ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີໃສ່ໂຮງໝໍກາຊາ ເຮັດໃຫ້ເກີດການປະທ້ວງຢູ່ທົ່ວພາກ​ພື້ນ


ພວກປະທ້ວງປະທະກັບ ກຳລັງຮັກສາຄວາມປອດໄພເລບານອນ ວັນທີ 18 ຕຸລາ 2023 ຢູ່ນອກສະຖານທູດສະຫະລັດ ລະຫວ່າງການເດີນປະທ້ວງ
ພວກປະທ້ວງປະທະກັບ ກຳລັງຮັກສາຄວາມປອດໄພເລບານອນ ວັນທີ 18 ຕຸລາ 2023 ຢູ່ນອກສະຖານທູດສະຫະລັດ ລະຫວ່າງການເດີນປະທ້ວງ

ລະເບີດແຕກທີ່ຮ້າຍແຮງຢູ່ໂຮງໝໍໃນເຂດກາຊາ ໄດ້ເຮັດໃຫ້ມີການປະທ້ວງຢູ່ທົ່ວ ພາກ​ພື້ນ, ດ້ວຍການຖິ້ມໂທດຢ່າງກວ້າງ​ຂວາງ​ທີ່​ໄດ້​ເພັ່ງ​ເລັງໃສ່ ອິິສຣາແອລ ສຳ​ລັບ​ການ​ດຳ​ເນີນການໂຈມຕີ ທີ່ເຂົາ​ເຈົ້າ​ໄດ້ຖິ້ມໂທດໃສ່ພວກຫົວຮຸນແຮງຈາກ ກຸ່ມລັດ ຈີຮາດ ອິສລາມ, ອີງຕາມລາຍງານອົງການຂ່າວເອພີ.

ກຸ່ມ​ຫົວ​ຮຸນ​ແຮງ ເຮັ​ສບອ​ລ​ລາ ຂອງ​ເລ​ບາ​ນອນ ທີ່​ຖືກ​ໜູນຫຼັງ​ໂດຍ ອີຣ່ານ ໄດ້ ຮຽກຮ້ອງສຳ​ລັບ “ວັນ​ແຫ່ງ​ຄວາມໂກດແຄ້ນ” ໃນວັນພຸດວານນີ້ເພື່ອປະນາມ ການໂຈມຕີນັ້ນ.

ລຸນຫຼັງ​ເຫດ​ລະ​ເບີດ​ແຕກໃນວັນອັງຄານວານນີ້ ທີ່ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ທີ່​ຖືກ​ປະ​ຕິ​ບັດ​ການ​ໂດຍ​ກຸ່ມ​ຮາ​ມາ​ສ ໄດ້ກ່າວວ່າໄດ້ສັງຫານ 500 ຄົນນັ້ນ, ການປະ ທ້ວງກໍ​ໄດ້​ເກີດ​ຂຶ້ນ​ຢູ່ຫຼາຍ​ສະ​ຖານ​ທີ່​ໃນ​ປະ​ເທດ ເລບານອນ, ຮວມທັງຢູ່ສະຖານ ທູດຝຣັ່ງໃນນະຄອນຫຼວງ ເບຣຸດ ແລະສະຖານທູດສະຫະລັດຢູ່ນອກຕົວເມືອງ.

ພວກປະທ້ວງຍັງໄດ້ເຕົ້າໂຮມກັນຢູ່ນອກສະຖານທູດຂອງອິສຣາແອລໃນ​ປະ​ເທດເທີກີ ແລະຈໍແດນ ພ້ອມທັງສະຖານທູດອັງກິດ ແລະຝຣັ່ງ ໃນນະຄອນ ຫລວງຂອງອີຣ່ານ ແລະສະຖານທູດຝຣັ່ງໃນ ຕູນີເຊຍ.

ຢູ່ເຂດເວັສແບັ້ງ, ກອງກຳລັງ ປາແລັສໄຕນ໌ ໄດ້ໃຊ້ແກັສນໍ້າຕາເພື່ອຂັບໄລ່ພວກ ປະທ້ວງຜູ້ທີ່ໄດ້​ສະ​ແດງ​ຄວາມ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ​ຕໍ່​ອຳ​ນາດ​ການ​ປົກ​ຄອງ ປາແລັສໄຕນ໌ ປະທານາທິບໍດີ ທ່ານມາມູດ ອັບບັສ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG