ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນ ຫຼາຍສິບພັນຄົນ ຍ່າງອອກ ຫ້ອງຮຽນ ເພື່ອປະທ້ວງ ຄວາມຮຸນແຮງ ດ້ວຍປືນ


Students Marching to Capitol
please wait

No media source currently available

0:00 0:00:56 0:00

ພວກນັກຮຽນ ຍ່າງແຕ່ທຳນຽບຂາວ ໄປຫາ ຫໍລັດຖະສະພາ. (ຮູບຂອງພະແນກ ພາສາອິນໂດເນເຊຍ)

ພວກນັກຮຽນຫຼາຍສິບພັນຄົນໃນທົ່ວສະຫະລັດຊຶ່ງຫຼາຍໆຄົນໃນຈຳນວນດັ່ງກ່າວພາ
ກັນຮ້ອງຂຶ້ນວ່າ “enough is enough ຫຼືພໍແລ້ວ ພໍແລ້ວ” ໄດ້ພາກັນຍ່າງອອກຈາກ
ໂຮງຮຽນໃນວັນພຸດວານນີ້ ເພື່ອປະທ້ວງຄວາມບໍ່ສາມາດຂອງລັດຖະສະພາທີ່ຈະແກ້
ໄຂໂດຍກົງ ຕໍ່ບັນຫາການກໍ່ຄວາມຮຸນແຮງດ້ວຍປືນ.

ການປະທ້ວງເລີ້ມຂຶ້ນໃນເວລາ 10 ໂມງເຊົ້າ ຕາມເວລາທ້ອງຖິ່ນ ຢູ່ທີ່ໂຮງຮຽນປະມານ
3,000 ແຫ່ງ. ສ່ວນໃຫຍ່ແລ້ວແມ່ນໃຊ້ເວລາປະມານ 17 ນາທີ ນຶ່ງນາທີ ຕໍ່ຜູ້ເຄາະຮ້າຍ
ນຶ່ງຄົນ ໃນການສັງຫານໝູ່ ຢູ່ໂຮງຮຽນມັດທະຍົມປາຍ ມາຈໍຣີ ສະໂຕນແມນ ດັກກລາສ ທີ່ເມືອງພາກແລນ ໃນລັດຟລໍຣິດາ ຄົບຮອບນຶ່ງເດືອນໃນວັນພຸດວານນີ້.

ນັກຮຽນບາງຄົນ ຖືປ້າຍຄຳຂວັນ ທີ່ອ່ານວ່າ “ເລືອດຂອງພວກເຮົາ ມືຂອງພວກທ່ານ”
ປະນາມສະມາຄົມປືນຍາວແຫ່ງຊາດ ທີ່ເອີ້ນຫຍໍ້ ເປັນພາສາອັງກິດວ່າ NAR.

ເບິ່ງ: ພວກນັກຮຽນ ທວງໃຫ້ຍຸຕິ ການກໍ່ຄວາມຮຸນແຮງ ດ້ວຍປືນ

US Students Demand End to Gun Violence
please wait

No media source currently available

0:00 0:02:13 0:00

ພວກນັກຮຽນຈຳນວນນຶ່ງ ໄດ້ພາກັນຮ້ອງ ດ້ວຍຄວາມສົງໄສ ອອກມາຢ່າງແຮງວ່າ
ພວກເຂົາເຈົ້າ ຈະເປັນຜູ້ເຄາະຮ້າຍຄົນຕໍ່ໄປ ໃນການສັງຫານໝູ່ ຢູ່ໂຮງຮຽນ ຫລືບໍ່ ແລະກ່າວຕໍ່ພວກນັກຂ່າວວ່າ ພວກເຂົາເຈົ້າແມ່ນຮູ້ສຶກເບື່ອໜ່າຍເປັນທີ່ສຸດ.

ນອກນັ້ນ ຍັງມີການປະທ້ວງ ຢູ່ຫໍລັດຖະສະພາສະຫະລັດ ບ່ອນທີ່ພວກປະທ້ວງໄດ້
ຖືກຕ້ອນຮັບໂດຍຜູ້ນຳ ສຽງສ່ວນນ້ອຍ ຂອງພັກເດໂມແຄຣັດ ຢູ່ໃນສະພາຕ່ຳ ທ່ານ
ນາງແນນຊີ ເພໂລຊີ ແລະຢູ່ທີ່ທຳນຽບຂາວ ບ່ອນທີ່ພວກນັກຮຽນພາກັນປິ່ນຫຼັງ ໃສ່
ຕຶກບໍລິຫານດ້ວຍຄວາມງຽບ. ປະທານາທິບໍດີ ດໍໂນລ ທຣຳ ບໍ່ໄດ້ຢູ່ທີ່ນັ້ນ ໃນເວລາ
ທີ່ມີການປະທ້ວງ.

​ພວກນາຍຄູ ພໍ່ແມ່ນັກຮຽນ ແລະຄະນະປົກຄອງໂຮງຮຽນກໍໄດ້ເຂົ້າຮ່ວມໃນການປະ
ທ້ວງດັ່ງກ່າວ​ ແຕ່ຢູ່ທີ່ໂຮງຮຽນບາງແຫ່ງ ເຈົ້າໜ້າທີ່ໂຮງຮຽນໄດ້ເຕືອນພວກນັກຮຽນ
ວ່າ ເຂົາເຈົ້າຈະຖືກສັ່ງໃຫ້ພັກຮຽນ ຖ້າຫາກພາກັນຍ່າງ ອອກຈາກຫ້ອງຮຽນໂດຍບໍ່
ໄດ້ຮັບອະນຸຍາດ.

Students Across US Walk Out of Classes to Demand Action on Gun Violence
please wait

No media source currently available

0:00 0:01:58 0:00

ທ້າວນິໂກລັສ ຄຣູສ ທີ່ຖືກກ່າວຫາວ່າ ເປັນມືປືນສັງຫານໝູ່ ຢູ່ໂຮງຮຽນລັດຟລໍຣິດາ ໄດ້ໄປຂຶ້ນສານ ເປັນເວລາສັ້ນໆເພື່ອຮັບຟັງຄຳສັ່ງຂອງສານໃນວັນພຸດວານນີ້. ທ້າວ
ຄຣູສ ໄດ້ຫຼຽວລົງພື້ນ ແລະບໍ່ໄດ້ກ່າວຫຍັງເລີຍ ໃນລະຫວ່າງການຮັບຟັງຄຳສັ່ງຂອງ
ສານ. ຜູ້ພິພາກສາ ໄດ້ບັນທຶກໄວ້ວ່າ ລາວບໍ່ຍອມຮັບຜິດ ໃນການກະທຳ ຂອງລາວ.
ທ້າວຄຣູສ ຖືກຟ້ອງໃນຄວາມຜິດ 17 ກະທົງກ່ຽວກັບການສັງຫານໂດຍເຈດຕະນາ. ທະນາຍຄວາມຂອງທ້າວຄຣູສ ຈະຍອມຮັບຜິດ ຖ້າໄອຍະການ ຫາກຕ້ອງການ ຈະ ຈຳຄຸກຕະຫລອດຊີວິດ ຕິດຕໍ່ກັນ 17 ເທື່ອ ແທນທີ່ຈະແມ່ນໂທດປະຫານຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG