ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວຂະ​ໜາດແຮງ ຢູ່ເຂດຊາຍແດນ ອິນເດຍ ຕິດ​ກັບມຽນມາ


ແຟ້ມຮູບ-ສູນກາງແຜ່ນດິນໄຫວວິທະຍາຢູໂຣບ-ເມດີເທີ​ເຣນຽນ ວັນທີ 26 ພະຈິກ 2021, ໄດ້ລະບຸຂະໜາດຂອງແຜ່ນດິນໄຫວຢູ່ຂົງເຂດຊາຍແດນຂອງມຽນມາ-ອິນເດຍ ທີ່ຄວາມແຮງຂະໜາດ 5.8; ເຊິ່ງສູນກາງແຜ່ນດິນໄຫວວິທະຍາແຫ່ງຊາດຂອງອິນເດຍລະບຸໂຕເລກ ທີ່ຄວາມແຮງ 6.1
ແຟ້ມຮູບ-ສູນກາງແຜ່ນດິນໄຫວວິທະຍາຢູໂຣບ-ເມດີເທີ​ເຣນຽນ ວັນທີ 26 ພະຈິກ 2021, ໄດ້ລະບຸຂະໜາດຂອງແຜ່ນດິນໄຫວຢູ່ຂົງເຂດຊາຍແດນຂອງມຽນມາ-ອິນເດຍ ທີ່ຄວາມແຮງຂະໜາດ 5.8; ເຊິ່ງສູນກາງແຜ່ນດິນໄຫວວິທະຍາແຫ່ງຊາດຂອງອິນເດຍລະບຸໂຕເລກ ທີ່ຄວາມແຮງ 6.1

ໄດ້ເກີດເຫດແຜ່ນດິນໄຫວຂະ​ໜາດແຮງ ຢູ່ເຂດຊາຍແດນ ອິນເດຍ ຕິດ​ກັບມຽນມາ.

ສູນກາງແຜ່ນດິນໄຫວແຫ່ງຊາດຂອງອິນເດຍ ແຈ້ງໃຫ້ຮູ້ວ່າ ​ໄດ້​ເກີດແຜ່ນດິນໄຫວຂະໜາດ 6.1 ທີ່ຢູ່ຕື້ນ ແລະມີຄວາມຮຸນແຮງ ໃນເຂດຊາຍແດນອິນເດຍຕິດ​ກັບ​ປະ​ເທດມຽນມາ ໃນຕອນເຊົ້າ​ມືດຂອງວັນສຸກມື້ນີ້ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ແຮງສັ່ນສະເທືອນ ຮູ້ສຶກໄປ​ເຖິງເມືອງຈິດຕາກັອງ ໃນບັງກລາ​ແດັສ ແລະໄກເຖິງເມືອງໂກລກ​າຕາ ໃນພາກຕາເວັນອອກຂອງອິນເດຍ, ອີງຕາມລາຍງານຂອງຜູ້ທີ່ເຫັນເຫດການ ທີ່ໄດ້ໂພສຂໍ້ຄວາມລົງໃນເວັບໄຊທ໌ຂອງສູນແຜ່ນດິນໄຫວວິທະຍາ ຢູໂຣບ-ເມດີເທີ​ເຣນຽນ ຫຼື EMSC ແລະໂດຍຜູ້ທີ່ໃຊ້ທະວິດເຕີ້.

“ມັນແຮງຫຼາຍ,” ຜູ້​ທີ່ເຫັນເຫດການຄົນນຶ່ງ ຈາກເມືອງຈິດຕະກັອງ ໂພສລົງໃນເວັບໄຊທ໌ EMSC, ເຊິ່ງຢູ່ຫ່າງຈາກສູນກາງຂອງແຜ່ນດິນໄຫວໄປທາງທິດຕາເວັນຕົກປະມານ 184 ກິໂລແມັດ.

ອົງ​ການ EMSC ໄດ້ລະບຸຈຸດສູນກາງຂອງແຜ່ນດິນໄຫວ ທີ່ຄວາມແຮງຂະໜາດ 5.8 ຫຼັງຈາກກ່ອນໜ້ານັ້ນ ໄດ້​ແຈ້ງຄວາມແຮງໃຫ້​ຊາບ ຂະໜາດ 6.0, ແລະກ່າວວ່າ ສູນກາງຂອງແຜ່ນດິນໄຫວ ຢູ່ຫ່າງຈາກທາງທິດຕາເວັນອອກສຽງໃຕ້ຂອງເມືອງໄອຊອລ ປະມານ 126 ກິໂລແມັດ ເຊິ່ງເປັນເມືອງທີ່ຕັ້ງຢູ່ທາງທິດຕາເວັນອອກສຽງເໜືອ ຂອງປະ​ເທດອິນເດຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG