮ້າຍຈາກການເປັນໂຣກຫົວໃຈວາຍໄດ້ນັ້ນ ໄດ້ຖືກພົບເຫັນຢູ່ໃນແຫຼ່ງທີ່ບໍ່ໜ້າຈະເປັນໄປໄດ້- ນັ້ນກໍຄື ພິດຂອງແມງມຸມທີ່ເປັນອັນຕະລາຍທີ່ສຸດອັນນຶ່ງຂອງໂລກ.

ອົງການອະນາໄມໂລກກ່າວວ່າພະຍາດຫຼອດເລືອດຫົວໃຈເປັນສາເຫດຕົ້ນຕໍຂອງການເສຍຊີວິດຢູ່ໃນທົ່ວໂລກ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດປະມານ 17 ລ້ານ 9 ແສນຄົນໃນແຕ່ລະປີ.

Dr. John Lasala, ອໍານວຍການຂອງຫ້ອງທົດລອງຫົວໃຈ Cath ຢູ່ໂຮງໝໍຊາວຢິວ Barnes-ອະທິບາຍກ່ຽວກັບເສັ້ນເລືອດໃຫນຫົວໃຈໂດຍໃຊ້ແບບຈໍາລອງຂອງຫົວໃຈຄົນ (ພາບໂດຍ AP Photo/Tom Gannam)
Dr. John Lasala, ອໍານວຍການຂອງຫ້ອງທົດລອງຫົວໃຈ Cath ຢູ່ໂຮງໝໍຊາວຢິວ Barnes-ອະທິບາຍກ່ຽວກັບເສັ້ນເລືອດໃຫນຫົວໃຈໂດຍໃຊ້ແບບຈໍາລອງຂອງຫົວໃຈຄົນ (ພາບໂດຍ AP Photo/Tom Gannam)

ນັກຄົ້ນຄວ້າຈາກມະຫາວິທະຍາໄລຄວີນສແລນ (Queensland) ໄດ້ຄົ້ນພົບວ່າສານພິດຈາກແມງມຸມເກາະເຟຣເຊີ (Fraser Island) ທີ່ມີໃຍເປັນຮູບຈວຍ ຢູ່ທາງພາກຕາເວັນອອກຂອງອອສເຕຣເລຍ ປະກອບດ້ວຍສິ່ງທີ່ສາມາດເປັນໂມເລກຸນ, ຫຼື peptide ທີ່ແປວ່າ ຕ່ອງໂສ້ໂມເລກູນໂປຣຕິນຍາວ ທີ່ຊ່ວຍຊີວິດຄົນໄວ້ໄດ້.

ໂດຍທີ່ຮູ້ຈັກກັນໃນນາມ Hi1a, ມັນສາມາດຂັດຂວາງອັນທີ່ເອີ້ນວ່າສັນຍານການຕາຍທີ່ສົ່ງໄປຫາເຊລ ຫຼັງຈາກຫົວໃຈຖືກກະທົບ, ເມື່ອການໄຫຼວຽນຂອງເລືອດໄປຫາຫົວໃຈຫຼຸດລົງ. ອັນນີ້ສົ່ງຜົນເຮັດໃຫ້ກ້າມຊີ້ນຂອງຫົວໃຈຂາດອອກຊີເຈນ, ເຮັດໃຫ້ເຊລກາຍເປັນກົດອາຊິດ, ແລະສົ່ງຂໍ້ຄວາມການຕາຍໄປຫາເຊລຂອງຫົວໃຈ.

ເຖິງວ່າຈະໄດ້ທໍາການຄົ້ນຄ້ວາມາໄດ້ຫຼາຍທົດສະວັດແລ້ວກໍຕາມ, ນັກວິທະຍາ ສາດບໍ່ສາມາດພັດທະນາຢາທີ່ຢຸດສັນຍານສົ່ງບອກໃນການຕາຍນີ້ໄດ້. ນັກຊ່ຽວຊານອອສເຕຣເລຍ ໄດ້ກ່າວວ່າ ນັ້ນຄືສາເຫດນຶ່ງ ທີ່ເຮັດໃຫ້ພະຍາດຫົວໃຈສືບຕໍ່ເປັນສາເຫດຂອງການເສຍຊີວິດຢູ່ໃນທົ່ວໂລກ.

ດຣ. ແຊຣາ ຊີວເອີ (Sarah Scheuer), ເປັນນັກຄົ້ນຄວ້າທີ່ສະຖາບັນຄົ້ນຄ້ວາຫົວໃຈວິກຕໍ ຈາງ (Victor Chang), ເຊິ່ງເປັນສ່ວນນຶ່ງຂອງການສຶກສາຄົ້ນຄວ້າ ກ່ຽວກັບພິດຂອງແມງມຸມ.

ທ່ານນາງກ່າວວ່າການຄົ້ນພົບຍັງສາມາດຊ່ວຍຄົນເຈັບທີ່ປ່ຽນຖ່າຍອະໄວຍະວະ ໄດ້ອີກດ້ວຍ ຊຶ່ງທ່ານນາງກ່າວດັ່ງນີ້:
“ພວກເຮົາກໍາລັງໃຊ້ peptide ຫລືຕ່ອງໂສ້ໂມເລກູນໂປຣຕິນຍາວທີ່ນ້ອຍເປັນພິເສດ ທີ່ເອົາມາຈາກສ່ວນນ້ອຍໆຂອງພິດແມງມຸມທີ່ມີໃຍເປັນຮູບຈວຍ. ເອີ, ສິ່ງທີ່ພວກເຮົາພົບເຫັນກໍແມ່ນວ່າ peptide ນີ້ສາມາດຊ່ວຍປົກປ້ອງຫົວໃຈ ບ່ອນທີ່ຂາດເລືອດໄປສະໜອງໃຫ້ ຫຼືຂາດການໄຫຼຂອງເລືອດ. ແລະພວກເຮົາພົບວ່າ ອັນນີ້ ສາມາດໃຊ້ໄດ້ທັງບໍ່ພຽງແຕ່ໃນການປ່ຽນຫົວໃຈເທົ່ານັ້ນ, ສະນັ້ນເມື່ອຫົວໃຈຂອງຜູ້ເອົາຫົວໃຈໃຫ້ອອກຈາກຮ່າງກາຍໄປ ຢູ່ໃນລະຫວ່າງຂັ້ນຕອນການຖ່າຍຫົວໃຈຢູ່ນັ້ນ. ມັນຍັງເປັນໄດ້ສູງທີ່ຈະໃຊ້ໃນຜູ້ເຄາະຮ້າຍຈາກພະຍາດຫົວໃຈວາຍ ເພື່ອຊ່ວຍຫຼຸດຜ່ອນຄວາມເສຍຫາຍທີ່ເກີດຂຶ້ນນັ້ນໄດ້.”

ນັກຄົ້ນຄວ້າຊາວອອສເຕຣເລຍເຊື່ອວ່າ ໂມເລກຸນຈາກພິດແມງມຸມ ສະກັດກັ້ນຄວາມສາມາດຂອງຫົວໃຈບໍ່ໃຫ້ຮັບຮູ້ກົດອາຊິດໄດ້ ຫຼັງຈາກຫົວໃຈຖືກກະທົບ, ຊຶ່ງເປັນການລົບກວນຂໍ້ຄວາມທີ່ສົ່ງບອກວ່າຕາຍ.

ພວກເຂົາເຈົ້າໄດ້ເວົ້າວ່າວິໄສທັດຂອງເຂົາເຈົ້າສໍາລັບອະນາຄົດ ກໍຄືໃຫ້ກົດ Hi1a ໄດ້ຮັບການຄຸ້ມຄອງໃຊ້ໂດຍໜ່ວຍກູ້ໄພຂັ້ນທໍາອິດຢູ່ໃນລົດໂຮງໝໍ.

ການຄົ້ນພົບນີ້ ສ້າງຂຶ້ນບົນພື້ນຖານການເຮັດວຽກຄົ້ນຄວ້າກ່ອນໜ້ານີ້ທີ່ພົບເຫັນທາດໂປຣຕີນຂະໜາດນ້ອຍຢູ່ໃນພິດຂອງແມງມຸມເກາະເຟຣເຊີ (Fraser Island) ທີ່ມີໃຍເປັນຮູບຈວຍ ທີ່ເຮັດໃຫ້ຄົນເຈັບຫາຍດີຂຶ້ນ ຈາກການເປັນພະຍາດເສັ້ນເລືອດອຸດຕັນໃນສະໝອງ ຫລື stroke.

ທາດໂປຣຕີນໄດ້ຖືກທົດສອບຢູ່ໃນຈຸລັງຂອງຫົວໃຈມະນຸດ, ແລະທີມງານອອສເຕຣເລຍມີເປົ້າໝາຍທີ່ຈະເລີ່ມທົດລອງທາງດ້ານຄລີນິກທັງສຳລັບພະຍາດເສັ້ນເລືອດອຸດຕັນໃນສະໝອງ ແລະພະຍາດຫົວໃຈ ພາຍໃນສອງຫາສາມປີ ຂ້າງໜ້ານນີ້.

ການຄົ້ນຄ້ວາໄດ້ຖືກຕີພິມລົງໃນວາລະສານເຊີຄູເລເຊິນ (Circulation).

ອ່ານກ່ຽວກັບລາຍງານນີ້ເປັນພາສາອັງກິດ

XS
SM
MD
LG