ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝູງ​ຊົນ​ ຈຳນວນ​ຫຼວງ​ຫຼາຍ ​ລົງ​ສູ່ ຖະໜົນ​ຫົນທາງ ໃນ​ຮົງ​ກົງ ເພື່ອປະທ້ວງຈີນ ​(ວີດີໂອ/ສະໄລດ໌)


Hong Kong Protest VO
please wait
Embed

No media source currently available

0:00 0:00:51 0:00

ຝູງ​ຊົນ​ຈຳນວນ​ຫຼວງ​ຫຼາຍ​ ໄດ້​ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ​ໃນ​ຮົງ​ກົງ
​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ເພື່ອ​ຮຽກຮ້ອງ​ໃຫ້​ຈີນ ອະນຸຍາດໃຫ້ຮົງ​ກົງ
ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງອັງກິດນັ້ນ ໄດ້​ເລືອກ​ເອົາ
​ຜູ້ນຳ​ຂອງຕົນ.

ຄະນະ​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງຄັ້ງ​ນີ້ ຄາດ​ວ່າ ອາດເປັນ​ການ
ໂຮມ​ຊຸມນຸມທີ່​ໃຫຍ່​ທີ່​ສຸດ ​ໃນ​ຮອບ​ທົດ​ສະ​ວັດໃນ​ການ​ປະ​ທ້ວງ
ປະຈຳປີ ​ໃນວັນ​ທີ 1 ກໍລະກົດ​ ​ມື້ນີ້ ທີ່​ເປັນ​ຂີດ​ໝາຍ ​ຂອງ​ວັນທີ່​ຮົງກົງ ​ໄດ້ຖືກມອບຄືນໃຫ້ແກ່ຈີນ ​ໃນ​ປີ 1997.

​ພວກປະ​ທ້ວງ​ຢ່າງ​ສັນຕິຈຳນວນຫຼວງຫຼາຍ ຊຶ່ງ​ສ່ວນ​ໃຫຍ່
​ເປັນພວກຊາວ​ໜຸ່ມພາກັນຖື​ປ້າຍ ຄຳ​ຂວັນ ທີ່​ຂຽນ​ວ່າ “ປະຊາທິປະ​ໄຕ​ທີ່​ແທ້​ຈິງ”
ແລະ​ຮ້ອງຄຳ​ຂັວນ ຕໍ່ຕ້ານ​ພວກ​ຜູ້ນຳ​ຮົງ​ກົງ​ທີ່​ນິຍົມປັກ​ກິ່ງ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ເດີນ
ຂະ​ບວນຈາກສວນ Victoria ​ໄປ​ສູ່ເຂດ​ສູນ​ກາງ​ການ​ຄ້າຂອງຮົງກົງ.

ເປັນທີ່ຄາດກັນ​ວ່າ ຈະ​ມີ​ຜູ້ປະ​ທ້ວງ​ຫຼາຍແສນ​ຄົນໄປຮ່ວມການປະທວ້ງໃນມື້ນີ້. ​ມີ​ບາງ​ພວກ​ວາງແຜນຈະ​ຄ້າງ​ຄືນທີ່ນັ້ນ ​ອັນເປັນສ່ວນນຶ່ງຂອງ​ການ​ປຸກລະດົມ ​ເພື່ອ​ປິດ​ສູນ​ກາງ​ການເງິນ
ຂອງຮົງກົງ ​ໃນ​ອັນ​ທີ່​ອາດຈະ​ເປັນ​ການ​ທ້າ​ທາຍຢ່າງ​ກ້າຫານ​ຕໍ່​ປັກ​ກິ່ງນັ້ນ.


XS
SM
MD
LG