ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນຶ່ງຄົນ ເສຍຊີວິດ ໃນເຫດແຜ່ນດິນໄຫວ ຢູ່ນອກຝັ່ງທະເລ ປະເທດ ແອລ ຊາລວາດໍ


ສະມາຊິກ ສະພາກາແດງ El Salvador ຄົນນຶ່ງ ກຳລັງ ສັງເກດເບິ່ງຮູບພາບ ລາຍງານຢູ່ໂທລະພາບ
ສະມາຊິກ ສະພາກາແດງ El Salvador ຄົນນຶ່ງ ກຳລັງ ສັງເກດເບິ່ງຮູບພາບ ລາຍງານຢູ່ໂທລະພາບ

ຢ່າງໜ້ອຍ​ ນຶ່ງ​ຄົນ​ໄດ້ເສຍ​ຊີວິດ ຫລັງ​ຈາກແຜ່ນດິນ​ໄຫວ​ຮ້າຍ​
ແຮງ ​ໄດ້ສັ່ນ​ສະ​ເທືອນ ບໍລິ​ເວນ​ນອກຝັ່ງ​ທະ​ເລ​ຂອງ El Sal-
vador ​ໃນ​ຕອນເດິກຂອງ​ວັນ​ຈັນ​ວານ​ນີ້.

ຫ້ອງການ​ສຳ​ຫລວດທໍລະນີວິທະຍາ ສະຫະລັດ ກ່າວ​ວ່າ ​ແຜ່ນ
ດິນ​ໄຫວ ທີ່​ມີ ຄວາມ​ແຮງ 7.4 ​ຣິກ​ເຕີ ​ໄດ້​ສັ່ນສ​ະ​ເທືອນ ບໍລິ​ເວນ
ມະຫາ​ສະມຸດປາຊິ​ຟິກ ​ເລິກ​ລົງ​ໄປ 70 ກິ​ໂລ​ແມັດ ​ແລະ​ຢູ່ຫ່າງ​
ຈາກນະຄອນຫລວງ San Salvador ປະ​ມານ 169 ກິ​ໂລ​ແມັດ
​ ​ໄປທາງ​ທິດ​ຕາ​ເວັນ​ອອກ​ສຽງ​ໃຕ້​.

ຈຸດແຜ່ນດິນໄຫວ ຢູ່ໃກ້ເມືອງ San Miguel ປະເທດ EL Salvador
ຈຸດແຜ່ນດິນໄຫວ ຢູ່ໃກ້ເມືອງ San Miguel ປະເທດ EL Salvador

ທ່ານ Wilfredo Salgado ​ເຈົ້າ​ເມືອງ ​ເມືອງ San Miquel
ຢູ່ໃນ El Salvador ກ່າວ​ວ່າຊາຍ​ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ ​ເວລາ
​ເສົາ​ໄຟຟ້າ​ລົ້ມ​ທັບ​ລາວ. ບໍ່​ມີລາຍ​ງານ​ເພີ້​ມ​ເຕີມ ​ເຖິງ​ຄວາມ
​ເສຍ​ຫາຍ ຫລືການ​ບາດ​ເຈັບລົ້ມ​ຕາຍ.

ການເຕືອນໃຫ້​ລະວັງຄື້ນ​ຟ​ອງສຸນາ​ມິ ​ໃນ​ເບື້ອງ​ຕົ້ນ ​ທີ່ໄດ້​ປະ
ກາດອອກ​ໂດຍ ສູນ​ກາງ​ເຕືອນໄພ​ສຸນາ​ມິໃນເຂດ​ປາຊິຟິກ ​
ສຳ​ຫລັບ​ເຂດ​ຊາຍ​ຝັ່ງ El Sanvador, Nicaragua ແລະ
Honduras ​ໄດ້​ຖືກ​ລົບ​ລ້າ​ງ.

XS
SM
MD
LG