ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພາຍຸເຂດຮ້ອນ ມຸ່ງໜ້າ ສູ່ເມັກຊິໂກ


ການເຄື່ອນໄວ ຂອງລົມພາຍຸເຂດຮ້ອນ ອັດລັນຕິກ ໃນວັນທີ 26 ມິຖຸນາ 2010
ການເຄື່ອນໄວ ຂອງລົມພາຍຸເຂດຮ້ອນ ອັດລັນຕິກ ໃນວັນທີ 26 ມິຖຸນາ 2010

ພວກນັກພະຍາກອນອາກາດ ຂອງສະຫະລັດ ກ່າວວ່າ ລະບົບລົມພາຍຸຫົວນຶ່ງ ໃນເຂດພາກຕາເວັນຕົກ ຂອງທະເລ ຄາຣິບບຽນ ພວມເພີ້ມທະວີ ຄວາມແຮງຂຶ້ນ ຂະນະທີ່ ພາຍຸຫົວນີ້ ເຄື່ອນເຂົ້າໄປໃກ້ໆ ບາງເຂດຂອງ ເມັກຊິໂກ ເບລິຊ ແລະຮອນດູຣັສ.

ສູນກາງ ລົມພາຍຸເຮີຣິເຄນ ແຫ່ງຊາດ ຂອງສະຫະລັດ ທີ່ນະຄອນໄມອາມີ ກ່າວໃນວັນເສົາມື້ນີ້ວ່າ ພາຍຸຄວາມກົດອາກາດຕໍ່າເຂດຮ້ອນ ຫົວທຳອິດ ຂອງລະດູ ລົມເຮີຣິເຄນ ໃນເຂດມະຫາສະມຸດ ອັດລັນຕິກ ປີ 2010 ກໍຄື ລົມພາຍຸເຂດຮ້ອນ ALEX ຊຶ່ງເວລານີ້ ມີລົມແຮງເຖິງ 65 ກິໂລແມັດ ຕໍ່ຊົ່ວໂມງ.

ສູນກາງ ລົມພາຍຸເຮີຣິເຄນ ຂອງສະຫະລັດ ເວົ້າວ່າ ໄດ້ມີການອອກຄຳເຕືອນ ກ່ຽວກັບ ລົມພາຍຸເຂດຮ້ອນ ຫົວນີ້ໄປແລ້ວ ສຳລັບ ບໍລິເວນ ແຄມຝັ່ງທະເລ ຂອງເບລິຊ ແລະບໍລິເວນ ແຄມຝັ່ງທະເລ ກໍ້າຕາເວັນອອກ ຂອງແຫຼມ YUCATAN ໃນເມັກຊິໂກ. ພວກນັກພະຍາກອນອາກາດ ເວົ້າວ່າ ລົມພາຍຸເຂດຮ້ອນ ALEX ຍັງຢູ່ໄກ ຈາກເມືອງເບລິຊ ປະມານ 350 ຫຼັກກິໂລແມັດ ແລະອາດພັດເຂົ້າຖະລົ່ມ ບໍລິເວນແຄມຝັ່ງທະເລ ໃນຕອນແລງ ຂອງວັນເສົາມື້ນີ້ ຫລືບໍ່ ກໍໃນຕອນເຊົ້າ ຂອງວັນອາທິດ ມື້ອື່ນ.

ພວກນັກພະຍາກອນອາກາດ ເວົ້າວ່າ ລົມພາຍຸເຂດຮ້ອນ ALEX ອາດຈະພາໃຫ້ ເກີດຝົນຕົກໜັກ ລະຫວ່າງ 10 ຫາ 20 ຊັງຕີແມັດ ຢູ່ໃນບາງເຂດ ຂອງເມັກຊິໂກ ເບລິຊ ແລະຮອນດູຣັສ ໂດຍທີ່ເຂດພູຜາ ບາງເຂດ ແມ່ນສ່ຽງຕໍ່ ການທີ່ຈະເກີດ ນໍ້າຖ້ວມສຸ ແລະດິນເຈື່ອນ.

XS
SM
MD
LG