ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

5 ຄົນ ເສຍຊີວິດ ຍ້ອນພາຍຸ ເຂດຮ້ອນ ຟຸງວົງ ທີ່ ຟິລິບປີນ (ສະໄລດ໌/ວີດີໂອ)


ຊາວຟິລິບປີນ ພາກັນຢ່າງລຸຍນຳ້ຖ້ວມ ຢູ່ຕາມຖະໜົນຫົນທາງ
ຊາວຟິລິບປີນ ພາກັນຢ່າງລຸຍນຳ້ຖ້ວມ ຢູ່ຕາມຖະໜົນຫົນທາງ

ລົມພາຍຸ​ເຂດ​ຮ້ອນຫົວນຶ່ງ ກຳລັງ​ມຸ້​ງໜ້າໄປ​ສູ່​ໄຕ້​ຫວັນ ຫລັງ​ຈາກ
​ໄດ້ລົບ​ກວນ​ການດຳລົງຊີວິດຂອງ​ຫລາຍ​ຮ້ອຍພັນ​ຄົນຢູ່​ໃນ​ຟິລິບ​
ປີນ ​ແລະ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ຫ້າ​ຄົນ​ເສຍ​ຊີວິດ.

ລົມພາຍຸ Fung-Wong ທີ່​ມີລົມ​ແຮງ​ເຖິງ 95 ກິ​ໂລ​ແມັດ​ຕໍ່​ຊົ່ວ
​ໂມງໄດ້ພັດ​ເຂົ້າ​ຖະຫລົ່ມ​ ພາກ​ເໜືອ​ຂອງ​ຟິລິບ​ປີນ ​ໃນ​ວັນ​ສຸກ​
ວານ​ນີ້ເຮັດໃຫ້ສາຍ​ໄຟຟ້າຂາດ ນຳ້ຖ້ວມ​ທົ່ງ​ນາ ​ແລະ​ຫລັງຄາ​
ຕຶກ​ອາຄານເພພັງ. ນຳ້ຖ້ວມ ​ໄດ້​ເຮັດ​ໃຫ້​ສ່ວນໃຫຍ່ ​ຂອງນະ
ຄອນຫລວງມະນີ​ລາເປັນອຳມະພາດ ໂດຍທີ່ລັດຖະບານໄດ້
ສັ່ງໃຫ້ປິດໂຮງການ​ ​ແລະລົບ​ກວນ​ການ​ຂົນສົ່ງ.

ບັນດາ​ໂຮງຮຽນກໍ​ພາກັນ​ປິດ ​ເປັນ​ມື້​ທີ​ສອງ​ ໃນ​ວັນ​ເສົາ​ມື້​ນີ້.

ອົງການພະຍາກອນ​ອາກາດແຫ່ງ​ຊາດ ທຳນາຍ​ວ່າ ລົມພາຍຸ Fung-Wong ຈະໄປ​ເຖິງໄຕ້​ຫວັນ ​ໃນ​ວັນ​ອາທິດ ​ມື້​ອື່ນນີ້.

PHILIPPINES WEATHER VO
please wait

No media source currently available

0:00 0:00:43 0:00

XS
SM
MD
LG