ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວ ບໍ່ແຮງປານໃດ ຕິດຕາມມາ ໃນພາກກາງ ຂອງອີຕາລີ


ໜ່ວຍດັບເພີງກຳລັງກວດເບິ່ງເຮືອນຊານທີ່ຖືກທຳລາຍ
ໜ່ວຍດັບເພີງກຳລັງກວດເບິ່ງເຮືອນຊານທີ່ຖືກທຳລາຍ

ຫລັງ​ຈາກ​ທີ່​ໄດ້​ປະສົບ​ກັບ​ໄ​ພ​ແຜ່ນດິນ​ໄຫວ ທີ່​ໄດ້ສັ່ນ​ສະ​ເທືອ​ນຂົງ​ເຂດ​ດັ່ງກ່າວ ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້​ແລ້ວ ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ ​ອີກ 2 ຄັ້ງກໍ​ໄດ້ຕິດ​ຕາມມາ​ ຢູ່ທີ່​ເມືອງ Amatrice ​ໃນທາງ​ພາກ​ກາງຂອງ Italy.

​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ ​ຊຶ່ງຄັ້ງນຶ່ງແມ່ນ​ແຮງ​ 4.3 ​ແລະອີກ​ຄັ້ງນຶ່ງ ແຮງ 4.7 ນັ້ນໄດ້​ສ້າງ​ຄວາມເສຍ​ຫາຍ​ເພີ້ມຕື່ມ​ໃຫ້​ແກ່​ບັນດາຕຶກອາຄານ ​ແລະ​ສົ່ງ​ຄວັນ​ໄຟກຸ້ມ​ຂຶ້ນ​ໃນ​ເມືອງ ທີ່​ຍັງ​ມີ​ຄວາມ​ຢ້ານ​ກົວ​ຢູ່​ນັ້ນ.

ນັ​ບແຕ່​ໄດ້​ເກີ​ດ​ແຜ່​ນດິນ​ໄຫວ​ເທື່ອ​ທຳ​ອິດ​ຢູ່ເ​ມື​ອງ Amatrice ​ໃນ​ຕອນ​ເຊົ້າ​ວັນ​ພຸດທີ່​ຜ່ານ​ມາ ​ເມືອງ​ດັ່ງກ່າວກໍ​ໄດ້ປະສົບ​ກັບ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ​ທີ່​ຕິດຕາມ​ມາຕື່ມ​ອີກຫລາຍ
ກວ່າ 500 ​ເທື່ອ​ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໃນ​ລະດັບບໍ່ແຮງ​ປານ​ໃດ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ພົນລະ​ເຣືອນ ​ໄດ້​ປັບ​ປ່ຽນໂຕ​ເລກ​ຜູ້​ເສຍ​ຊີວິດ ​ຈາກ​ແຜ່ນດິນ​ໄຫວ​ໃນ​ວັນ​ພຸດດ້ວຍຄວາມ​ແຮງ 6.2 ນັ້ນ​ ​ເປັນ 267 ຄົນ ​ໂດຍ​ສະ​ເພາະ​ຢູ່​ໃນ​ບັນດາ​ເມືອງ ​ທີ່​ໃກ້​ກັບ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວຄື​ເມືອງ Amatrice, Arqueta ​ແລະ Accumoli ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໜັກ. ​ເກືອບ 400 ຄົນ​ໄດ້​ໄປ​ໂຮງ​ໝໍ​ເພື່ອ​ຮັບ​ການ​ປິ່ນປົວ​ຍ້ອນ​ບາດ​ເຈັບອີງ​ຕາມ​ພະ​ແນ​ກ​ປ້ອງ​ກັນ​ພົນ​ລະ​ເຮືອນ​ຂອງ​ອີ​ຕາ​ລີ.

​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ​ 12 ຄົນ​ເປັນ​ຄົນ​ຕ່າງປະ​ເທດ​ທີ່​ເດີນທາງ​ໄປ ອີ​ຕາ​ລີ. ຜູ້​ເຄາະ​ຮ້າຍ​ສາມ​ຄົນເປັນ​ຊາວ​ຕ່າງປະ​ເທດທີ່​ມາ​ຈາກ​ອັງກິດ ສອງ​ຄົນ​ຈາກ​ໂຣມາ​ເນຍ ​ແລະ​ຈາກສະ​ເປ​ນ ກາ​ນາ​ດາ ​ແລະແອລຊາລ​ວາດໍ ປະ​ເທດ​ລະ​ນຶ່ງ​ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ ຈະ​ມີ​ຈຳນວນ​ຜູ້​ເສຍ​ຊີວິດ​ເພີ້ມ​ຂຶ້ນ ​ໃນ​ຂະນະ​ທີ່​ການ​ປະຕິບັດ​ງານກູ້​ໄພ​ດຳ​ເນີນ​ຢູ່​ຕໍ່​ໄປ. ​ເທົ່າ​ທີ່​ຜ່ານ​ມາ 200 ກວ່າ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່ໄດ້ຖືກ​ດຶງອອກ​ມາ​ຈາກກອງຊາກ​ຫັກ​ພັງ. ພວກ​ໜ່ວຍ​ກູ້​ໄພໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ໝາ​ດົມ​ກິ່ນ ​ໄດ້ຂຸດ​ຄົ້ນ​ຢູ່​ຕາມ​ບ້ານ​ເຮືອນ​ທີ່​ເພພັງ ​ເພື່ອ​ຊອກ​ຫາ​ຜູ້​ລອດ​ຊິວິດມາ​ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Italy Earthquake
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG