ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ເພີ່ມການໂຈມຕີ ທາງອາກາດ ຕໍ່ຕ້ານ ພວກສັດຕູ ຂອງທ່ານ Assad ໃນ ຊີເຣຍ


ແຜນທີ່ ການໂຈມຕີທາງອາກາດ ນຳໜ້າໂດຍ ຣັດເຊຍ ແລະ ສະຫະລັດ ໃນ ຊີເຣຍ.
ແຜນທີ່ ການໂຈມຕີທາງອາກາດ ນຳໜ້າໂດຍ ຣັດເຊຍ ແລະ ສະຫະລັດ ໃນ ຊີເຣຍ.

ຣັດ​ເຊຍ ກ່າວ​ວ່າ​ຕົນ​ໄດ້​ເພີ່ມ​ການ​ໂ​ຈມຕີ​ທາງ​ອາກາດ​ຕໍ່​ພວກຫົວ​ຮຸນ​ແຮງ ລັດ​ອິສລາມ ​ໃນ ຊີ​ເຣຍ, ​ເພື່ອ​ສະໜັບສະ​ໜູນ​ທະຫານ
ຊີ​ເຣຍ ທີ່​ໄດ້​ຍຶດ​ເອົາ​ບ້ານ​ສອງ​ແຫ່ງ​ຢູ່​ທາງ​ພາກ​ເໜືອ​ຂອງ​ເມືອງ Hama ​ຕັ້ງ​ແຕ່​ຕອນ​ແລງ​ວັນ​ສຸກ​ທີ່​ຜ່ານ​ມາ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຣັດ​ເຊຍ ທ່ານ Igor Konashenkov ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຣັດ​ເຊຍ ​ໃນ​ວັນ​ເສົາ​ວານ​ນີ້, ​ໄດ້​ເຊື່ອ​ມຕໍ່​ຈຳນວນ​ຕົວ​ເລກ​ການໂຈມ​ຕີ​ທີ່ເພີ່ມ​ຂຶ້ນໃສ່ “ຈຳ ນວນ​ເປົ້າ​ໝາຍ​ຢູ່​ເທິງ​ພື້ນ​ດິນ​ທີ່​ເພີ່ມຂຶ້ນ​ຢ່າງ​ຫຼວງ​ຫຼາຍ” ທີ່​ຖືກ​ຈັບ​ໄດ້​ຜ່ານ​ການ​ອອກ​ສຳ​ຫຼວດທາງ​ອາກາດ ​ແລະ ດາວ​ທຽມ.

ຮູບນີ້ໄດ້ມາຈາກເວັບໄຊທ໌ຂອງ ກະຊວງປ້ອງກັນປະເທດ ຣັດເຊຍ ວັນທີ 6 ຕຸລາ 2015, ເຮັອບິນຮົບ SU-24M ຂອງ ຣັດເຊຍ ບິນຂຶ້ນຈາກຖານທັບອາກາດ Hmeimim ໃນ ຊີເຣຍ.
ຮູບນີ້ໄດ້ມາຈາກເວັບໄຊທ໌ຂອງ ກະຊວງປ້ອງກັນປະເທດ ຣັດເຊຍ ວັນທີ 6 ຕຸລາ 2015, ເຮັອບິນຮົບ SU-24M ຂອງ ຣັດເຊຍ ບິນຂຶ້ນຈາກຖານທັບອາກາດ Hmeimim ໃນ ຊີເຣຍ.

ໃນ​ນະຄອນຫຼວງ ວໍ​ຊິ​ງຕັນ, ​ເ​ຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ລະດັບ​ສູງ ​ໄດ້​ຈັດການ​ປະຊຸມຄວາມ ປອດ​ໄພທາງ​ວິ​ດີ​ໂອ ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງຈາກ ຣັດ​ເຊຍ​ ຂອງ​ພວກ​ເຂົາ​ເຈົ້າ, ​ໃ​ນຖານະ ການ​ຜັກ​ດັນ​ເພື່ອ​ສົ່ງ​ເສີມ​ປະຕິບັດ​ການ​ຕໍ່​ສູ້ທີ່​ປອດໄພ​ໃນ ນ່ານ​ຟ້າ​ ຊີ​ເຣຍ ທີ່ແອ​ອັດ​ຂຶ້ນ. ໂຄສົກ ທຳນຽບ ຫ້າ​ແ​ຈ ທ່ານ Peter Cook ​ໄດ້​ອະທິ​ບາຍການເຈ​ລະຈາວ່າ​ເປັນດັ່ງ​ກັບ “ມື​ອາຊີບ” ​ແລະ ​ໄດ້​ກ່າວ​ວ່າພວກ​ເຂົາ​ເຈົ້າ​ໄດ້​ເພັ່ງ​ເລັງ​ໃສ່ວິທີ​ດຳ​ເນີນ​ການ​ທາງ​ອາກາດ ​ທີ່​ປອດໄພ​ຢ່າງ​ສະ​ເພາະ​ເຈາະ​ຈົງ.

ບັນດາປະເທດທີ່ເຂົ້າຮ່ວມ ໃນການໂຈມຕີທາງອາກາດໃນ ຊີເຣຍ ແລະ ອີຣັກ.
ບັນດາປະເທດທີ່ເຂົ້າຮ່ວມ ໃນການໂຈມຕີທາງອາກາດໃນ ຊີເຣຍ ແລະ ອີຣັກ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊ​ຍ ​ໄດ້​ໃຊ້​ພາສາ​ທີ່​ຄ້າຍຄື​ກັນ​ເພື່ອ​ບັນ​ລະຍາຍ​ການ​ເຈລະຈາດັ່ງກ່າວ.

ເ​ຈົ້າໜ້າ​ທີ່ ສະຫະລັດ ​ໄດ້​ວິຈານ ຣັດ​ເຊຍ​ ຢ່າງແຮງ, ຫຼັງ​ຈາກ ມົສກູ ​ໄດ້​ໃຫ້ສັນຍານ​ເຕືອນ ທີ່​ບໍ່​ຊັດ​ເຈນ​ໃນວັນ​ທີ່ 30 ກັນ​ຍາ​ທີ່​ຜ່ານ​ມາ ພຽງ​ໜຶ່ງ​ຊົ່ວໂມງກ່ອນ​ພວກ​ເຂົາ​ເຈົ້າດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ ​ທຳ​ອິດ​ໃນ ຊີ​ເຣຍ ​ເພື່ອ​ສະໜັບສະໜູນ​ປະທານາທິບໍດີ Bashar al-Assad ທີ່ຖືກ​ໂຈມ​ຕີ.

ມົສກູ​ ອ້າງ​ວ່າ ການໂຈມ​ຕີ​ສ່ວນ​ໃຫຍ່​ແມ່ນ​ແນ​ໃສ່​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ, ​ແຕ່​ພວກ​ກຸ່ມ​ກະບົດ​ກ່າວ​ວ່າ ການ​ໂຈມ​ຕີ​ສ່ວນ​ໃຫຍ່​ແມ່ນ​ຖືກ​ພື້ນ​ທີ່ໆ​ບໍ່​ມີ​ພວກ​ຫົວຮຸນ​ແຮງ​ອາ​ໄສ​ຢູ່.

XS
SM
MD
LG