ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແຜ່ນດິນ​ໄຫວ​​ແຮງຂະໜາດ​ 7.3 ຣິກເຕີ້ ປະທະ ​El Savador


ຈຸດ​ສູນ​ກາງຂອງແຜ່ນດິນ​ໄຫວ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ປະມານ 120 ກິ​ໂລ​ເ​ເມັດ ຫ່າງ​ຈາກ​ເມືອງ Usulutan ​ໄປ​ທາງ​ທິດ​ໃຕ້​.

ໄດ້​ເກີດແຜ່ນດິນ​ໄຫວ​ ​ແຮງຂະໜາດ​ແທກ​ໄດ້ 7.3 Richter ​ຢູ່​ນອກ
ຝັ່ງທະ​ເລ ຂອງ​ປະ​ເທດ El Savador ທີ່​ໄດ້​ພາ​ໃຫ້ເກີດຄື້ນຟອງ
ສຸ​ນາ​ມິ​ຂະໜາດ​ນ້ອຍ ​ແລະ​ພາ​ໃຫ້​ມີການ​ປະກາດ​ເຕືອນ​ໄພ​ສໍາ
ລັບ​ຂົງ​ເຂດ​ນັ້ນ ທີ່ໄດ້​ຍົກເລີກ​ໃນ​ເວລາ​ຕໍ່​ມາ.

ກົມ​ສໍາ​ຫຼວດທໍລະນີ​ຂອງ​ສະຫະລັດ ​ລາຍ​ງານ​ວ່າ ຈຸດ​ສູນ​ກາງ
ຂອງແຜ່ນດິນ​ໄຫວ​ໃນ​ວັນ​ຈັນ​ມື້​ນີ້ ​ແມ່ນ​ປະມານ 120 ກິ​ໂລ​ເ​ເມັດ
ຫ່າງ​ຈາກ​ເມືອງ Usulutan ​ໄປ​ທາງ​ທິດ​ໃຕ້​. ​ແຜ່ນດິນ​ໄຫວທີ່​ມີ
ຄວາມ​ແຮງ​ແທກ​ໄດ້ 5.4 ​ໄດ້​ກະທົບຂົງ​ເຂດ​ດຽວ​ກັນນັ້ນ ໃນ​ປະ
​ມານ​ນຶ່ງຊົ່ວ​ໂມງ​ ຕໍ່​ມາ.


View Larger Map

ສູນ​ກາງ​ເຕືອນ​ໄພສຸ​ນາ​ມິໃນ​ເຂດ​ມະຫະສະມຸດປາຊິຟິກ ​ກ່າວ​ວ່າ ມີ​ການ​ສັງ​ເກດເຫັນ​ຟອງ
ສຸ​ນາ​ມິ​ຂະໜາດ​ນ້ອຍ​ເທົ່າ​ນັ້ນ ຢູ່​ເລາະ​ແຄມຝັ່ງເມືອງ Acajutla ​ໃນ​ປະ​ເທດ El Salvador.
​ທາງ​ສູນ​ກາງ​ໄດ້​ຍົກ​ເລີກ​ການ​ເຕືອນ​ໄພສໍາຫຼັບ Costa Rica, Nicaragua, El Salvador,
Honduras, Guatemala, Panama ​ແລະ Mexico 2 ຊົ່ວ​ໂມງ ຫຼັງ​ຈາກ​ແຜ່ນດິນ​ໄຫວ
ຄັ້ງ​ທໍາ​ອິດ​ນັ້ນ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ເສຍຫາຍ​ແຕ່​ຢ່າງ​ໃດ​ເທື່ອ.
XS
SM
MD
LG