ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການ​ຕໍ່​ສູ້​ກັນ​ຕາມ​ຖະ​ໜົນ​ຫົນ​ທາງ​ ຕ່າງໆ ໃນ​ເມືອງຊີວີ​ໂຣ​ໂດ​ແນັດ ຢູ່ພາກ ​ຕາ​ເວັນ​ອອກ​ຂອງຢູ​ເຄ​ຣນ


ທະ​ຫານ​ຂອງກອງທັບ​ຢູເຄຣນພາ​ກັນ​ຍ່າງ​ກາຍ​ຕຶກ​ຫລັງ​ນຶ່ງ​ທີ່​ຖືກ​ທຳ​ລາຍ​ຢ່າງ​ໜັກ ຍ້ອນ​ຖືກ​ຣັ​ດ​ເຊຍ​ຖິ້ມ​ລະ​ເບີດ​ໃສ່ໃນ​ເມືອງທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 28 ພຶດ​ສະ​ພາ, 2022.
ທະ​ຫານ​ຂອງກອງທັບ​ຢູເຄຣນພາ​ກັນ​ຍ່າງ​ກາຍ​ຕຶກ​ຫລັງ​ນຶ່ງ​ທີ່​ຖືກ​ທຳ​ລາຍ​ຢ່າງ​ໜັກ ຍ້ອນ​ຖືກ​ຣັ​ດ​ເຊຍ​ຖິ້ມ​ລະ​ເບີດ​ໃສ່ໃນ​ເມືອງທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 28 ພຶດ​ສະ​ພາ, 2022.

ກອງທັບ​ຢູເຄຣນ ​ແລະຣັດ​ເຊຍ ​ໄດ້​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ຢູ່​ໃນ​ເມືອງຊີວີ​ໂຣ​ໂດ​ແນັດ (Sievierodonetsk), ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ຢູ​ເຄຣນ ກ່າວ​ວ່າ ທະຫານຣັດ​ເຊຍ​ຍັງ​ມີ​ເຈດ​ຕະນາ​ທີ່​ຈະ​ຍຶດ​ເອົາ​ເມືອງຊາໂປຣິສເຊຍ (Zaporizhzhia), ​ທີ່​ສຳຄັນຢູ່ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້.

ສະຖານະການໃນ​ເມືອງຊີວີ​ໂຣ​ໂດ​ແນັດແມ່ນ "ປ່ຽນແປງ​ໄປ​ໃນ​ແຕ່​ລະຊົ່ວໂມງ," ອີງຕາມ ທ່ານ​ໂອ​ເລັກ​ຊັນ​ດາ ສຕ​ຣີ​ຢຸກ (Oleksandr Stryuk) ຫົວຫນ້າປົກ​ຄອງເມືອງດັ່ງ​ກ່າວ ທີ່ກ່າວ​ຜ່ານທາງໂທລະພາບ.

ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ກ່າວ​ວ່າ ກອງ​ກຳ​ລັງທະ​ຫານ​ຢູ​ເຄ​ຣນ​ມີ “ທຸກ​ໂອ​ກາດ” ທີ່​ຈະ​ຄວບ​ຄຸມເອົາ​ເມືອງດັ່ງ​ກ່າວ​ໄວ້​ໄດ້.

ການ​ປະ​ເມີນ​ຂອງ​ທ່ານ​ມີ​ຂຶ້ນ​ຫລັງ​ຈາກ​ຜູ້​ປົກຄອງ​ເຂດ​ລູ​ຮານ, ທ່ານ​ເຊີຣຮີ ແຮ​ເດ (Serhiy Haidai) ໄດ້ສະ​ແດງ​ອອກ​ມາຢູ​ເຄຣນ​ໄດ້​ສູນ​ເສຍ​ພື້ນ​ທີ່ໄປ​ແລ້ວ.

ທ່ານ​ແຮ​ເດກ່າວວ່າ "​ນັກປ້ອງ​ກັນຂອງພວກເຮົາສາມາດດໍາເນີນການ ໂຕ້ຕອບ ໄດ້ໃນໄລຍະເວລາທີ່ແນ່ນອນໃດ​ນຶ່ງ. ພວກເຂົາເຈົ້າປົດປ່ອຍເກືອບໄດ້ ຮອດ ເຄິ່ງນຶ່ງຂອງເມືອງແລ້ວ. ແຕ່ບັດ​ນີ້ສະຖານະການ ໄດ້ຮ້າຍແຮງຂຶ້ນເລັກ ນ້ອຍສໍາລັບ ພວກເຮົາອີກເທື່ອນຶ່ງ.”

ທັງ​ຣັດ​ເຊຍ​ແລະ​ຢູ​ເຄຣນ​ຕ່າງ​ກໍອ້າງ​ວ່າ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ກັນ​ແລະ​ກັນ.

ທ່ານເຊ​ເລັນ​ສ໌​ກີ ກ່າວຕໍ່ກອງປະຊຸມນັກຂ່າວໃນວັນຈັນວານນີ້ວ່າ ທະຫານຣັດ ເຊຍຍັງຕັ້ງໃຈທີ່ຈະຍຶດເອົາເມືອງຊາໂປຣິສເຊຍ (Zaporizhzhia) ໃນພາກຕາ ເວັນອອກສຽງໃຕ້ ເພື່ອເຮັດໃຫ້ພວກເຂົາກ້າວເຂົ້າໃກ້ກັບສູນກາງຂອງປະເທດ ໄດ້ຫລາຍ​ຂຶ້ນ.

ພາບ​ຖ່າຍ​ໃນ​ວັນ​ທີ 5 ມິ​ຖຸ​ນາ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວັນ​ກົ້ວ​ຂຶ້ນ​ຟ້າ ພາຍ​ຫລັງ​ມີ​ສຽງ​ລະ​ເບີດ​ແຕກ ທີ່​ກະ​ທົບ​ໃສ້​ນະ​ຄອນ​ຫລວງ​ກີ​ຢິ​ບ​ໃນ​ຕອນ​ເຊົ້າໆ.
ພາບ​ຖ່າຍ​ໃນ​ວັນ​ທີ 5 ມິ​ຖຸ​ນາ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ຄວັນ​ກົ້ວ​ຂຶ້ນ​ຟ້າ ພາຍ​ຫລັງ​ມີ​ສຽງ​ລະ​ເບີດ​ແຕກ ທີ່​ກະ​ທົບ​ໃສ້​ນະ​ຄອນ​ຫລວງ​ກີ​ຢິ​ບ​ໃນ​ຕອນ​ເຊົ້າໆ.

"ສັດຕູຕ້ອງການ ... ຍຶດເອົາເມືອງຊາໂປຣິສເຊຍ (Zaporizhzhia)” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຊ​ເລັນ​ສ໌​ກີ. ເມືອງດັ່ງກ່າວເປັນສູນກາງອຸດສາຫະກໍາທີ່ມີປະຊາກອນຫຼາຍກວ່າ 700,000 ຄົນກ່ອນສົງຄາມເກີດ​ຂຶ້ນ.

ຜູ້ນຳຂອງຢູເຄຣນກ່າວໃນວັນຈັນວານນີ້ວ່າ ທ່ານໄດ້ຮັບການຢືນຢັນຈາກນາຍົກລັດຖະມົນຕີອັງກິດ, ທ່ານບໍ​ຣິ​ສ ຈອນ​ສັນກ່ຽວກັບ “ຊຸດສະໜັບສະໜູນດ້ານ ການປ້ອງກັນຊາດທີ່ໄດ້​ຮັບ​ການປັບປຸງໃໝ່,” ແລະກ່າວວ່າທັງສອງທ່ານໄດ້ ປຶກສາຫາລື ກັນກ່ຽວກັບວິທີການປິດກັ້ນທ່າເຮືອຂອງຢູເຄຣນ ແລະ ຫຼີກລ່ຽງວິກິດການດ້ານສະບຽງອາຫານ.

ອັງກິດ​ປະກາດ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ຈະ​ສົ່ງ​ລະບົບ​ລູກ​ສອນ​ໄຟ M270 ທີ່​ສາມາດ​ຍິງ​ໄດ້​ເຖິງ 80 ກິ​ໂລ​ແມັດໄປ​ໃຫ້​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG