ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດມີຄວາມເປັນຫ່ວງ ກ່ຽວກັບເຄື່ອງ ຫລິ້ນກິລາແອັປ ທີ່ບອກເຖິງຖານທີ່ຕັ້ງຂອງ ກອງທັບສະຫະລັດ


ໃນວັນທີ 1 ເດືອນມີນາ 2017 ຮູບພາບຟິຕບຣິຕ ທີ່ເປັນເຄື່ອງ ອຸບປະກອນໃໝ່ ສະແດງໃຫ້ເບິ່ງຢູ່ນະຄອນນິວຢອກ.
ໃນວັນທີ 1 ເດືອນມີນາ 2017 ຮູບພາບຟິຕບຣິຕ ທີ່ເປັນເຄື່ອງ ອຸບປະກອນໃໝ່ ສະແດງໃຫ້ເບິ່ງຢູ່ນະຄອນນິວຢອກ.

ການ​ຂັດ​ແຍ້​ງກ່ຽວ​ກັບ​ການ​ເກັບ​ກຳ​ຂໍ້​ມູນ​ຈາກ GPS ທີ່​ຊ່ວຍ​ເຄື່ອງ​ຫລິ້ນ​ກິລາ ​ແລະ​ເຜີຍ
​ແຜ່​ຢູ່ອອນ​ລາຍ ​ໃນ​ບາງ​ກໍລະນີ​ບອ​ກ​ເຖິງ​ກິດຈະການ​ທີ່​ເປັນ​ໄປ​ໄດ້ຢູ່​ຖານ​ທັບ​ກອງທັບ
ສະຫະລັດ​ໃນ​ບ່ອນຕ່າງໆ​ຄື​ດັ່ງ​ຊີ​ເຣຍ ​ແລະ​ອັຟກາ​ນິສຖານ ອາດ​ເປັນ​ການ​ພຽງເລີ້ມ​ຕົ້ນ
ຂອງ​ການ​ເພີ້ມບັນຫາທີ່​ບໍ່​ມີ​ມາ​ກ່ອນ​ຢູ່​ໃນ​ໂລກ ບ່ອນ​ທີ່​ຄົນ ​ແລະ​ເຄື່ອງ​ໃຊ້​ຕ່າງໆ​ຕິດ​ຕໍ່​
ເຂົ້າ​ກັບ​ອິນ​ເຕີ​ແນັດ.

ບັດ​ນີ້ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ຈິ​ມ ​ແມັດ​ຕິ​ສ ​ໄດ້​ສັ່ງ​ໃຫ້​ທົບທວນ
​ເຖິງ​ຄວາມປອດ​ໄພ ຕິດຕາ​ມາ​ດ້ວຍ​ຄວາມ​ເປັນ​ຫ່ວງອັນ​ທີ່​ຮ້ອງ​ວ່າ ​ແຜນທີ່​ຄວາມ​ຮ້ອນ
​ເຜີຍ​ແຜ່​ໂດຍ​ບໍລິສັດແອັປເຄື່ອງ​ກິລາ ສຕຣາວາ ທີ່​ສະ​ແດງ​ໃຫ້ເຫັນ​ສະຖານ​ທີ່ຕ່າງໆ ​
ແລະ​ກາ​ນເຄື່ອນ​ໄຫວທີ່​ເປັນ​ປົກກະຕິ​ຂອງ​ກຳລັງ​ທະຫານ​ຢູ່​ຕ່າງປະ​ເທດ.

ທຳນຽບຫ້າ​ແຈ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ພວກ​ເຮົາ​ເຫັນ​ບັນດາ
ເລື້ອງ​ດັ່ງກ່າວ​ນີ້ຮ້າຍ​ແຮງ ​ແລະ​ກຳລັງ​ທົບ​ທວນ​ສະຖານະ​ການ ​ເພື່ອ​ພິຈາລະນາ ຖ້າ​
ຫາກ​ວ່າມີ​ການ​ເຝິກ​ແອບ​ເພີ້​ມ​ເຕີມ ຫລືແນະນຳ​ທີ່​ຕ້ອງ​ການ.”

ຖະ​ແຫລ​ງການ​ກ່າວ​ຕໍ່​ໄປ​ວ່າ ຂໍ້​ສັງ​ເກ​ດ​ເພີ້​ມ​ເຕີມ​ວ່າການ​ເຝິກຊ້ອມ​ປະ​ຈຳປີຕໍ່​ທະຫານ
​ທັງ​ໝົດກ່າວ​ວ່າ “ຂໍ້ມູນ​ເຜີຍ​ແຜ່​ຫວ່າງ​ມໍ່ໆມາ​ນີ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ແກ່​ຄວາມ​ລະມັດລະວັງ​ສະຖານະ​ການ ​ເວລາ​ບັນດາ​ສະມາຊິກ​ຂອງ​ກອງທັບ​ແບ່ງ​ປັນຂໍ້​ມູນ​ສ່ວນ
​ໂຕ​. ສະ​ເໜີ​ໃຫ້ເປີ​ດ​ເຜີຍຈຳ​ກັດ​ເລື່ອງ​ສ່ວນ​ໂຕ​ຢູ່​ອິນ​ເຕີແນັດ ຮວມທັງ​ບັນຊີ​ສື່​ສັງຄົມ
​ສ່ວນ​ໂຕ.

ບໍ່​ເທົ່າ​ນັ້ນ ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ບໍ່​ແມ່ນ​ເລື່ອງ​ໃໝ່.

ຫລາຍໆຫ້ອງການທີ່​ສຳຄັນ​ຂອງ​ກອງທັບ​ສະຫະ​ລັດ ​ແລະ​ຫ້ອງການ​ສືບ​ລັບ​ແລ​ະທີ່​ຕັ້ງ
​ຕ່າງ​ໆ​ໄດ້​ຫ້າມ​ການ​ໃຊ້ອັນທີ່​ຮ້ອງ​ວ່າອຸບປະກອນ​ສະຫລຽວສະຫລາດຢູ່​ໃນ​ສະຖານ​ທີ່​
ຂອງເຂົາ​ເຈົ້າ ຮ່ວມທັງ​ໂທລະສັບ​ສະຫລາດ ​ແລະ GPS ທີ່​ຊ່ວຍ​ຕິດຕາມ​ການ​ຫລິ້ນກິ
ລາ​ຈາກ​ບໍລິສັດ​ຕ່າງໆຄື​ດັ່ງ ​ຟິຕບິຕ ກາມິນ ​ແລະໂພ​ລາ ຊຶ່ງ​ຊ່ວຍ ສຕຣາວາ ສ້າງ​ແຜນ
​ຄວາມ​ຮ້ອນ​ຢູ່​ທົ່ວ​ໂລກ ທີ່ບອ​ກ​ເຖິງ​ເສັ້ນທາງ​ທີ່ ນິຍົມ​ໃນ​ການ​ຍ່າງ ​ແລ່ນ ​ແລະ​ຂີ່​ລົດຖີບ
​ໃນ​ເດືອນ​ກຸມພາ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG