ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

21 ຄົນ ບາດເຈັບ ໃນການຟັນແທງ ທີ່ໂຮງຮຽນ ແຫ່ງນຶ່ງ ໃນລັດ Pennsylvania (ສະໄລດ໌/ວີດີໂອ)


US SCHOOL STABBING VO
please wait
Embed

No media source currently available

0:00 0:00:48 0:00
ຕຳຫຼວດ ​ໃນ​ລັດ Pennsyvania ​ທາງ​ພາກ​ຕາ​ເວັນ​ອອກ
ຂອງ​ສະຫະລັດໄດ້​ລະບຸຕົວແລະ​ຟ້ອງຊາຍ​ໜຸ່ມ ​ໄວ 16 ປີ
ທີ່​ຖືກ​ກ່າວ​ຫາວ່າ ຟັນ​ແທງ ພວກເພື່ອນນັກຮຽນ​ຮ່ວມໂຮງ
ຮຽນ​ດຽວກັນ 20 ຄົນແລະ​ຍາມ​ທີ່​ໂຮງຮຽນ​ມັດທະຍົມ​ປາຍ
​ແຫ່ງ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ້າວ Alex Hribal ​ໄດ້​ຖືກ​ຟ້ອງ
​ໃນ​ຖານະ​ເປັນ​ຜູ້​ໃຫຍ່ ​ດ້ວຍ 4 ກະ​ໂທ​ງ ​ໃນ​ຄວາມ​ພະຍາ
ຍາມ​ສັງຫານ​ໝູ່ ​ແລະ​ອີກ 21 ກະ​ໂທ​ງ ທີ່​ໄດ້ທຳ​ຮ້າຍຮ່າງ
ກາຍ​ຄົນ​ອື່ນຢ່າງຮ້າຍແຮງໃນການ​ໂຈມ​ຕີ​ເມື່ອເຊົ້າວັນ​ພຸດ
ວານນີ້ ທີ່​ເມືອງ Murrysville ປະມານ 24 ກິ​ໂລ​ແມັດຫ່າງຈາກເມືອງ Pittsburgh ໄປທາງທິດຕາເວັນອອກ.

ເຈົ້າໜ້າທີ່​ກ່າວ​ວ່າ ທ້າວ Hribal ​ຊຶ່ງມີມີດ 2 ດວງເປັນອາວຸດ ​ໄດ້ໄລ່​ຟັນແທງຜູ້ຄົນ
ແບບບໍ່ເລືອກໜ້າ ພຽງບໍ່​ເທົ່າ​ໃດ​ນາທີ ກ່ອນ​ທີ່​ຫ້ອງ​ຮຽນຈະ​ເປີດ ໃນໂຮງຮຽນມັດທະ
ຍົມປາຍ Franklin Regional High School ​ທີ່​ມີນັກຮຽນ 1 ພັນ 200 ຄົນ.

ຮອງຜູ້ອຳນວຍ ການຂອງໂຮງຮຽນ ໃນທີ່ສຸດ ກໍ​ໄດ້​ເຂົ້າໄປຍາດເອົາມີດຈາກ​ທ້າວ Hribal. ພວກ​ເຂົາ​ເຈົ້າ​ຍັງ​ກ່າວ​ອີກ​ວ່າ ຕຳຫຼວດ​ໄດ້​ຈັບ​ກຸມ​ແລະ​ໃສ່​ກັບມືລາວ​ນຳ.

ໂຄສົກ​ຂອງ​ໂຮງພະຍາບານກ່າວ​ວ່າ ຜູ້​ເຄາະ​ຮ້າຍ 4 ຄົນແມ່ນ​ຢູ່​ໃນ​ອາການ​
ປາງຕາຍ ແຕ່ ກໍຄາດ​ວ່າ ​ຈະລອດຊີວິດ​ມາ​ໄດ້. ມີ​ຜູ້​ເຄາະ​ຮ້າຍ 7 ຄົນ ຖືກຈັດວ່າ
ມີອາການສາຫັດ ໂດຍ​ມີ​ຮອຍ​ແຜ​ຢູ່​ຕາມຮ່າງກາຍ ທ້ອງ ໜ້າ​ເອິກ ​ແລະ​ຫຼັງ. ​
XS
SM
MD
LG