ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຜ່ນ​ດິນ​ໄຫວ​ ຮຸນແຮງທີ່​ສຸດ ໃນ​​ຮອບຫຼາຍ​ທົດ​ສະ​ວັດ ສັງ​ຫານຢ່າງ​ໜ້ອຍ 23 ຄົນ ໃນປະ​ເທດ ​ອາ​ລ​ບາ​ເນຍ


ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຊາກ​ຫັກ​ພັງ ທີ່​ຖືກ​ກະ​ທົບ​ໂດຍ​ການ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ​ໄຫວຄວາມ​ແຮງ 6.4, ທີ່ເມືອງ ​ດູ​ເຣສ, ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ອາ​ລ​ບາ​ເນຍ ວັນ​ທີ 26 ພະ​ຈິກ 2019.
ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຊາກ​ຫັກ​ພັງ ທີ່​ຖືກ​ກະ​ທົບ​ໂດຍ​ການ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ​ໄຫວຄວາມ​ແຮງ 6.4, ທີ່ເມືອງ ​ດູ​ເຣສ, ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ​ອາ​ລ​ບາ​ເນຍ ວັນ​ທີ 26 ພະ​ຈິກ 2019.

ແຜ່ນ​ດິນ​ໄຫ​ວທີ່​ຮຸນແຮງທີ່ສຸດໄດ້ສັ່ນ​ສະ​ເທື່ອນ​ປະ​ເທດ ​ອາ​ລ​ບາ​ເນຍ ໃນ​ຮອບຫຼາຍ
ກວ່າ​ສາມ​ທົດ​ສະ​ວັດ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 23 ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​
ຫຼາຍ​ຮ້ອຍ​ຄົນ ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່.

ບັນ​ດານັກ​ກູ້​ໄພ​ໄດ້​ສືບ​ຕໍ່ເຮັດ​ວຽກ​ເພື່ອ​ຊອກ​ຫາ​ຄົນ​ທີ່​ຕິດ​ຄ້າງ​ຢູ່​ໃນຊາກ​ຫັກ​ພັງ ແລະ​ຊ​າວ​
ບ້ານ​ຫຼ​າຍ​ໆຄົນໄດ້​ພາ​ກັນ​ຢູ່​ໃນຕູ​ບ​ຜ້າໃນ​ຕອນ​ກາງ​ຄືນ ທີ່ຕັ້ງ​ຂຶ້ນ​ໄວ້​ໃຫ້​ແກ່​ຜູ້​ລອດ​ຊີ​ວິດ.

ຫ້ອງ​ການ​ສຳ​ຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ແຜ່ນ​ດິນ​ໄຫວດັ່ງ​ກ່າວ​ມີ
​ຄວາມ​ແຮງ​ 6.4, ດ້ວຍຈຸດ​ໃຈ​ກາງແມ່ນ 30 ກິ​ໂລ​ແມັດ​ ທາງ​ພາ​ກ​ຕາ​ ເວັ​ນ​ຕົກ​ສຽງ​ເໜືອ
​ຂອງ​ນະ​ຄອນ​ຫຼວງ​ ທີ​ຣາ​ນາ.

ສາ​ມ​ຊົ່ວ​ໂມງ​ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​ໄດ້ເກີດ​ຂຶ້ນ, ການ​ສັ່ນ​ສະ​ເທືອນ​ຕາມ​ມາ ຫຼື After-
shock ຄວາມ​ແຮງລະ​ດັບ 5 ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ທະ​ເລ​ ອາດ​ຣີ​ອາ​ຕິກ.

ໃນ​ຈຳ​ນວນຜູ້​ເສຍ​ຊີ​ວິດນັ້ນ​ລວມມີ​ທັງ​ເດັກ​ນ້ອຍ​ປະ​ມານ 13 ຄົນ ​ທີ່ໄດ້​ເສຍ​ຊີ​ວິດ​ຢູ່
​ໃນ​ເມືອງ​ແຄມ​ທະ​ເລ​ ດູ​ເຣສ, ເຈັດ​ຄົນ​ໃນເມືອງ ​ທູ​ເມນ ແລະ​ນຶ່ງ​ຄົນ​ໃນເມືອງ ​ເຄີ​ບິນ.
ຕຶກ​ຫາຍ​ຫຼັງ​ໄດ້​ຖືກ​ທຳ​ລາຍ​ໃນເມືອງ​ ດູ​ເຣສ ແລະ​ເມືອງທູ​ເມນ.

ພາບ​ຖ່າຍ​ວີ​ດີ​ໂອ​ຢູ່​ໃນ​ເຂດ​ແຜ່ນ​ດິນ​ໄຫວ ໄດ້ສະ​ແດງ​ໃຫ້​ເຫັນ​ເດັກ​ນ້ອຍ ແລະ​ຜູ້​ໃຫຍ່
​ທີ່ຢ້ານ​ກົວ.

ທ່ານ​ ໂຣ​ແລນ ນາ​ສ​ໂຕ ເຈົ້າ​ເມືອງ​ເມືອງ​ ດູ​ເຣສ ໄດ້ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ມັນມີເກົ້າ
​ບ່ອນ” ໃນ​ເມືອງ​ບ່ອນ​ທີ່​ບັນ​ດາ​ນັກກູ້​ໄພ ໄດ້​ສືບ​ຕໍ່​ເຮັດ​ວຽກ​ເພື່ອຊອກ​ຫາ​ຄົນ”, ທ່ານ​
ໄດ້​ຊີ້​ແນະ​ວ່າ ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດອາດ​ເພີ້ມ​ຂຶ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ເ​ອ​ດີ ຣາ​ມາ ໄດ້ກ່າວ​ວ່າ ວັນ​ພຸດ​ວານ​ເປັນວັນ​ໄວ້ອາ​ໄລ
​ແຫ່ງ​ຊາດ.

ທ່ານ​ກ່າວຢູ່​ຫ້ອງມໍ​ລະ​ສຸມ​ທີ່​ໂຮງໝໍ​ໃນ​ເມືອງ​ທີ​ຣາ​ນາ ບ່ອນ​ທີ່ຜູ້​ບາດ​ເຈັບ​ສ່ວນຫຼາຍ
​ຈາກ 600 ຄົນ​ໄດ້​ຖືກນຳ​ໄປ​ທີ່​ນັ້ນ​ວ່າ “ມື້ນ​ອື່ນພວກ​ເຮົາ​ຈະ​ເລີ້ມຂັ້ນ​ຕອນ​ຊອກ​ຫາ​
ທີ່​ຢູ່​ອາ​ໃສໃຫ້ແກ່ ຜູ້​ທີ່ໄດ້ພາ​ກັນຢູ່​ກ້​ອງທ້ອງ​ຟ້າ​ທີ່​ເປີດໃນ​ມື້ນີ້ ແລະ​ຜູ້​ທີ່​ໄດ້​ນອນ​ໃນ
​ຕອນ​ຄ່ຳ​ຢູ່​ຕູບ​ຜ້າ​, ເຊິ່ງ​ບາງ​ຄົນ, ຍ້ອນໄດ້​ຮັບ​ຜົນ​ກະ​ທົບ​ທາງ​ຈິດ​ນັ້ນ ໄດ້ປະ​ຕິ​ເສດ
​ທີ່​ຈະ​ໄປ​ຢູ່​ບ່ອນລີ້​ໄພ​ໃນ​ສະ​ໜາມ​ກິ​ລາ ຫຼື ບ່ອນ​ອອກ​ກຳ​ລັງ​ກາຍ, ບໍ່​ຢາກ​ໄປ​ຢູ່​ໃນ
ບ່ອນ​ທີ່​ມີ​ເພ​ດານ.”

ຕໍ່​ມາ​ທ່ານ​ໄດ້​ໄປ​ຢ້ຽ​ມ​ຢາມ​ເມືອງ​ທູ​ເມນ ເພື່ອ​ຊັ່ງ​ຊາ​ຄວາມ​ເສຍ​ຫາຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG