ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 35 ຄົນ ເສຍຊີວິດ ໃນເຫດແຜ່ນດິນໄຫວ ເທື່ອໃໝ່ ຢູ່ເນປານ


Nepal Quake
please wait
Embed

No media source currently available

0:00 0:00:57 0:00

ເບິ່ງວີດີໂອ ກ່ຽວກັບເຫດແຜ່ນດິນໄຫວ ໃນເນປານ

ແຜ່ນດິນ​ໄຫວ​ຂະໜາດ​ໃຫຍ່​ໄດ້​ປະ​ທະເນ​ປານອີກ​ຄັ້ງ​ໜຶ່ງ ​ໃນຕອນ
​ບ່າຍ​ວັນ​ອັງຄານມື້​ນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ​ໂດຍ​ໄດ້​ເຮັດ​ປະຊາ
ຊົນ​ຢ່າງ​ໜ້ອຍ 35 ຄົນ​ເສຍ​ຊີວິດ ​ໃນ​ປະ​ເທດທີ່ຍັງພວມ​ດີ້ນຮົນ​
ເພື່ອ​ຮັບ​ມື​ກັບ ​ໄພແຜ່ນດິນ​ໄຫວ​ຮ້າຍ​ແຮງ ທີ່​ໄດ້ເກີດ​ຂຶ້ນ​ບໍ່​ຮອດ
3 ອາທິດ ຜ່ານ​ມາດ້ວຍຊ້ຳ.

ສູນ​ປະຕິບັດ​ງານສຸກ​ເສີນ​ແຫ່ງ​ຊາດ​ຂອງ​ເນ​ປານ ກ່າວ​ວ່າ
ປະຊາຊົນ 335 ຄົນ​ໄດ້​ຮັບ ​ບາດ​ເຈັບ.

ອົງການ​ສຳ​ຫຼວດທໍລະນີ​ຂອງ​ສະຫະລັດ ກ່າວ​ວ່າ ​ແຜ່ນດິນ​ໄຫວ
​ແຮງ 7.3 ຣິກເຕີ ​ໃນ​ມື້​ນີ້ ມີ​ໃຈກາງ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ ກັດ​ມັນ​ດູ ​ໄປ​ທາງ​ທິດຕາ​ເວັນ​ອອກ​ປະມານ 80 ຫຼັກ​ກິ​ໂລ​ແມັດ.

ພາຍ​ໃນ​ໜຶ່ງ​ຊົ່ວ​ໂມງ ​ກໍ​ໄດ້​ມີ​ແຜ່ນດິນ​ໄຫວ​ຕິດຕາມ​ມາ​ອີກ 6 ຄັ້ງ ​ຊື່​ງຄັ້ງ​ຮ້າຍ​ແຮງ​ທີ່​ສຸດ ​ແມ່ນ​ມີ​ຄວາມ​ແຮງ 6.3 ຣິກ​ເຕີ.

ທ່ານ​ນາງ Rose Foley ຈາກ​ອົງການ UNICEF ທີ່​ໄດ້​ຢູ່​ໃນ​ນະຄອນຫຼວງ​ກັດ​ມັນ​ດູ ​ເວລາ​ເກີດ​ແຜ່ນດິນ​ໄຫວ​ນັ້ນ ກ່າວ​ວ່າ ພວກ​ພະນັກງານ​ຂອງ​ອົງການ​ໄດ້​ພາກັນ​ກະ​ໂດດ​ເຂົ້າ​ໄປ
ຫລົບ​ໄພ​ຢູ່​ກ້ອງ​ໂຕະ ​ໃນ​ຂະນະ​ທີ່​ອາຄານ​ສັ່ນ​ໄປ​ສັ່ນ​ມາ ​ແລະ​ຕໍ່​ມາ​ ​ໄດ້ພາກັນ​ອອກ​ໄປ​ຢູ່​ຂ້າງ​ນອກ.

ທ່ານ​ນາງ Rose Foley ກ່າວ​ວ່າ “ການ​ນັ່ງ​ຢູ່​ຂ້າງ​ນອກ​ໃນ​ທີ່​ກາງ​ແຈ້ງ ກໍ​ຮູ້ສຶກ​ຄື​ກັນ​ກັບ​ ກຳລັງນັ່ງ​ຢູ່ເຮືອ​ໃນ​ທະ​ເລ​ທີ່​ປັ່ນ​ປ່ວນ ​ໃນ​ຂະນະ​ທີ່​ແຜ່ນດິນ​ສັ່ນ​ສະ​ເທືອ​ນຕື່ມ​ອີກ​ນັ້ນ.”
ທ່ານ​ນາງກ່າວ​ຕື່ມ​ວ່າ ສະຫະ​ປະຊາ​ຊາດ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ພວກ​ເດັກນ້ອຍ ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ຢູ່​ແລ້ວ ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ໃນ​ວັນ​ທີ 25 ​ເມສາ​ແລ້ວ​ນີ້.

ຈຸດໃຈກາງຂອງແຜ່ນດິນໄຫວ ຂະໜາດ 7.3 ເຣັກເຕີ ທີ່ກະທົບເນປານເມື່ອ ວັນທີ 12 ພຶດສະພາ
ຈຸດໃຈກາງຂອງແຜ່ນດິນໄຫວ ຂະໜາດ 7.3 ເຣັກເຕີ ທີ່ກະທົບເນປານເມື່ອ ວັນທີ 12 ພຶດສະພາ

​ຈຸດ​ໃຈກາງ​ຂອງ​ແຜ່ນດິນ​ໄຫວ​ໃນ​ວັນ​ອັງຄານ​ມື້​ນີ້ ​ແມ່ນຢູ່​ໄກ​ປະມານ 100 ຫຼັກ​ກິ​ໂລ​ແມັດ​ຈາກ​ຈຸດ​ໃຈກາງ​ຂອງ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 25 ​ເມສາ ທີ່​ໄດ້​ສັງຫານ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ 8 ພັນ​ຄົນ ​ແລະ​ເຮັດ​ໃຫ້​ປະຊາຊົນ​ຫຼາຍ​ໝື່ນ​ຄົນ ບໍ່​ມີ​ບ່ອນຢູ່​ອາ​ໄສ.

ລັດຖະບານ ​ແລະ​ພວກ​ອົງການ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ​ຕ່າງໆ ​ໄດ້​ດຳ​ເນີນ​ການ​ຢ່າງ​ຂຸ້ນຂ້ຽວ ​ເພື່ອ​ນຳເຂົ້າປາ​ອາຫານ ນ້ຳ​ດື່ມ​ນ້ຳ​ໃຊ້ ​ແລະ​ບ່ອນ​ພັກ​ພາ​ອາ​ໄສ​ຊົ່ວຄາວ ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ ໃນ​ການ​ດຳ​ເນີນ​ງານ​ທີ່​ຫຍຸ້ງຍາກໃນ​ຫຼາຍ​ມື້ທຳ​ອິດ​ນັ້ນ​ ຍ້ອນ​ແຜ່ນດິນ​ໄຫວທີ່​ຕິດຕາມ​ມາ​ຕື່ມ​ອີກ ຫຼື aftershocks ​ແລະ​ຍ້ອນດິນ​ຟ້າ​ອາກາດບໍ່​ດີ ​ແລະ​ການ​ທ້າ​ທາຍ​ໃນ ການ​ເຂົ້າ​ໄປ​ໃຫ້​ເຖິງ​ຂົງ​ເຂດ​ທີ່ຖືກ​ກະທົບ​ ​ໃນ​ປະ​ເທດທີ່​ຕັ້ງ​ຢູ່​ເທິງພູ​ເຂົາ​ຫິມະ​ໄລ ​ແຫ່ງ​ນີ້.

XS
SM
MD
LG