ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພາຍຸໃຕ້ຝຸ່ນ ຮຸນແຮງ ພັດເຂົ້າ ພາກຕາເວັນຕົກ ຂອງ ຍີ່ປຸ່ນ, 8 ຄົນເສຍຊີວິດ


ກຳປັ່ນຂົນນໍ້າມັນໜັກ 2,591 ໂຕນ, ເຊິ່ງຖືກພັດ ໂດຍລົມຂະໜາດແຮງ ຂອງພາຍຸ ເຈບີ ໄດ້ຕຳເອົາຂົວທີ່ເຊື່ອມຕໍ່ສະໜາມບິນ ຄັນໄຊ ກັບແຜ່ນດິນໃຫຍ່ ຂອງ ຍີ່ປຸ່ນ. ເມືອງ ອິຊຸມິຊາໂນະ, ພາກຕາເວັນຕົກຂອງ ຍີ່ປຸ່ນ. ພາບຈາກໜັງສືພິມ ຄຽວໂດ (Kyodo), 4 ກັນຍາ 2018.
ກຳປັ່ນຂົນນໍ້າມັນໜັກ 2,591 ໂຕນ, ເຊິ່ງຖືກພັດ ໂດຍລົມຂະໜາດແຮງ ຂອງພາຍຸ ເຈບີ ໄດ້ຕຳເອົາຂົວທີ່ເຊື່ອມຕໍ່ສະໜາມບິນ ຄັນໄຊ ກັບແຜ່ນດິນໃຫຍ່ ຂອງ ຍີ່ປຸ່ນ. ເມືອງ ອິຊຸມິຊາໂນະ, ພາກຕາເວັນຕົກຂອງ ຍີ່ປຸ່ນ. ພາບຈາກໜັງສືພິມ ຄຽວໂດ (Kyodo), 4 ກັນຍາ 2018.

ພາຍຸໃຕ້ຝຸ່ນທີ່ຮຸນແຮງທີ່ສຸດໄດ້ພັດຖະຫຼົ່ມ ຍີ່ປຸ່ນ ໃນຮອບ 25 ປີ, ເຮັດໃຫ້ມີຜູ້ເສຍຊີວິດ
ຢ່າງໜ້ອຍ 8 ຄົນ, ລົບກວນການສັນຈອນທາງບົກ ແລະ ທາງອາກາດ ແລະ ຫຼາຍພັນ
ຄົນຕິດຄ້າງຢູ່ກັບພື້ນທີ່.

ປະຊາຊົນຫຼາຍກວ່າ 1 ລ້ານຄົນໄດ້ຖືກສັ່ງໃຫ້ອົບພະຍົບອອກຈາກບ້ານເຮືອນຂອງ
ເຂົາເຈົ້າ ໃນເວລາທີ່ພາຍຸໃຕ້ຝຸ່ນ ເຈບີ ໄດ້ພັດຖະຫຼົ່ມຫຼາຍພາກສ່ວນຂອງຊາຍຝັ່ງກໍ້າ
ຕາເວັນຕົກຂອງ ຍີ່ປຸ່ນ.

ພາຍຸ ເຈບີ ໄດ້ເຄື່ອນຂຶ້ນໄປແຂວງ ຟຸກຸຍ ຊາຍຝັ່ງທາງພາກເໜືອໃນຕອນແລງຂອງ
ວັນອັງຄານວານນີ້ ພ້ອມກັບລົມພັດຢ່າງຕໍ່ເນື່ອງ 126 ກິໂລແມັດຕໍ່ຊົ່ວໂມງ ແລະ
ຄວາມແຮງສູງເຖິງ 180 ກິໂລແມັດຕໍ່ຊົ່ວ ໂມງ, ອີງຕາມການກ່າວຂອງກົມອຸຕຸນິຍົມ
ຍີ່ປຸ່ນ.

ສື່ມວນຊົນ ຍີ່ປຸ່ນ ໄດ້ລາຍງານວ່າ ຖ້ຽວບິນຫຼາຍກວ່າ 700 ຖ້ຽວໄດ້ຖືກຍົກເລີກ ແລະ
ການບໍລິການລົດໄຟຄວາມໄວສູງ ຈາກນະຄອນ ຫຼວງ ໂຕກຽວ ຫາເມືອງ ຮິໂຣຊິມາ
ທາງພາກຕາເວັນຕົກຂອງປະເທດກໍໄດ້ຖືກຢຸດໄວ້ຊົ່ວຄາວ, ແຕ່ແນວໃດກໍຕາມ ການ
ບໍລິການບາງສ່ວນກໍໄດ້ເລີ່ມເປີດໃຊ້ຄືນ ໃນຕອນແລງຂອງວັນອັງຄານວານນີ້, ໃນ
ຂະນະທີ່ພາຍຸໃຕ້ຝຸ່ນ ໄດ້ເຄື່ອນອອກຈາກພາກພື້ນນັ້ນ.

ບໍລິສັດບໍລິສັດພະລັງງານໄຟຟ້າ ຄັນໄຊ ໄດ້ກ່າວວ່າ ຫຼາຍກວ່າ 1 ລ້ານ 6 ແສນຄອບ
ຄົວໃນແຂວງ ໂອຊາກາ, ກຽວໂຕ ແລະ ອີກສີ່ແຂວງທີ່ຢູ່ໃກ້ຄຽງນັ້ນ ແມ່ນບໍ່ມີໄຟຟ້າ
ໃຊ້ໃນຕອນແລງຂອງວັນອັງຄານວານນີ້.

ປະຊາຊົນປະມານ 3,000 ຄົນໄດ້ຕິດຄ້າງຢູ່ສະໜາມບິນສາກົນ ຄັນໄຊ ໃນອ່າວທະເລ
ໂອຊາກາ ຫຼັງຈາກກຳປັ່ນຂົນນໍ້າມັນໜັກ 2,591 ໂຕນທີ່ຖືກພັດໂດຍພາຍຸນັ້ນ ໄດ້ໄປ
ຕຳເອົາຂົວພຽງແຫ່ງດຽວທີ່ເຊື່ອມຕໍ່ສະໜາມບິນກັບແຜ່ນດິນໃຫຍ່, ເຮັດໃຫ້ຂົວດັ່ງກ່າວ
ໄດ້ຮັບຄວາມເສຍຫາຍ ແລະ ບໍ່ສາມາດໃຊ້ໄດ້. ທາງແລ່ນສ່ວນຫຼາຍຂອງສະໜາມບິນ
ດັ່ງກ່າວ ແມ່ນຍັງຄົງຖືກນໍ້າຖ້ວມໃນຕອນເຊົ້າວັນພຸດມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG