ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກຮຽນ 80 ຄົນ ກັບອະທິການບໍດີ ຂອງໂຮງຮຽນ ສາສະໜາ ຄຣິສຕຽນ ໄດ້ຖືກລັກພາໂຕໄປ ຢູ່ ກາເມຣູູນ


ຜູ້ປົກຄອງ ທ່ານ ດີເບນ ໂຊຟໂຟ ໄດ້ເດີນທາງໄປຢ້ຽມຢາມ ໂຮງຮຽນ ສາສະໜາ ຄຣິສຕຽນ ນິກາຍ ແພຣສບີແຕຣຽນ ບ່ອນທີ່ ນັກຮຽນ 80 ຄົນ ແລະອະທິການບໍດີ ຂອງພວກ
ເຂົາເຈົ້າ ໄດ້ຖືກລັກພາໂຕໄປ ຢູ່ໃນເມືອງ ບາຟຸຕ ຕັ້ງຢູ່ໃກ້ໆກັບເມືອງຫຼວງ ບາເມນດາ ຂອງກາເມຣູນ, ວັນທີ 5 ພະຈິກ 2018.
ຜູ້ປົກຄອງ ທ່ານ ດີເບນ ໂຊຟໂຟ ໄດ້ເດີນທາງໄປຢ້ຽມຢາມ ໂຮງຮຽນ ສາສະໜາ ຄຣິສຕຽນ ນິກາຍ ແພຣສບີແຕຣຽນ ບ່ອນທີ່ ນັກຮຽນ 80 ຄົນ ແລະອະທິການບໍດີ ຂອງພວກ ເຂົາເຈົ້າ ໄດ້ຖືກລັກພາໂຕໄປ ຢູ່ໃນເມືອງ ບາຟຸຕ ຕັ້ງຢູ່ໃກ້ໆກັບເມືອງຫຼວງ ບາເມນດາ ຂອງກາເມຣູນ, ວັນທີ 5 ພະຈິກ 2018.

ພວກມືປືນຜູ້ຊາຍ ຢູ່ໃນ ກາເມຣູນ ໄດ້ລັກພາໂຕ ນັກຮຽນ 80 ຄົນ ແລະອະທິການບໍດີ
ຂອງພວກເຂົາເຈົ້າ ຈາກໂຮງຮຽນ ສາສະໜາຄຣິສຕຽນ ນິກາຍ ແພຣສບີແຕຣຽນ ທີ່ຕັ້ງ
ຢູ່ໃນຂົງເຂດທາງພາກຕາເວັນອອກສຽງເໜືອ ຂອງປະເທດ ທີ່ສະຫງົບງຽບແຫ່ງນີ້.

ພາບວີດີໂອ ຂອງການລັກພາໂຕພວກເດັກນ້ອຍ ໄດ້ຖືກນຳອອກເຜີຍແຜ່ທາງສື່ສັງຄົມ
ຊຶ່ງພວກລັກພາໂຕ ໄດ້ລະບຸຕົນເອງວ່າ ເປັນ “ພວກເດັກຊາຍ ອາມບາ” ທີ່ໝາຍເຖິງ
ຂົງເຂດ ອາມບາໂຊເນຍ ທີ່ປາກເວົ້າພາສາອັງກິດ ບ່ອນທີ່ພວກແບ່ງແຍກດິນແດນ
ຕິດອາວຸດ ກຳລັງຕໍ່ສູ້ເພື່ອເອກກະລາດ.

ພວກນັກຮຽນດັ່ງກ່າວ ຢູ່ໃນພາບວີດີໂອ ປາກົດວ່າ ໄດ້ມີອາການຢ້ານກົວ ແລະພາກັນ
ນັ່ງຢູ່ໃນຫ້ອງທີ່ມືດມິດ ທີ່ສ້າງດ້ວຍກ້ອນຫີນຜະລິດຢູ່ໃນທ້ອງຖິ່ນ. ພວກລັກພາໂຕ
ບັງຄັບໃຫ້ພວກນັກຮຽນ ຈຳນວນນຶ່ງ ໃຫ້ບອກຊື່ຂອງເຂົາເຈົ້າ ແລະ ຊື່ຜູ້ປົກຄອງ
ຂອງເຂົາເຈົ້ານຳດ້ວຍ.

ພວກລັກພາໂຕ ກ່າວວ່າ ພວກເດັກນ້ອຍເຫຼົ່ານັ້ນ ຈະສາມາດກັບຄືນໄປໂຮງຮຽນໄດ້
ກໍຕໍ່ເມື່ອພວກມືປືນ ໄດ້ບັນລຸຄວາມໄຝ່ຝັນຂອງພວກເຂົາເຈົ້າ ໃນການໄດ້ຮັບ
ເອກກະລາດ ເທົ່ານັ້ນ.

ຜູ້ປົກຄອງ ທ່ານ ດີເບນ ໂຊຟໂຟ ໄດ້ຢືນຢັນ ການລັກພາໂຕດັ່ງກ່າວ ຢູ່ໃນຄຸ້ມບ້ານ
ເອັນຄເວນ ໃນເມືອງ ບາເມນດາ ທີ່ເປັນເມືອງຫຼວງຂອງປະເທດ ທີ່ປາກເວົ້າພາສາ
ອັງກິດ. ທ່ານໄດ້ກ່າວວ່າ ກອງທັບ ກຳລັງເຮັດທຸກສິ່ງທຸກຢ່າງ ທີ່ເປັນໄປໄດ້ ເພື່ອນຳ
ເອົາພວກເດັກນ້ອຍກັບຄືນມາຢ່າງປອດໄພ.

ທ່ານໂຊຟໂຟ ເວົ້າວ່າ “ປະເທດ ລັດຖະບານ ຈະບໍ່ຍອມຈຳນົນ. ພວກເຮົາກຳລັງ
ເຮັດໃຫ້ແນ່ໃຈວ່າ ພວກນັກຮຽນ ພວກຄົນທີ່ຖືກຈັບໂຕໄປນັ້ນ ແມ່ນຖືກນຳຄືນມາ
ສູ່ຫ້ອງຮຽນຄືເກົ່າ.”

ພວກນັກຮຽນ ໃນຫ້ອງຮຽນ ຢູ່ທີ່ໂຮງຮຽນ ວິທະຍາສາດ ແລະ ເທັກໂນໂລຈີ ຂອງສາສະໜາ ຄຣິສຕຽນ ນິກາຍແພຣສບີແຕຣຽນ ຫຼັງຈາກ ເພື່ອນນັກຮຽນ ແລະອະທິການບໍດີ ຂອງພວກເຂົາເຈົ້າ ໄດ້ຖືກລັກພາໂຕໄປ ໃນເມືອງ ບາຟຸຕ ຕັ້ງຢູ່ໃກ້ໆກັບ ເມືອງຫຼວງບາເມນດາ ຂອງກາເມຣູນ, ວັນທີ 5 ພະຈິກ 2018.
ພວກນັກຮຽນ ໃນຫ້ອງຮຽນ ຢູ່ທີ່ໂຮງຮຽນ ວິທະຍາສາດ ແລະ ເທັກໂນໂລຈີ ຂອງສາສະໜາ ຄຣິສຕຽນ ນິກາຍແພຣສບີແຕຣຽນ ຫຼັງຈາກ ເພື່ອນນັກຮຽນ ແລະອະທິການບໍດີ ຂອງພວກເຂົາເຈົ້າ ໄດ້ຖືກລັກພາໂຕໄປ ໃນເມືອງ ບາຟຸຕ ຕັ້ງຢູ່ໃກ້ໆກັບ ເມືອງຫຼວງບາເມນດາ ຂອງກາເມຣູນ, ວັນທີ 5 ພະຈິກ 2018.


ນັກຮຽນຄົນນຶ່ງ ນາງ ແອຣິກກາ ລູມ ອາຍຸ 16 ປີ ໄດ້ກ່າວວ່າ ພວກມືປືນ ໄດ້ໄປຮອດ
ຫ້ອງພັກ ຂອງພວກນັກຮຽນ ໃນຕອນເຊົ້າວັນຈັນວານນີ້.

ນາງເວົ້າວ່າ “ພວກເຂົາ ເຄາະປະຕູຂອງພວກເຮົາ ດັ່ງນັ້ນ ພວກເຮົາຮູ້ສຶກວ່າ ເປັນ
ເພື່ອນນັກຮຽນຫ້ອງດຽວກັນ ຈາກຫ້ອງພັກອື່ນ ສະນັ້ນ ບາງຄົນໄດ້ອອກໄປ ແລ້ວ
ເປີດປະຕູ.”

ນາງ ລູມ ໄດ້ກ່າວວ່າ ພວກລັກພາໂຕ ໄດ້ຢືນຢູ່ໜ້າປະຕູ ແລະໄດ້ແນປືນຂອງເຂົາ
ໃສ່ພວກນັກຮຽນ ຜູ້ທີ່ໄດ້ພະຍາຍາມຫລົບລີ້ຢູ່ກ້ອງຕຽງຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG