ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານ​​ຈີນ ຕັດສິນລົງໂທດຈຳ​ຄຸກ ນັກສຶກສາ ຂອງ​ນັກວິຊາ​ການ ຊາວ Uighur ທ່ານ Ilham Tohti


ທ່ານ Tohti ກ່າວປາໄສ ໃນມະຫາວິທະຍາໄລ Central Nationalities University ທີ່ປັກກິ່ງ, ຈີນ.
ທ່ານ Tohti ກ່າວປາໄສ ໃນມະຫາວິທະຍາໄລ Central Nationalities University ທີ່ປັກກິ່ງ, ຈີນ.

ສານ​ຂອງ​ຈີນ​ໄດ້ລົງໂທດຈຳ​ຄຸກ ລະຫວ່າງ 3 ຫາ 8 ປີ ​ຕໍ່ພວກ
ນັກຮຽນ ຂອງ​ນັກວິຊາ​ການ ຊາວ Uighur ທ່ານ Ilham Tohti
ຜູ້ຊຶ່ງ​ໄດ້​ຖືກ​ສານ​ຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນ​ຕົ້ນ​ປີ​ນີ້ ​ໃນ​ຂໍ້​ຫາ​ຍຸຍົງ
​ໃຫ້​ແບ່ງ​ແຍກ​ດິນ​ແດນ.

ທະ​ນາຍ​ຄວາມ​ຂອງ​ ທ່ານ Tohti ​ກ່າວ​ວ່າ ນັກ​ສຶກສາ​ທັງ 7 ຄົນ
​ໄດ້ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ ​ໃນ​ຖານໄດ້ໃຫ້ການ​ຊ່ອຍ​ເຫຼືອ
“ກິດຈະກຳ​ແບ່ງ​ແຍກ​ດິນ​ແດນ” ​ໃນ​ການ​ດຳ​ເນີນ​ຄະດີ​ແບບ
ປິດລັບ ​ໃນ​ວັນ​ຈັນ​ວານ​ນີ້ ​ຢູ່​ເມືອງຫຼວງ Urumqi ​ຂອງ​ເຂດ
Xinjiang ທາງ​ພາກ​ຕາ​ເວັນ​ຕົກ​ໄກ​ສຸດ​ຂອງ​ປະ​ເທດ.

​ເຈົ້າ​ໜ້າ​ທີ່​ຂອງ​ຈີນ ຍັງ​ບໍ່​ທັນ​ໄດ້​ອອກ​ມາ​ໃຫ້​ຄວາມ​ເຫັນ​ແຕ່​ຢ່າງ​ໃດ ​ກ່ຽວ​ກັບ​ການ​ລົງ​ໂທດ
​ຕໍ່​ພວກ​ນັກ​ສຶກສາ​ທີ່​ວ່າ​ນີ້​ເທື່ອ ຊຶ່ງ 6 ຄົນ​ໃນ​ນັ້ນ​ ແມ່ນ​ເປັນ​ສະມາຊິກ​ຂອງຊົນ​ກຸ່ມ​ນ້ອຍ​ຊາວ Uighur ທີ່ໄດ້​ຈົ່ມ​ທຸກ​ເຖິງ​ການ​ປະ​ຫັດ​ປະຫານ​ຂອງ​ລັດຖະບານ​ຈີນ ຕໍ່​ພວກ​ຕົນ​ນັ້ນ.

ທ່ານ Tohti ໄດ້​ຖືກ​ຕັດສິນ​ວ່າ ​ມີ​ຄວາມ​ຜິດ ​ໃນ​ຖານະທຳ​ການ​ເຄື່ອນ​ໄຫວແບ່ງ​ແຍກ​ດິນ​ແດນ ​ແລະ​ໄດ້ຖືກຕັດສິນໂທ​ດ​ຈຳຄຸກຕະຫຼອດ​ຊີວິດ ເມື່ອ​ເດືອນ​ກັນຍາ​ແລ້ວ​ນີ້ ຊຶ່ງການ​ຕັດສິນ ​
ດັ່ງ ກ່າວ ​ໂດຍສ່ວນ​ໃຫຍ່​ແລ້ວ ແມ່ນ​ອິງ​ໃສ່ຄໍາ​ໃຫ້ການ​ຂອງ​ພວກ​ນັກ​ສຶກສາ​ຂອງເພິ່ນ ຜູ້​ຊຶ່ງ​ໄດ້​ຊ່ອຍ​ເຫຼືອເພິ່ນ ​ໃນ​ການ​ເຮັດ website ທີ່​ຊື່ວ່າ Uighur Online.

ອະດີດອາຈານ​ສອນ​ເສດຖະສາດ ​ໄວ 45 ປີ ທ່ານ​ນີ້ ​ແມ່ນ​ໄດ້​ຕໍ່ສູ້​ມາ​ເປັນ​ເວລາ​ຍາວ​ນານ ເພື່ອ​ສິດທິ​ພື້ນ​ຖານ​ຂອງ​ຊາວ Uighur ​ແລະ​ໄດ້​ເປັນ​ຕຳ​ນິຕິ​ຕຽນ​ລັດຖະບານຈີນ​ຢ່າງ​ແຮງ​ກ້າ. ​ແຕ່​ທ່ານໄດ້ປະຕິ​ເສດ​ວ່າ ທ່ານ​ບໍ່​ໄດ້​ຮຽກຮ້ອງ​ເອົາ​ເອ​ກະລາດ ​ໃຫ້​ເຂດຊິນ​ຈຽງ​.

XS
SM
MD
LG