ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຜນທີ່ GPS ຂອງກິດຈະກຳ ການອອກກຳລັງກາຍ ສ້າງຄວາມເປັນຫ່ວງ ດ້ານຄວາມປອດໄພ ຕໍ່ກອງທັບ


ທະຫານ ສະຫະລັດ ຢືນເປັນລະບຽບໃນລະຫວ່າງພິທີ
ທາງທະຫານໃນເມືອງ ອິລເລິໄຊມ໌ "Illesheim," ປະເທດ ເຢຍຣະມັນ. 9 ມີນາ, 2017.
ທະຫານ ສະຫະລັດ ຢືນເປັນລະບຽບໃນລະຫວ່າງພິທີ ທາງທະຫານໃນເມືອງ ອິລເລິໄຊມ໌ "Illesheim," ປະເທດ ເຢຍຣະມັນ. 9 ມີນາ, 2017.

ກອງທັບ ສະຫະລັດ ກ່າວວ່າ ເຂົາເຈົ້າກຳລັງປະເມີນນະໂຍບາຍຂອງເຂົາເຈົ້າ ຫຼັງຈາກ
ແຜນທີ່ ກ່ຽວກັບ ກິດຈະກຳຄວາມແຂງແຮງຂອງຮ່າງກາຍໃນທົ່ວໂລກ ໄດ້ດຶງດູດຄວາມ
ສົນໃຈ ຕໍ່ອັນທີ່ອາດຈະແມ່ນຄວາມເປັນຫ່ວງດ້ານຄວາມປອດໄພ ກ່ຽວກັບ ທີ່ຕັ້ງຂອງ
ຖານທັບໃນຕ່າງປະເທດ ແລະ ການເຄື່ອນໄຫວຂອງພວກທະຫານ.

ບໍລິສັດ Strava ໄດ້ຜະລິດອັນທີ່ເຂົາເຈົ້າເອີ້ນວ່າ ແຜນທີ່ຄວາມຮ້ອນ ກ່ຽວກັບ ກິດຈະ
ກຳຂອງຜູ້ໃຊ້ໃນເດືອນພະຈິກທີ່ຜ່ານມາ ເຊິ່ງສະແດງໃຫ້ເຫັນເສັ້ນທາງທີ່ຜູ້ໃຊ້ຫຼາຍ
ລ້ານຄົນໄດ້ຍ່າງ, ແລ່ນ ແລະ ຂີ່ລົດຖີບ, ພ້ອມດ້ວຍເສັ້ນທາງທີ່ໃຊ້ຫຼາຍທີ່ສຸດ ເຊິ່ງສະ
ແດງໃຫ້ເຫັນວ່າ ເປັນສີທີ່ແຈ້ງກວ່າໝູ່. ບໍລິສັດນີ້ກ່າວວ່າ ເຂົາເຈົ້າໄດ້ປົດອອກ ກິດຈະ
ກຳຕ່າງໆທີ່ຜູ້ໃຊ້ ໄດ້ໝາຍໄວ້ວ່າເປັນຂອງສ່ວນຕົວ ຫຼື ບ່ອນທີ່ໄດ້ເກີດຂຶ້ນໃນບໍລິເວນ
ທີ່ປະຊາຊົນບໍ່ຢາກໃຫ້ມັນຖືກເປີດເຜີຍ.

ກິດຈະກຳຕ່າງໆໄດ້ຖືກຕິດຕາມ ດ້ວຍການໃຊ້ອຸປະກອນທີ່ສາມາດໃຊ້ລະບົບ GPS
ຈາກບໍລິສັດຜູ້ຜະລິດຄື Fitbit, Garmin ແລະ Polar, ແລະ ເຖິງແມ່ນວ່າ ຈະມີການ
ປົດກິດຈະກຳຕ່າງໆນັ້ນອອກກໍຕາມ, ບໍລິສັດ Strava ກໍກ່າວວ່າ ແຜນທີ່ຂອງເຂົາເຈົ້າ
ໄດ້ລວມເອົາກິດຈະກຳຕ່າງໆເຖິງ 1 ພັນລ້ານຄັ້ງ ລະຫວ່າງປີ 2015 ແລະ ເດືອນພະ
ຈິກ 2017.

ໜັງສືພິມ ວໍຊິງຕັນ ໂພສ໌ "Washington Post" ໄດ້ລາຍງານວ່າ ແຜນທີ່ຄວາມຮ້ອນ
ແລະ ເຫດຜົນຂອງເຂົາເຈົ້າ, ໄດ້ເນັ້ນເຖິງຂໍ້ຄວາມນຶ່ງ ໃນ Twitter ທີ່ຂຽນໂດຍນັກຮຽນ
ຊາວ ອອສເຕຣເລຍ ທ້າວ ເນທັນ ຮູເຊີ "Nathan Ruser" ຜູ້ທີ່ໄດ້ຂຽນຂໍ້ມູນເຊື່ອມຕໍ່
ໃສ່ເວັບໄຊທ໌ຂອງບໍລິສັດ Strava ໃນວັນເສົາທີ່ຜ່ານມາ.

ທ້າວ ຣູເຊີ ຂຽນວ່າ “ມັນເບິ່ງງາມດີ, ແຕ່ບໍ່ເປັນຕາຕື່ນເຕັ້ນ ສຳລັບຄວາມປອດໄພໃນ
ການໃຊ້ງານ. ຖານຕ່າງໆໃນ ສະຫະລັດ ແມ່ນສາມາດລະບຸໄດ້ ແລະ ວາດແຜນທີ່
ອອກໄດ້.”

ແຜນທີ່ດັ່ງກ່າວ ສະແດງໃຫ້ເຫັນເຖິງກິດຈະກຳສ່ວນໃຫຍ່ ໃນສະຖານທີ່ຕ່າງໆຄື
ສະຫະລັດ, ຢູໂຣບຕາເວັນຕົກ, ຍີ່ປຸ່ນ ແລະ ບຣາຊິລ. ໃນປະເທດ ອີຣັກ, ຊີເຣຍ ແລະ
ອັຟການິສຖານນັ້ນ, ກິດຈະກຳຕ່າງໆຈະສະແດງໃຫ້ເຫັນເປັນສີແຈ້ງ ສຳລັບພື້ນທີ່ໆ
ມືດ, ລວມມີ ສະຖານທີ່ຫຼາຍແຫ່ງ ບ່ອນທີ່ກອງທັບ ສະຫະລັດ ຮູ້ກັນດີວ່າ ມີຖານທີ່ຕັ້ງ
ຢູ່ ຫຼື ຍັງປະຕິບັດການຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG