ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເດັກຊາຍ ໂຊມາເລຍ-ອາເມຣິກັນ ທີ່ລັກໜີ ພະຍາຍາມ ໄປຫາແມ່ ທີ່ ອາຟຣິກາ


ເສັ້ນທາງບິນ ທີ່ເດັກຊາຍ ໂຊມາເລຍ-ອາເມຣິກັນ ລັກໜີ
ເສັ້ນທາງບິນ ທີ່ເດັກຊາຍ ໂຊມາເລຍ-ອາເມຣິກັນ ລັກໜີ
ແມ່​ຂອງ​ເດັກຊາຍ​ອາ​ເມຣິກັນເຊື້ອສາຍໂຊ​ມາ​ເລຍ ຜູ້​ທີ່
​ລັກຂຶ້ນໄປ​ລີ້​ຢູ່​ໃນ​ບ່ອນ​ພັບ​ຕີນ​ເຮືອບິນ ທີ່​ບິນ​ຂ້າມ​ມະ
ຫາ​ສະມຸດ​ປາຊິ​ຟິກກ່າວ​ວ່າ ລູກ​ຊ​າຍຂອງ​ນາງພະຍາ
ຍາມ​ທີ່​ຈະ​ໄປຫາ​ນາງ ​ຢູ່ອາ​ຟຣິກາ.

ນາງ Ubah Mohamed Abdullahi ກ່າວວ່າ “ນາງຕື່ນ
​ຕົກ​ໃຈ​ທີ່​ສຸດ” ກ່ຽວ​ກັບເລື່ອງລູກ ​ຊາຍຂອງນາງ ແລະ
“ການ​ສ່ຽງ​ຊີວິດ​ຂອງລູກ​ຊາຍນາງ.”

​ໃນ​ການ​ໃຫ້ສຳພາດ​ກັບ ວີ​ໂອ​ເອ ພະ​ແນ​ກພາສາ​ໂຊ​ມາ
​ເລຍ ນາງ Abdullahi ກ່າວ​ວ່າລູກ​ຊາຍ​ຂອງ​ນາງ ທ້າວ
Yahya Abdi ຫາ​ກໍ່​ຊາບຫວ່າງ​ມໍ່ໆ​ນີ້​ວ່າ ນາງ​ຍັງ​ມີຊີວິດ​ຢູ່ ຫລັງ​ຈາກ​ຈາກ​ພໍ່​ຂອງ​ລາວ​
ບອກວ່າ ນາງ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ.

ບັນດາ​ນັກ​ສື​ບສວນສະຫະລັດ ກ່າວ​ວ່າ ​ໜຸ່ມນ້ອຍ​ອາຍຸ 16 ປີ ໄດ້ລັກ​ເຂົ້າ​ໄປໃນເດີ່ນ​
ຈອດ​ເຮືອບິນ​ ທີ່ນະຄອນ San Jose ລັດ California ​ແລະ​ໄດ້​ປີນ​ຂື້ນ​ໄປ​ລີ້​ຢູ່​ບ່ອນ​
ພັບຕີນ​ເຮືອບິນ ຂອງ​ສາຍ​ການບິນຮາວ​າຍ.

ບັນດາ​ຜູ້​ສືບສວນ​ກ່າວ​ວ່າ ລາວ​ໄດ້​ລອດ​ຊີວິດ​ມາໄດ້ ຈາກສະພາບ​ອຸນຫະ​ພູມ​ຕຳ່ ​
ແລະ​ອາກາດ​ຫາຍ​ໃຈ​ບໍ່ພຽງພໍ ​ໃນລະຫວ່າງຖ້ຽວບິນທີ່ໃຊ້​ເວລາບິນ​ຫ້າ​ຊົ່ວ​ໂມງ​ໄປ​
ຫາ​ລັດ​ຮາ​ວາຍ ບ່ອນ​ທີ່​ລາວຖືກ​ຈັບ ​ແລະ​ເຂົ້າ​ໂຮງໝໍ.

ນາງ Abdullahi ຜູ້​ທີ່ຢູ່ໃນ​ສູ​ນອົບ​ພະ​ຍົບ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ເອທິ​ໂອ​ເປຍ
ກ່າວ​ວ່າ ນາງ​ໄດ້​ຮ້ອງ​ໄຫ້ ​ແລະ​ຮູ້ສຶກ​ເສຍ​ໃຈ​ ເວລາ​ໄດ້​ຍິນຂ່າວກ່ຽວ​ກັບ​ເລື່ອງລູກ
​ຂອງ​ນາງ. ນາງ​ກ່າວ​ວ່າ ຫລາຍ​ຄົນ​ຢູ່ໃນ​ສູນ​ອົບ​ພະ​ຍົບ ​ໄດ້​ສະ​ເໜີ​ໃຫ້ການ​ສະໜັບ
ສະໜູນ​ແກ່​ນາງ.
XS
SM
MD
LG