ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫວັງ ຈືດຈາງໄປ ໃນການຊອກຫາ ຜູ້ລອດຊີວິດ ຈາກແຜ່ນດິນໄຫວ ຢູ່ອີຕາລີ


ໜ່ວຍກູ້ໄພກຳລັງປະຕິບັດງານ ຢູ່ບ່ອນເຮືອນຊານເພພັງ ໃນເມືອງ Amatrice ພາກກາງອີຕາລີ.
ໜ່ວຍກູ້ໄພກຳລັງປະຕິບັດງານ ຢູ່ບ່ອນເຮືອນຊານເພພັງ ໃນເມືອງ Amatrice ພາກກາງອີຕາລີ.

ໃນ​ຂະນະ​ທີ່​ການ​ໄວ້ອາ​ໄລ​ແຫ່ງ​ຊາດ​ເລີ້ມຂຶ້ນ​ທີ່ປະ​ເທດ​ອີ​ຕາ​ລີ ຄວາມ​ຫວັງກໍ​ກຳລັງ​ຈືດ
ຈາງໄປ​ໃນ​ວັ​ນ​ເສົາ​ມື້​ນີ້​ ​ໃນ​ໝູ່ພວກກູ້​ໄພ ຫລັງ​ຈາກ​ໄດ້​ກັບ​ຄືນ​ມາ​ຊອກ​ຄົ້ນ​ຫາຕື່ມ​ອີກ ​ໃນ ການ​ປະຕິບັດ​ງານ​ທີ່​ບໍ່​ໄດ້​ພົບ​ເຫັນ​ຫຍັງ ​ດ້ວຍການ​ໃຊ້​ໝາ​ດົມ​ກິ່ນ. ​ມີໂອກາດ​ມີ​ໜ້ອຍ​ທີ່​ສຸດ ​ໃນ​ການ​ທີ່​ຈະ​ພົບ​ເຫັນ​ຜູ້​ໃດ​ຜູ້​ນຶ່ງຍັງ​ມີ​ຊີວິດ​ຢູ່​ໃນ​ຊາກ​ຫັກ​ພັງຂອງ​ເຮືອນ​ຊານ​ບ້ານ​ຊ່ອງ ​ໃນ​ເມືອງ Amatrice ທາງພາ​ກກາງຂອງ​ອີຕາ​ລີ ທີ່ໄດ້ປະສົບ​ກັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກຈາກ​ແຜ່ນດິນ​ໄຫວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້.

ບໍ່ແມ່​ນວ່າ​ເຂົາ​ເຈົ້າ​ໂຄສະນາ​ວ່າ ປະຊາຊົນ​ທ້ອງ​ຖິ່ນ​ໄດ້​ສູດ​ມົນໃຫ້​ບັນດາ​ໝູ່​ເພື່ອນ ​ແລະ​ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ ຈະ​ຖືກ​ດຶງອອກ​ມາ​ຈາກຊາ​ກຫັກ​ພັງ​ຂອງ​ເ​ມື​ອງ ທີ່​ນຳ​ຮອຍ​ຢ້ອນ​ຫຼັງໄປຍັງປະຫວັດສາດສະ​ໄໝ​ Roman ​ແລະ Lombards.

ປະທາ​ນາ​ທິບໍດີ​ອີ​ຕາ​ລີ ທ່ານ Sergio Mattarella ​ໄດ້​ນຳພາ​ໂດຍ​ເຈົ້າ​ຄອງ​ກຳ​ແພງເມືອງ Amatrice ທ່ານ Sergio Pirozzi ​ໄດ້​ໄປຢ້ຽມ​ເມືອງດັ່ງກ່າວ ​ໃນ​ວັນ​ເສົາ​ມື້​ນີ້ ​ແລະ​ໄດ້​ກ່າວ​ຂອບ​ໃຈຕໍ່​ບັນດາ​ໜ່ວຍ​ກູ້​ໄພ. ທ່ານ Mattarella ຈະ​ເຂົ້າຮ່ວມ​ພິທີ​ສົ່ງສະການ​ແຫ່ງ​ຊາດ ​ແກ່​ບັນດາ​ຜູ້​ເຄາະ​ຮ້າຍ​ຈຳນວນ​ນຶ່ງ ຈາກ​ໄພ​ແຜ່ນດິນ​ໄຫວ. ປະທານາທິບໍດີ ​ໄດ້​ຖືກ​ນຳພາ​ໄປຍັງ​ສົ້ນນອກ​ຂອງ​ເມືອງ​ ເພື່ອ​ເບິ່ງບ່ອນ​ເສຍ​ຫາຍ​ຈຳນວນ​ນຶ່ງ. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ມັນ​ເປັນອັນ​ຕະລາຍເກີນ​ໄປ​ທີ່​ຈະ​ເຂົ້​າ​ໄປໃນເມືອງ​ສະ​ໄໝ​ໂບຮານ.

ຜູ້ເຄາະຮ້າຍຈາກແຜ່ນດິນໄຫວຄົນນຶ່ງ ໄດ້ຖືກພະນັກງານກາແດງນຳພາໂຕໄປບ່ອນພັກເຊົາຊົ່ວຄາວ.
ຜູ້ເຄາະຮ້າຍຈາກແຜ່ນດິນໄຫວຄົນນຶ່ງ ໄດ້ຖືກພະນັກງານກາແດງນຳພາໂຕໄປບ່ອນພັກເຊົາຊົ່ວຄາວ.

ຫລາຍ​ມື້​ຫລັງ​ຈາກ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ​ຊຶ່ງໄດ້​ທຳ​ລາຍ​ເມືອງຊຶ່ງ​ຄັ້ງ​ນຶ່ງເຄີຍ ເປັນ​ເມຶ​ອງທີ່​ງົດ​ງາມ ມີ​ຊື່​ສຽງ​ດ້ານ​ສົ່ງ​ພວກນັກ​ຄົວກິນ​ໃຫ້​ແກ່​ວັງ​ວາ​ຕິ​ກັນ ບັດ​ນີ້ມີ​ຄວາມ​ຮູ້ສຶກ​ວ່າ
ສິ່ງ​ທີ່​ຍັງ​ເຫລືອທັງ​ໝົດ​ທີ່​ຈະ​ຕ້ອງ​ເຮັດ ກໍ​ຄື​ການ​ຄົ້ນ​ຫາ​ຊາກ​ສົບ​ປະມາ​ນ 15 ຄົນ ຮວມທັງ​ເດັກນ້ອຍ ​ແລະ​ຄົນ​ປັ້ນ​ເຂົ້າ​ຈີ່​ນຶ່ງ​ຄົນ ຜູ້​ທີ່​ຍັງ​ຊ​ອກຫາ​ບໍ່​ເຫັນ​ຈາກ​ຄ​ອບຄົວ​ເຂົາ​ເຈົ້າ.

ແມ່ພະອົງນຶ່ງໄດ້ພົບເຫັນທີ່ສຸສານ ບ່ອນເກີດແຜ່ນດິນໄຫວທີ່ ເມືອງ Sant' Angelo ໃກ້ກັບເມືອງ Amatrice.
ແມ່ພະອົງນຶ່ງໄດ້ພົບເຫັນທີ່ສຸສານ ບ່ອນເກີດແຜ່ນດິນໄຫວທີ່ ເມືອງ Sant' Angelo ໃກ້ກັບເມືອງ Amatrice.

​ໃນວັນ​ສຸກ​ວານນີ້ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ຕິດຕາມ​ມາ ​ທີ່ີມີ​ຄວາມ​ແຮງ 4.8 ທີ່​ໄດ້​ບັງຄັບ​ໃຫ້​ໜ່ວຍ​ກູ້​ໄພຈຳນວນ​ນຶ່ງ ທີ່​ມາ​ຈາກ​ໄກ​ທີ່​ສຸດ​ຈາກ​ເມືອງ Salerno ທາງ​ພາກ​ໃຕ້​ຂອງ​ອີ​ຕາ​ລີ ​ຕະຫລອດ​ທັງເມືອງ Bologna ຢູ່​ທາງ​ພາກ​ເໜືອ ທີ່ໄດ້​ໂຈະ​ການ​ປະຕິບັດ​ງານ​ຂອງ​ເຂົາ​ເຈົ້າຊົ່ວ​ລະຍະ​ນຶ່ງ ຢູ່​ກາງ​ເມືອງ​ປະຫວັດສາດ Amatrice ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງຈາກການ​ສັ່ນ​ສະ​ເທືອ​ນ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG