ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮີຣິ​ເຄນ Odile ຈະອ່ອນ ກຳລັງລົງ ແຕ່ກໍຍັງ ເປັນໄພຂົ່ມຂູ່ ຕໍ່ Mexico (ວີ​ດີ​ໂອ)


Mexico Storm VO
please wait
Embed

No media source currently available

0:00 0:00:42 0:00

ພວກນັກພະຍາກອນ​ອາກາດ ​ຄາດຄະ​ເນ​ວ່າ ພາຍຸ​ເຮີຣິ​ເຄນ Odile
ຈະ​ອ່ອນ​ກຳລັງ​ລົງ ກາຍ​ເປັນ​ພາຍຸ​ເຂດ​ຮ້ອນ​ ​ໃນ​ວັນ​ອັງຄານ​ມື້​ນີ້ ​
ແຕ່​ກໍ​ຍັງຈະ​ເປັນ​ໄພ​ຂົ່ມຂູ່ຢ່າງຮ້າຍແຮງຢູ່ ຂະນະ​ທີ່ພາຍຸດັ່ງກ່າວ
ພັດ​ຜ່ານ​ຂົງ​ເຂດ Baja California ​ແລະ​ເຂົ້າ​ສູ່ເຂດ​ແຜ່ນດິນ​ໃຫຍ່
Mexico ນັ້ນ.

ສູນ​ກາງເຮຣິ​ເຄນ​ແຫ່ງ​ຊາດ ກ່າວ​ວ່າ ພາຍຸ Odile ອາດຈະເຮັດ​ໃຫ້
​ຂົງ​ເຂດ​ມີຝົນຕົກໜັກສູງເຖິງ 46 ຊັງ​ຕີແມັດພາຍ​ໃນ​ວັນ​ສຸກຈະ​ມາ​ນີ້.

ການເຕືອນ​ໄພ​ກ່ຽວກັບພາຍຸ​ເຂດ​ຮ້ອນຫົວນີ້​ ແມ່ນ​ຍັງ​ມີຕໍ່ຫຼາຍໆ​ເຂດ​ທາງຝັ່ງ​ຕາ​ເວັນອອກ ​ແລະ​ຕາ​ເວັນຕົກ ຂອງ​ພາກ​ໃຕ້​ເຂດ Baja ​ແລະຝັ່ງ​ທະ​ເລທາງ​ພາກ​ເໜືອ​ຂອງ Mexico ​ຕາມ​ອ່າວ​ California.

ເຮຣິ​ເຄນ Odile
ເຮຣິ​ເຄນ Odile

ພາຍຸ Odile ​ໄດ້​ພັດຂຶ້ນຝັ່ງ ທີ່​ເຂດ Baja ​ໃນ​ວັນ​ອາທິດ​ແລ້ວ​ນີ້
ດ້ວຍລົມ​ແຮງ​ປະເພດ ​3 ໂດຍໄດ້ສ້າງຄວາມເສຍຫາຍໃຫ້ແກ່
​ເມືອງ​ຕາກ​ອາກາດ Los Cabos.

ຄື້ນຟອງ ​ຂະໜາດ​ຍັກ ​ແລະ​ລົ​ມ​ແຮງ​ເຖິງ 205 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ ​ໄດ້​ທຳລາຍ​ຮ້ານ​ຄ້າ​ແລະບ້ານເຮືອນ ​ແລະເຮັດ​ໃຫ້​ໄຟຟ້າມອດ ​ໃນ​ຂະນະ​ທີ່​ບັນດາ​ນັກ​ທ່ອງ​ທ່ຽວ​ແລະ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດ​ນັ້ນ ງົມ​ມືດ ​ຢູ່ໃນ​ໂຮງ​ແຮມ​ແລະ​ສະຖານ​ທີ່ຫລົບໄພລົມພາຍຸ​ນັ້ນ.​

ຍັງ​ບໍ່​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ບາດ​ເຈັບສາຫັດ ຫຼື​ລົ້ມ​ຕາຍ ຈາກພາຍຸຫົວ​ນີ້​ເທື່ອ.

XS
SM
MD
LG