ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພາ​ຍຸຫຼາຍ​ຫົວ ໄດ້​ສັງ​ຫານ 11 ຄົນ ໃນ​ລັດພາກ​ໃຕ້ ຂອງ​ ສ​ຫລ ​ໃນ​ຂະ​ນະ​ທີ່ ພາ​ກ​ຕ​າ​ເວັນ​ອອກ ມີ​ອາ​ກາດ​ອົບ​ອຸ່ນ ຄ້າຍ​ລະ​ດູ​ບານ​ໃໝ່


ພາບ​ຖ່າຍນີ້ ໄດ້​ມາ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໃນ​ເມືອງ ບອ​ສ​ຊີ​ແອ​ຣ ​ແ​ພ​ຣີ​ສ (Bossier Parish) ລັດ​ລູ​ອີ​ຊີ​ອາ​ນາ, ​ສະ​ແດງ​ໃຫ້​ເຫັນ ລົດ​ງ່ຽງ​ຂ້າງ ພາຍ​ຫລັງ​ຈາກ​ພາ​ຍຸ​ຮ້າຍ​ແຮງ​ພັດທະ​ລົ່ມ​ ໃນ​ວັນ​ທີ 11 ມັງ​ກອນ 2020.
ພາບ​ຖ່າຍນີ້ ໄດ້​ມາ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໃນ​ເມືອງ ບອ​ສ​ຊີ​ແອ​ຣ ​ແ​ພ​ຣີ​ສ (Bossier Parish) ລັດ​ລູ​ອີ​ຊີ​ອາ​ນາ, ​ສະ​ແດງ​ໃຫ້​ເຫັນ ລົດ​ງ່ຽງ​ຂ້າງ ພາຍ​ຫລັງ​ຈາກ​ພາ​ຍຸ​ຮ້າຍ​ແຮງ​ພັດທະ​ລົ່ມ​ ໃນ​ວັນ​ທີ 11 ມັງ​ກອນ 2020.

ມັນ​ເບິ່ງ​ຄື​ກັບ​ເປັນ​ເດືອນ​ເມ​ສາ ຫຼາຍກວ່າ ແມ່ນ​ເດືອນ​ມັງ​ກອນ ໃນ​ທົ່ວ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ອອກ ຂອງ​ສະ​ຫະ​ລັດ ຫຼັງ​ຈາກ​ໄດ້​ມີ​ພາ​ຍຸ​ແບບ​ລະ​ດູ​ບານ​ໃໝ່​ທີ່ມີ​ພະ​ລັງຮ້າຍ​ແຮງ ໄດ້​ພັດ​ທະ​ລົ່ມຫຼາຍ​ລັດ ຕະຫຼອດ​ໄລ​ຍະ​ວັນ​ທ້າຍ​ສັບ​ປະ​ດາ​ທີ່​ຜ່ານ​ມານີ້ ໃນ​ຂະ​ນະ​ດຽວ​ກັນ ໃນ​ພາກ​ອື່ນໆ​ຂອງ​ສະ​ຫະ​ລັດ ກໍ​ໄດ້​ຮັບອາ​ກາດ​ທີ່​ອົບ​ອຸ່ນ​ເປັນ​ປະ​ຫວັດ​ການ ເຮັດ​ໃຫ້​ຜູ້​ຄົນ​ດີ​ອົກ​ດີ​ໃຈ.

ພາ​ຍຸລົມ​ໝຸນ ຫຼື ​ທໍ​ເນ​ໂດຫຼາຍ​ຫົວ ໄພນ້ຳ​ຖ້ວມ ແລະ​ພາ​ຍຸລົມ​ເຂດ​ຮ້ອນ ຫຼື ​ເຮີ​ຣິ​ເຄນ ໄດ້​ສັງ​ຫານ ຢ່າງ​ໜ້ອຍ 11 ຄົນ ໃນ​ລັດ​ເທັກ​ຊັດ ລັດ​ໂອກ​ລາ​ໂຮ​ມາ ລັດ​ລູ​ອີ​ຊີ​ອາ​ນາ ແລະ​ລັດ​ອາ​ລາ​ບາ​ມາ.

ປະ​ມານ 200,000 ຄົນ ຂາດ​ໄຟ​ຟ້າ​ໃຊ້ ໃນ​ວັນ​ອາ​ທິດ​ວານນີ້ ໃນ​ຂະ​ນະ​ທີ່​ພາ​ຍຸ​ແຮງ​ໄດ້​ພັດ​ສາຍ​ໄຟ​ຟ້າ​ລົງ ພິກ​ປີ້ນ​ລົດ​ຫຼາຍ​ຄັນ ແລະພັດ​ຕົ້ນ​ໄມ້ຫຼາຍ​ຕົ້ນ ​ຈົນຈີກ​ຂາດ​ເປັນ​ຕ່ອນ.

ລົມ​ພັດ​ແຮງ​ຢ່າງ​ຕໍ່​ເນື່ອງ ຍັງ​ໄດ້​ຕັດ​ໄຟ​ຟ້າ ຢູ່​ເລາ​ມະຕາມ​ເຂດ​ຊາຍ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ ໃນ​ຂະ​ນະ​ດຽວ​ກັນ ໄດ້ມີ​ການ​ເຕືອນ​ເຖິງ​ໄພ​ນ້ຳ​ຖ້ວມແຈ້ງ​ອອກ​ໄປ ໃນ​ວັນ​ອາ​ທິດ​ວານນີ້ ​ໃນ​ລັດ​ອື່ນໆ​ຢູ່ພາກ​ໃຕ້ຂອງ​ປະ​ເທດ.

ໃນ​ຂະ​ນະ​ດຽວ​ກັນ​ນັ້ນ ຫຼາຍ​ລ້ານ​ຄົນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ກໍ​ໄດ້​ເອົາເສື້ອ​ກັນໜາວ​ຂອງ​ພວກ​ເຂົາ​ເຈົ້າ​ໄປ​ແຂວນ​ໄວ້​ໃນ​ຕູ້​ເກັບ​ເຄື່ອງ ໃນ​ວັນ​ອາ​ທິດ​ວານນີ້ ຍ້ອນ​ວ່າ ມີ​ອາ​ກາດອົບ​ອຸ່ນທີ່ທຳ​ລາຍ​ສະ​ຖິ​ຕິ ຊຶ່ງ​ໄດ້​ເປັນ​ຂອງ​ຂວັນ​ແກ່ ພວກ​ນັກ​ແລ່ນ ພວກ​ນັກ​ຕີ​ກັອ​ຟ ແລະ​ເກືອບ​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ມັກ​ຢູ່ນອກ​ບ້ານ.

ມັນ​ມີ​ອຸນ​ຫະ​ພູມ 22 ເຊ​ລ​ສິດ​ສ໌ ຢູ່​ໃນ​ນະ​ຄອນບອ​ສ​ຕັນ ແລະ 20 ເຊ​ລ​ສິດ​ສ໌ ຢູ່​ໃນ​ສວນ​ໃຈ​ກາງ​ນະ​ຄອນ​ນິວຢອກ.

ບັນ​ດາ​ນັກ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ ກ່າວ​ວ່າ ຄວາມ​ຮຸນ​ແຮງ​ຂອງກະ​ແສ​ນ້ຳ​ທີ່​ວົນ​ວຽນ​ໃນ​ຂົ້ວ​ໂລກ ​ແລະ ອາ​ກາດ​ໜາວ​ເຢັນ​ໃນ​ລະ​ດັບຄວາມ​ສູງ ທີ່ອ້ອມ​ລ້ອມ​ໂດຍ​ລົມ​ຄວາມ​ແຮງ​ສູງ ນັ້ນ ໄດ້ເກັບ​ເອົາອາ​ກາດ​ເຢັນໄວ້​ຢູ່​ໃນ​ຂົ້ວ​ໂລກເໜືອ.

ແຕ່​ບັນ​ດາ​ນັກ​ພະ​ຍາ​ກອນ​ອາ​ກາດ ກ່າວ​ວ່າ ພາກ​ຕາ​ເວັນ​ອອກ ສາ​ມາດ​ຄາດ​ການ​ໄດ້​ວ່າ ຈະ​ມີອຸນ​ຫະ​ພູມໜາວ​ແບບ​ເດືອນ​ມັງ​ກອນ ຫຼາຍ​ຂຶ້ນ​ຕະຫຼອດ​ໄລ​ຍະ​ສັບ​ປະ​ດານີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG