ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

2 ຄົນ ເສຍຊີວິດ ແລະ 100 ກວ່າຄົນ ບາດເຈັບ ໃນເຫດແຜ່ນດິນໄຫວ ຢູ່ ກຣີສ


ຜູ້ຄົນ ອອກມານັ່ງຢູ່ກາງແປນ ຫຼັງຈາກເກີດແຜ່ນດິນໄຫວ ຢູ່ເກາະໂກສ ຂອງກຣີສ. (21 ກໍລະກົດ 2017)
ຜູ້ຄົນ ອອກມານັ່ງຢູ່ກາງແປນ ຫຼັງຈາກເກີດແຜ່ນດິນໄຫວ ຢູ່ເກາະໂກສ ຂອງກຣີສ. (21 ກໍລະກົດ 2017)

ແຜ່ນດິນ​ໄຫວ ທີ່​ມີ​ຄວາມແຮງ​ແທກ​ໄດ້ 6.7​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ຢ່າງ​ໜ້ອຍ 2 ຄົນ
ແລະ​ບາດ​ເຈັບ​ອີກ​ຫລາຍ​ກວ່າ 100 ຄົນຢູ່​ທີ່​ເກາະ Kos ຂອງ​ກຣີສ​ໃນຕອນ​ເຊົ້າມື​ດ
ວັນ​ສຸກ​ມື້ນີ້.

​ເຈົ້າໜ້າ​ທີ່​ກຣີສ ກ່າວ​ວ່າ ພວກ​ນັກ​ທ່ອງ​ທ່ຽວ 2 ຄົນ​ທີ່​ເສຍ​ຊີວິດ ​ແມ່ນ​ມາ​ຈາກ ​ເທີ​ກີ​
ແລະ​ສະ​ວີ​ເດັນ ​ແຕ່​ບໍ່​ໄດ້​ບອກ​ຊື່​ພວກ​ເຂົາ​ເຈົ້າ.

ມີ​ຢ່າງ​ໜ້ອຍ 5 ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລະ​ໄດ້​ຖືກ​ສົ່ງ ​ໂດຍ​ເຮືອບິນ​ເຮຣີຄອບ
​ເຕີ້​ໄປ​ໂຮງພະຍາບານ ທີ່​ເກາະ Crete ຂອງ​ກຣີສ.

ອົງການ​ສຳ​ຫຼວດທໍລະນີວິທະຍາ​ຂອງ​ສະຫະລັດກ່າວ​ວ່າ ຈຸດ​ສູນ​ກາງຂອງ​ແຜ່ນດິນ​
ໄຫວ​ແມ່ນ​ຢູ່​ໃກ້ໆ​ ກັບ​ແຫຼ່ງທ່ອງ​ທ່ຽວ​ ທີ່​ສຳຄັນ​ຂອງ​ກຣີສ ​ແລະ​ເທີ​ກີ ​ໃນ​ເຂດ​ທະ​ເລ
Aegean ປະມານ 16.2 ກິ​ໂລ​ແມັດຫ່າງ​ຈາກ​ເກາະ Kos ຂອງ​ກຣີສ​ແລະ 10.3 ກິ
​ໂລ​ແມັດ ຢູ່​ທາງ​ໃຕ້ເມືອງ Bodrum ບ່ອນ​ຕາກ​ອາກາດ​ທີ່​ສຳຄັນ​ຂອງ​ເທີ​ກີ.

ເຈົ້າໜ້າ​ທີ່​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ ຂອງ​ເທີ​ກີ ​ໄດ້​ເຕືອນ​ຜູ້​ຄົນ​ ກ່ຽວ​ກັບ​ແຜ່ນດິນ
​ໄຫວ​ຂະໜາດ​ນ້ອຍ ​ທີ່​ຈະ​ຕິດຕາມ​ມາ ​ແຕ່​ກໍ​ກ່າວ​ວ່າ ບໍ່​ມີ​ການ​ບາດ​ເຈັບລົ້ມຕາຍຫຼື​
ເສຍ​ຫາຍ​ຮ້າ​ຍ​ແຮງ​ໃດໆ ຢູ່​ໃນ​ເທີ​ກີ.

ອ່ານຂ່າວນີ້ຕື່ມເປັນອາສາອັງກິດ

XS
SM
MD
LG