ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຫຼາຍກວ່າ 100,000 ຄົນ ເສຍຊີວິດຍ້ອນ ໝອກຄວັນໃນ ອິນໂດເນເຊຍ


ຜູ້ຊາຍຄົນໜຶ່ງພາຍເຮືອໃນແມ່ນ້ຳ Siak ໃນຂະນະທີ່ໝອກ
ຄວັນຈາກໄຟໄໝ້ປ່າປົກຄຸມເມືອງ Pekanbaru, ແຂວງ Riau, ອິນໂດເນເຊຍ. 5 ຕຸລາ, 2015.
ຜູ້ຊາຍຄົນໜຶ່ງພາຍເຮືອໃນແມ່ນ້ຳ Siak ໃນຂະນະທີ່ໝອກ ຄວັນຈາກໄຟໄໝ້ປ່າປົກຄຸມເມືອງ Pekanbaru, ແຂວງ Riau, ອິນໂດເນເຊຍ. 5 ຕຸລາ, 2015.

ບັນດານັກຄົ້ນຄວ້າ ກ່າວວ່າ ຄວັນໝອກໜາ ທີ່ເກີດຈາກການຈູດເຜົາປ່າ ໂດຍມະນຸດ ຢູ່ ໃນອິນໂດເນເຊຍ ເບິ່ງຄືວ່າ ເປັນສາເຫດເຮັດໃຫ້ມີການເສຍຊີວິດ ກ່ອນກຳນົດ ຫຼາຍກວ່າ 100,000 ຄົນ ຢູ່ໃນອິນໂດເນເຊຍ ພ້ອມດ້ວຍ ປະເທດເພື່ອນບ້ານ ມາເລເຊຍ ແລະ ສິງ ກະໂປ.

ບັນດານັກວິທະຍາສາດ ຈາກມະຫາວິທະຍາໄລ Harvard ແລະ Columbia ຂອງ ສະ ຫະລັດ ທີ່ນຳໃຊ້ຕົວແບບການວິເຄາະທີ່ສະລັບສັບຊ້ອນ ຊຶ່ງໄດ້ຕົວເລກຈຳນວນຜູ້ທີ່ເສຍ ຊີວິດດັ່ງກ່າວມາ ທີ່ຫຼາຍເກີນກວ່າ ຈຳນວນຕົວເລກຂອງທາງການ ອິນໂດເນເຊຍ ທີ່ໄດ້ ລາຍງານ ພຽງ 19 ຄົນ ທີ່ໄດ້ເສຍຊີວິດ ຈາກໝອກຄວັນ.

ການສຶກສາຄົ້ນຄວ້ານີ້ ມີກຳນົດຈະຖືກພິມລົງ ໃນວາລະສານ Environmental Research Letters.

ການຈູດເຜົາປ່າ ແມ່ນມີຂຶ້ນແຕ່ລະປີ ຢູ່ໃນປ່າຂອງອິນໂດເນເຊຍ ແລະ ຖືວ່າເປັນການບຸກ ເບີກພື້ນທີ່ ຢູ່ໃນຜືນແຜ່ນດິນທີ່ອຸດົມສົມບູນດ້ວຍສານ ກາບອນ ທີ່ວ່ອງໄວ ແລະ ຖືກທີ່ສຸດ ທາງໜຶ່ງ ສຳລັບການປູກຝັງຕົ້ນປາມ ແລະ ການປູກຝັງຕົ້ນໄມ້ ເພື່ອໃຊ້ເປັນຂີ້ເລື່ອຍສຳ ລັບເຮັດເຈ້ຍ.

ທ່ານ Rajasekhar Bals ນັກຊ່ຽວຊານ ວິສະວະກອນດ້ານສິ່ງແວດລ້ອມ ຢູ່ທີ່ມະຫາວິທະ ຍາໄລແຫ່ງຊາດຂອງສິງກະໂປ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ທ່ານຫວັງວ່າການສຶກສາ ຄົ້ນຄວ້າດັ່ງກ່າວ ຈະເປັນການ “ປຸກໃຫ້ຕື່ນຕົວ” ສຳລັບ ອິນໂດເນເຊຍ ເພື່ອໃຫ້ເອົາມາດ ຕະການ ຫລຸດຜ່ອນການຈູດປ່າ ແລະ ສຳລັບ ການຮ່ວມມືໃນພາກພື້ນ ເພື່ອແກ້ໄຂບັນຫາ ທີ່ຈະຕິດຕາມມາ ຕໍ່ສຸຂະພາບຂອງສາທາລະນະຊົນ.

ໝອກຄວັນດັ່ງກ່າວ ໄດ້ເຮັດໃຫ້ສາຍສຳພັນ ລະຫວ່າງ ອິນໂດເນເຊຍ ແລະ ບັນດາປະ ເທດເພື່ອນບ້ານຂອງຕົນ ເຄັ່ງຕຶງ.

ບັນດານັກຄົ້ນຄວ້າ ໄດ້ກະປະມານວ່າ ມີການເສຍຊີວິດ ຈຳນວນ 91,600 ຄົນຢູ່ໃນ ອິນ ໂດເນເຊຍ, 6,500 ຄົນ ຢູ່ໃນ ມາເລເຊຍ ແລະ 2,200 ຄົນຢູ່ ໃນສິງກະໂປ ຈາກໝອກ ຄວັນທີ່ວ່ານີ້.

ອົງການ Greenpeace ໄດ້ກ່າວວ່າ ການສຶກສາຄົ້ນຄວ້າເປັນເລື່ອງທີ່ “ເດັ່ນທີ່ບໍ່ເຄີຍມີ ມາກ່ອນ” ແຕ່ຍັງໄດ້ເຕືອນວ່າ ການຄາດຄະເນຂອງຈຳນວນຜູ້ເສຍຊີວິດນັ້ນເປັນ “ການ ກະປະມານແບບຕ່ຳໆ.”

ການສຶກສາຄົ້ນຄວ້າ ບໍ່ໄດ້ ລວມເຖິງຜົນກະທົບຂອງໝອກຄວັນ ຕໍ່ພວກເດັກນ້ອຍ ແລະ ພວກຄົນລຸ້ນໃໝ່ ນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG