ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພາຍຸ nor'easter ນໍາເອົາຫິມະ ມາສູ່ ພາກຕາເວັນອອກ ສຽງເໜືອ ສຫລ (ສະໄລດ໌)


ຫິມະໜາເກືອບຖ້ວມລົດ ທີ່ເມືອງ Dover ລັດ New Jersey
ຫິມະໜາເກືອບຖ້ວມລົດ ທີ່ເມືອງ Dover ລັດ New Jersey
ພາຍຸ​ທີ່​ມີ​ລັກສະນະ​ແບບ​ລົມພາຍຸລະດູ​ໜາວ ກໍາລັງສ້າ​ງຄວາມ​ເດືອດຮ້ອນ​ຢ່າງ​ໜັກ ແກ່​ປະຊາຊົນໃນ​ເຂດ​ລັດ​ຕ່າງໆທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດຄືລັດ New York, New Jersey ​ແລະ Connecticut ທັງ​ໆ​ທີ່ຍັງ​ພາກັນ​ດິ້ນຮົນ​ເພື່ອ​ກັບ​ຄືນ​ສູ່​ສະ ພາບ​ປົກກະຕິ​ຈາກ​ພາຍຸ​ Sandy ​ຊຶ່ງ​ເປັນ​ລົມພາຍຸ​ຂະ​ໜາດ​ແຮງ ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້​ກໍ​ຕາມ.

​ໃນ​ວັນ​ພຸດ​ວານ​ນີ້ ລົມພາຍຸ​ທີ່​ມີຊື່ວ່າ nor’easter ເຖິງ​ແມ່ນ​ບໍ່​ຮຸນແຮງ​ເທົ່າ​ກັບ​ພາຍຸ​ແຊ​ນດີກໍ​ຕາມ ​ແຕ່​ກໍ​ໄດ້​ນໍາ​ເອົາ​ຝົນ​ທີ່​ໜາວ​ເຢັນ​ເປັນ​ນໍ້າກ້ອນ ​ແລະ​ລົມ​ແຮງ ສູ່ເຂດ​ແຄມ​ຝັ່ງ​ທະ​ເລ​ ​ແລະພາ​ໃຫ້​ມີ​ຫິມະ​ໜາ ຕົກ​ຢູ່​ເຂດເລິກ​ເຂົ້າ​ໄປ​ຈາກ​ແຄມຝັ່ງ.

ພາຍຸ​ຫົວ​ໃໝ່​ນີ້ ​ໄດ້ເຮັດ​ໃຫ້​ບ້ານ​ເຮືອນຫຼາຍສິບ​ພັນ​ຄົນບໍ່​ມີ​ໄຟຟ້າ​ໃຊ້ ​ຊຶ່ງ​ຈຳ ນວນ​ດັ່ງກ່າວ​ນີ້​ແມ່ນ​ຕື່ມ​ໃສ່​ບ້ານ​ເຮື​ອນອີກຫຼາຍຮ້ອຍ​ຫຼັງ ທີ່​ຍັງ​ບໍ່​ມີ​ໄຟຟ້າ​ໃຊ້​ເທື່ອ ນັບ​ຕັ້ງ​ແຕ່ພາຍຸ​ແຊນ​ດີ ​ໄດ້​ເຮັດ​ໃຫ້​ສາຍ​ໄຟຟ້າຂາດ​ ເມື່ອ​ອາທິ​ດ ຜ່ານ​ມາ.

ພາຍຸ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ພຸດ​ວານ​ນີ້ ຍັງ​ໄດ້​ເຮັດ​ໃຫ້ການ​ບໍລິການ​ລົດ​ໄຟ​ນອກເຂດ​ນີວຢ໊ອກ ຕ້ອງ​ປິດ​ລົງ ​ແລະ​ໄດ້​ງົດ​ຖ້ຽວ​ບິນຈຳນວນ​ນຶ່ງ.

ຈາກ​ພາຍຸ​ສອງ​ຫົວ ທີ່ພັດຖະຫຼົ່ມລັດ​ຂອງ​ທ່ານ​ນັ້ນ ທ່ານ Chris Christie ຜູ້ປົກຄອງ​ລັດ New Jersey ​ເວົ້າ​ຕະຫຼົກອອກ​ມາ​ ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ດຽວ​ນີ້​ທ່ານ​ກໍາລັງ​ລໍຖ້າ ​ໃຫ້ ເກີດ​ມີຕັກ​ແຕນ​ລົງ​ມາ​ກິນ​ພືດ ​ແລະພະຍາດ​ລະບາດ​ຮ້າຍ​ແຮງ ​ຊຶ່ງ​ທ່ານ​ໝາຍ​ເຖິງໄພພິບັດ 2 ຢ່າງ ​ໃນ​ຄຳ​ພິ​ໄບ​ເບີ​ລນັ້ນ.

​ແຕ່​ວ່າ​ສະພາບ​ດິນ​ຟ້າ​ອາກາດ ບໍ່​ແມ່ນ​ເລຶ່ອງຕະຫຼົກຕໍ່​ຊາວ​ນີວຢ໊ອກອີກ​ແລ້ວ ທີ່​ພາກັນ​ກັງວົນ​ວ່າ ທໍາ​ມະ​ຊາດ​ຈະ​ບຽດບຽນ​ພວກ​ເຂົາ​ເຈົ້າຕື່ມ​ອີກ ຫຼືບໍ່.

XS
SM
MD
LG