ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ຜູ​້​ເສຍ​ຊີ​ວິດ​ ບໍ່​ຕ່ຳ​ກວ່າ 13 ຄົນ ຢູ່​ອັ​ຟ​ກາ​ນິ​ສ​ຖານ​ ແລ​ະ​ປາ​ກິ​ສ​ຖານ ຍ້ອນ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ


ພວກ​ເດັກ​ນ້ອຍ ທີ່​ທາງ​ເຂົ້າ​ເຮືອນ ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ ທີ່​ເມືອງ​ເພ​ຊາ​ວາ ໃນ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 21 ມີ​ນາ 2023.
ພວກ​ເດັກ​ນ້ອຍ ທີ່​ທາງ​ເຂົ້າ​ເຮືອນ ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ ທີ່​ເມືອງ​ເພ​ຊາ​ວາ ໃນ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 21 ມີ​ນາ 2023.

ມີ​ບໍ່​ຕ່ຳ​ກວ່າ 13 ຄົນ​ເສຍ​ຊີ​ວິດ ​ຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ປາ​ກິ​ສ​ຖານ ຍ້ອນ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ແຮງ ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງອັ​ຟ​ກາ​ນິ​ສ​ຖານ.

ອົງ​ການ​ສຳ​ຫຼວດ​ທໍ​ລະ​ນີ​ວິ​ທະ​ຍາ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ຈຸດ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 6.5 ນີ້ ແມ່ນເກີດ​ຢູ່​ປະ​ມານ 40 ກິ​ໂລ​ແມັດ ​ທາງ​ພາກຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ເມືອງຈູມ (Jurm) ໃນ​ເຂດ​ພູ​ຮິນ​ດູ​ຄັ​ສ ​ທີ່​ຢູ່​ເລິກ​ລົງ​ໄປ ປະ​ມານ 118 ກິ​ໂລ​ແມັດ.

ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 4 ຄົນ ແລະ​ອີກ 50 ຄົນ​ບາດ​ເຈັບ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ອັ​ຟ​ກາ​ນິ​ສ​ຖານ ໃນ​ຂະ​ນະ​ທີ່​ປາ​ກິ​ສ​ຖານ​ ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດ 9 ຄົນ ແລະ 44 ຄົນ​ບາດ​ເຈັບ ໃນ​ແຂວງ​ໄຄ​ເບີ​ປັກ​ຕຸງກວາ ​ທີ່​ຕັ້ງ​ຢູ່ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ມີ​ເຮືອນ​ຊານ​ແລະ​ຕຶກ​ອາ​ຄານ​ຫຼາຍ​ສິບ​ຫຼັງ​ໄດ້​ພັງ​ລົງ​ມາ ຫຼື​ບໍ່​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ. ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ແມ່ນ​ຮູ້​ສຶກ​ໄປ​ທົ່ວ​ເຂດ​ເອ​ເຊຍ​ໃຕ້ເຖິງ​ນະ​ຄອນ​ຫຼວງ​ນິວ​ເດ​ລີ​ຂອງ​ອິນ​ເດຍທີ່​ຕັ້ງ​ຫ່າງ​ຈາກ​ຈຸດ​ສູນ​ກາງ​ສອງ​ພັນ​ກວ່າ​ກິ​ໂລ​ແມັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG