ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸບັດຕິເຫດ ຫຼາຍຄັ້ງຜ່ານມາ ໄດ້ເປີດເຜີຍ ປະຫວັດດ້ານຄວາມປອດໄພ ເທິງອາກາດ ຂອງມຽນມາ

ຜູ້ໂດຍສານຄົນນຶ່ງ ໄດ້ບັນທຶກເຫດການ ໃນຂະນະທີ່ເຈົ້າໜ້າທີ່ດຳໄຟ ກຳລັງທຳງານ ຫຼັງຈາກເຮືອບິນສາການບິນມຽນມາແຫ່ງຊາດ ຖ້ຽວບິນ UB103 ໄດ້ບິນລົງຈອດໂດຍປາດສະຈາກຕີນໜ້າ ຢູ່ທີ່ສະໜາມບິນສາກົນ ແມນດາເລ ໃນເມືອງທາດາ-ຢູ ຂອງມຽນມາ, ວັນທີ 12 ພຶດສະພາ 2019.

ທ່ານໂສ ໂມ ຈໍ ໄດ້ພະຍາຍາມທີ່ຈະຄວບຄຸມອາລົມາຄຽດຂອງທ່ານໄວ້ ໃນຂະນະທີ່
ເຮືອບິນຂອງທ່ານ ມີບັນຫາຜິດປົກກະຕິ ດ້ວຍການເຜົາໄໝ້ນ້ຳມັນຂອງເຮືອບິນຖິ້ມ
ໃນການຫລຸດຜ່ອນນ້ຳໜັກຂອງມັນ ເພື່ອທີ່ຈະລົງຈອດສຸກເສີນໄດ້ ເມື່ອຕົ້ນເດືອນນີ້.

“ບໍ່ຕ້ອງກັງວົນ ບໍ່ຕ້ອງກັງວົນ” ທ່ານໄດ້ກ່າວບອກເພື່ອນຮ່ວມເດີນທາງ ໃນຂະນະທີ່
ເຮືອບິນ ບິນເວີນຢູ່ອ້ອມເທິງສະໜາມບິນ ມັນດາເລ ໃນມຽນມາ.

ຕໍ່ຈາກນັ້ນ ນັກບິນໄດ້ປະກາດວ່າ ການພະຍາຍາມຫຼາຍເທື່ອຂອງທ່ານ ເພື່ອທີ່ຈະເອົາ
ຕີນຢູ່ດ້ານໜ້າເຮືອບິນລົງນັ້ນ ບໍ່ສຳເລັດ ທ່ານກໍເລີຍຕ້ອງບິນລົງຈອດ ໂດຍປາດສະຈາກ
ຕີນດ້ານໜ້າ.

ພວກຄົນເຕົ້າໂຮມກັນ ຢູ່ອ້ອມຊາກຫັກພັງ ຂອງສາຍການບິນ ແອ ບາການ ໂຟກເກີ-100 ທີ່ເປັນເຮືອບິນອາຍພົ່ນໂດຍສານ ທີ່ໄດ້ຕົກໃນເມືອງ ເຮໂຮ, ມຽນມາ, ວັນທີ 25 ທັນວາ 2012.
ພວກຄົນເຕົ້າໂຮມກັນ ຢູ່ອ້ອມຊາກຫັກພັງ ຂອງສາຍການບິນ ແອ ບາການ ໂຟກເກີ-100 ທີ່ເປັນເຮືອບິນອາຍພົ່ນໂດຍສານ ທີ່ໄດ້ຕົກໃນເມືອງ ເຮໂຮ, ມຽນມາ, ວັນທີ 25 ທັນວາ 2012.

​ໃນຂະນະທີ່ທ່ານບິນລົງຈອດນັ້ນ ພວກຜູ້ໂດຍສານກໍຢູ່ໃນທ່ານກຽມພ້ອມແລະລໍຖ້າ
ການລົງຈອດແບບສຸກເສີນ.

ຫົວຂອງເຮືອບິນໄດ້ຖູໃສ່ກັບເດີນດ້ວຍຄວາມໄວສູງ ແຕ່ໃນເວລາທີ່ເຮືອບິນໄດ້ຢຸດຈອດ
ແລ້ວ ປາກົດວ່າ ພວກຜູ້ໂດຍສານທຸກໆຄົນ ປອດໄພ.

ຄວັນ ຊຶມເຂົ້າມາໃນຫ້ອງຜູ້ໂດຍສານ ທີ່ລໍຖ້າການລົງຈາກເຮືອບິນ ຫຼັງຈາກທີ່ເຮືອບິນສາຍການບິນ ມຽນມາແຫ່ງຊາດ ຖ້ຽວບິນ UB103 ໄດ້ບິນລົງຈອດໂດຍປາດສະຈາກຕີນດ້ານໜ້າ ຢູ່ທີ່ສະໜາມບິນສາກົນ ແມນດາເລ ໃນເມືອງທາດາ-ຢູ ຂອງມຽນມາ, ວັນທີ 12 ພຶດສະພາ 2019 ໃນພາບນີ້ ທີ່ໄດ້ມາຈາກວີດີໂອ ຂອງສື່ສັງຄົມ.

ທ່ານ ໂສ ໂມ ຈໍ ໄດ້ກ່າວຕໍ່ວີໂອເອວ່າ "ການບິນລົງຈອດ ເປັນທີ່ໜ້າມະຫັດສະຈັນ ລາບລື່ນກວ່າປົກກະຕິ."

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG