ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະ​ດູ​ພາ​ຍຸ​ເຮີ​ຣິ​ເຄນ​ຢູ່​ມະ​ຫາ​ສະ​ໝຸດ ແອັດ​ແລນຕິກ ຄາດວ່າ ຈະມີພາຍຸ 23 ຫົວ ທີ່ມີ ‘ການເຄື່ອນໄຫວຮ້າຍແຮງ’


ແຟ້ມພາບ - ຍານາງ ທີນາງ ໂບຣເທີຕັນ ອາຍຸ 88 ປີ ເບິ່ງທຸລະກິດຂອງຍານາງທີ່ຍັງຫຼົງເຫຼືອ, ທີ່ເປັນ ໂຮງແຮມ ຊື່ວ່າ Tina's Dockside Inn, ຊຶ່ງໄດ້ຖືກທຳລາຍຢ່າງຮ້າບຄາບດ້ວຍພາຍຸເຮີຣິເຄນ ໄອດາເລຍ (Hurricane Idalia), ຂະນະທີ່ເຮືອນຂອງຍານາ ໂບຣເທີຕັນ ຢູ່ໃກ້ໆ, ໃນ ລັດຟລໍຣິດາ, ວັນທີ 1 ກັນຍາ 2023.
ແຟ້ມພາບ - ຍານາງ ທີນາງ ໂບຣເທີຕັນ ອາຍຸ 88 ປີ ເບິ່ງທຸລະກິດຂອງຍານາງທີ່ຍັງຫຼົງເຫຼືອ, ທີ່ເປັນ ໂຮງແຮມ ຊື່ວ່າ Tina's Dockside Inn, ຊຶ່ງໄດ້ຖືກທຳລາຍຢ່າງຮ້າບຄາບດ້ວຍພາຍຸເຮີຣິເຄນ ໄອດາເລຍ (Hurricane Idalia), ຂະນະທີ່ເຮືອນຂອງຍານາ ໂບຣເທີຕັນ ຢູ່ໃກ້ໆ, ໃນ ລັດຟລໍຣິດາ, ວັນທີ 1 ກັນຍາ 2023.

ລະ​ດູ​ພາ​ຍຸ​ເຮີ​ຣິ​ເຄນ​ຢູ່​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ ປີ 2024 ແມ່ນ​ຄາດ​ວ່າ​ ຈະ “ເກີດ​ຂຶ້ນ​ຢ່າງ​ຮຸນ​ແຮງ,” ບັນ​ດາ​ນັກພະ​ຍາ​ກອນ​ອາ​ກາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ໂຄ​ໂລ​ຣາ​ໂດ ໄດ້​ກ່າວ ​ໃນ​ວັນ​ພະ​ຫັດ​ວານນີ້.

ຈາກ​ພາ​ຍຸ 23 ຫົວ​ ທີ່​ຄາດ​ວ່າ​ຈະ​ເກີດ​ຂຶ້ນນັ້ນ, ພາ​ຍຸ​ເຮີ​ຣິ​ເຄນ 5 ຫົວ ຈາກ ທັງ​ໝົດ 11 ຫົວ ​ອາດ​ກາຍ​ເປັນ​ພາ​ຍຸ​ໃຫຍ່, ດ້ວຍ​ລົມ​ແຮງກວ່າ 178 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ການ​ຄາດ​ຄະ​ເນນີ້​ແມ່ນ​ສູງກວ່າອັດ​ຕາ​ສະ​ເລ່ຍ​ໃນ​ແຕ່​ລະ​ປີ​ຂອງ​ລະ​ດູ​ພາ​ຍຸ​ເຮ​ຣິ​ເຄນ, ເຊິ່ງ​ປົກ​ກະ​ຕິ ​ຈະ​ເກີດ​ພາ​ຍຸ 14 ຫົວ ​ທີ່​ມີ​ຄວາມ​ແຮງ​ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ.

ການ​ເພີ່ມ​ຂຶ້ນນີ້, ອີງ​ຕາມ​ມະ​ຫາ​ວິ​ທະ​ຍາ​ໄລ ​ລັດໂຄ​ໂລ​ຣາ​ໂດ, ແມ່​ນ​ຍ້ອນ​ອຸນ​ຫະ​ພູມ​ທີ່​ສູງ​ຂຶ້ນ​ໃນ​ມະ​ຫາ​ສະ​ໝຸດ ແລະ ສະ​ພາບ​ອາ​ກາດ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍ​ທີ່​ຈະ​ຢຸດ​ພາ​ຍຸໃນ​ເດືອນຕ່າງ​ໆ​ ໃນ​ລະ​ດູ​ຮ້ອນ ແລະ ລະ​ດູ​ໃບ​ໄມ້ຫຼົ່ນ.

ອີກ​ປັດ​ໄຈ​ນຶ່ງ​ກໍ​ແມ່ນ​ສະ​ພາບ​ອາ​ກາດ ແອ​ລ໌ ນິນ​ໂຍ ທີ່​ໃກ້​ຈະ​ສິ້ນ​ສຸດ​ລົງ, ເຊິ່ງ​ຈະ​ປ່ຽນ​ແປງ​ຄວາມ​ໄວ​ຂອງ​ລົມ ແລະ ທິດ​ທາງ​ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ​ຢູ່​ອ່າງ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ. ສະ​ພາບ​ອາ​ກາດ ລາ​ ນີ​ຍາ ທີ່​ຈະ​ມາ​ເຖິງນີ້​ ຈະ​ເຮັດ​ໃຫ້​ພາ​ຍຸ ໄຊ​ໂຄ​ລນ ພັດ​ທະ​ນາ​ເປັນ​ເມກ​ສູງ ແລະ ຄວາມ​ກົດ​ດັນ​ຕ່ຳ​ຢ່າງ​ແຮງ​ຢູ່​ໃຈ​ກາງ.

ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ໂຄ​ໂລ​ຣາ​ໂດ ກ່າວ​ວ່າ “ພວກ​ເຮົາ​ຄາດ​ຫວັງວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ເໜືອ​ລະ​ດັບ​ປົກ​ກະ​ຕິ​ ສຳ​ລັບ​ພາ​ຍຸ​ເຮີ​ຣິ​ເຄນ​ໃຫຍ່​ຈະ​ພັດ​ຂຶ້ນ​ຕາມ​ຊາຍ​ຝັ່ງ​ຂອງ ສະ​ຫະ​ລັດ ແລະ ໃນ​ທະ​ເລ​ຄາ​ຣິ​ບຽນ.”

ລາຍ​ງານຂອງການ​ພະ​ຍາ​ກອນ​ອາ​ກາດ​ ຍັງ​ໄດ້​ກ່າວ​ຢ້ຳ​ວ່າ​ ການ​ເພີ່ມ​ຂຶ້ນ​ໃນ​ອາຍ​ຮ້ອນ​ຂອງ​ໂລກ​ໃນ​ປີ​ທີ່​ຜ່ານ​ມາ ​ແມ່ນ​ສູງກວ່າ​ ການ​ອຸ່ນ​ຂຶ້ນ​ທີ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ສັງ​ເກດ​ການ​ ໃນ​ທົດ​ສະ​ວັດ​ແລ້ວນີ້. ນີ້​ອາດ​ມີ​ສ່ວນ​ຊ່ວຍ​ໃຫ້​ເກີດ​ຄວາມ​ສ່ຽງ​ທີ່​ໃຫຍ່ຫຼວງຂອງ​ສະ​ພາບ​ອາ​ກາດ​ຮຸນ​ແຮງ.

The 2024 Atlantic hurricane season is predicted to be "extremely active," weather forecasters at Colorado State University said Thursday.

Out of 23 projected storms, five of 11 total hurricanes could become major, with winds above 178 kph.

This estimate is above the yearly average hurricane season, which usually produces 14 named storms of varying degrees of intensity.

This uptick, according to CSU, is because of warm ocean temperatures and weather patterns that are less likely to break up the storms in the summer and fall months.

Another factor is the impending end to the El Niño weather pattern, which changes wind speeds and direction at different altitudes over the Atlantic basin. The incoming La Niña pattern enables cyclones to develop tall clouds and intense low-pressure centers.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG