ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ຍິງໃນອັນທີ່ ອາດຈະເປັນ ລູກສອນໄຟ ຫຼັງຈາກ ສປຊ ຮັບຮອງເອົາ ການລົງໂທດຮອບໃໝ່


UN Imposes Tough New Sanctions on North Korea
please wait

No media source currently available

0:00 0:01:34 0:00

ເກົາຫຼີເໜືອ ໄດ້ຍິງລູກປືນ​ໃຫຍ່​ ໄລຍະ​ໃກ້ຫຼາຍລູກ ໃນວັນ
ພະຫັດມື້ນີ້ ໃນອັນທີ່ເຫັນວ່າ ເປັນການກະທຳທີ່ທ້າ​ທາຍຕໍ່
ມາດຕະການລົງໂທດທີ່ຂະຫຍາຍກວ້າງອອກ ຊຶ່ງໄດ້ຖືກຮັບ
ຮອງເອົາໂດຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ຢ່າງເປັນເອກະສັນ.

ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ໄດ້ກ່າວວ່າ ຕົນກຳລັງ
ສືບສວນ ​ເບິ່ງເຫດການດັ່ງກ່າວນັ້ນຢູ່. ມັນຍັງ​ບໍ່​ທັນ​ເປັນ​ທີ່​ຈະ
ແຈ້ງ​ເທື່ອວ່າ ມີລູກປືນ​ໃຫຍ່ຈັກລູູກ​ແທ້ ທີ່ໄດ້ຖືກຍິງ ຫຼືວ່າ ມັນ
ເປັນລູກສອນໄຟ​ໄລຍະ​ໃກ້ ແຕ່ກະຊວງດັ່ງກ່າວ ໄດ້ກ່າວວ່າ
ສິ່ງ​ເຫຼົ່ານີ້​ໄດ້​ບິນຢູ່ເທິງອາກາດ 100 ຫາ 150 ກິໂລແມັດ ກ່ອນ
ທີ່ພວກມັນຈະຕົກລົງທະເລຕາເວັນອອກ ທີ່ຮູ້ຈັກກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ ທະເລຂອງຍີ່ປຸ່ນ.

UN Imposes Sanctions on North Korea
please wait

No media source currently available

0:00 0:01:21 0:00

ການທ້າ​ທາຍເກາະຜິດປະເພດນີ້ ແມ່ນບໍ່ແປກເລີຍ ຫຼືບໍ່ເຄີຍມີມາກ່ອນ. ເກົາຫຼີເໜືອ ​
ເຄີຍມີປະຫວັດ​ໃນ​ການສະ​ແດງ​ຄວາມ​ບໍ່ພໍ​ໃຈຂອງຕົນ ຕໍ່ການລົງໂທດຂອງນາໆຊາດ
ໂດຍຜ່ານການສະແດງອອກດ້ວຍ​ການ​ໃຊ້ ກຳລັງ ແທນທີ່ຈະຜ່ານຊ່ອງທາງການທູດ
ແບບດັ່ງເດີມ.

ມະຕິສະບັບໃໝ່ຂອງອົງການສະຫະປະຊາຊາດ ຈະລົງໂທດເກົາຫຼີເໜືອ ​ໃນການທົດລອງ
ນິວເຄລຍ ແລະ ການຍິງລູກສອນໄຟ ຂອງຕົນຄັ້ງຫຼ້າສຸດ ທີ່ມີປະ​ເທດ​ຕ່າງໆ​ຮ່ວມສະ​ເໜີ ຫຼາຍກວ່າ 50 ປະເທດ ແຕ່ໄດ້ມີການເຈລະຈາກັນໃນເບື້ອງຕົ້ນ ລະຫວ່າງ ສະຫະລັດ ແລະ ຈີນ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຄະແນນສຽງ ຕໍ່ຍັດຕິ ມາດຕະການລົງໂທດໃໝ່ ຕໍ່ເກົາຫຼີເໜືອ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ ສຳນັກງານໃຫຍ່ ຂອງສະຫະປະຊາຊາດ, ວັນທີ 2 ມີນາ 2016.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຄະແນນສຽງ ຕໍ່ຍັດຕິ ມາດຕະການລົງໂທດໃໝ່ ຕໍ່ເກົາຫຼີເໜືອ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ ສຳນັກງານໃຫຍ່ ຂອງສະຫະປະຊາຊາດ, ວັນທີ 2 ມີນາ 2016.

ຈີນເປັນພັນທະມິດທີ່ໃກ້ຊິດທີ່ສຸດ ຂອງເກົາຫຼີເໜືອ ແລະ ເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດເຊັ່ນກັນ. ການຄ້າຂາຍທັງໝົດຂອງເກົາຫຼີເໜືອ ເກືອບ 90 ເປີເຊັນ ແມ່ນຜ່ານປະເທດຈີນ.

ປະສິດທິພາບຂອງມາດຕະການລົງໂທດຕ່າງໆນັ້ນສ່ວນໃຫຍ່ແລ້ວແມ່ນກາງຕໍ່ການຈັດຕັ້ງ
ປະຕິບັດ ແລະ ການບັງຄັບໃຊ້ມາດຕະການ ດັ່ງກ່າວຂອງປັກກິ່ງ.

ທ່ານ Liu Jieyi, ເອກອັກຄະລັດຖະທູດຈີນ ປະຈຳ ອົງການສະຫະປະຊາຊາດ ຮັບຄຳຖາມຕ່າງໆ ໃນລະຫວ່າງ ການພັກຜ່ອນ ໃນການປຶກສາຫາລື ພາຍໃນສະພາຄວາມໝັ້ນຄົງ.
ທ່ານ Liu Jieyi, ເອກອັກຄະລັດຖະທູດຈີນ ປະຈຳ ອົງການສະຫະປະຊາຊາດ ຮັບຄຳຖາມຕ່າງໆ ໃນລະຫວ່າງ ການພັກຜ່ອນ ໃນການປຶກສາຫາລື ພາຍໃນສະພາຄວາມໝັ້ນຄົງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG