ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸເຮີຣິເຄນອີສໄອອີອັສ ໄດ້ສັງຫານ 6 ຄົນ ຢູ່ເລາະຕາມແຄມຝັ່ງ ກໍ້າຕາເວັນອອກ ຂອງ ສຫລ


ເຈົ້າຄອງນະຄອນນິວຢອກ, ທ່ານ ບີລ ເດີ ບຣາຊີໂອ, ໂອ້ລົມກັບປະຊາຊົນກ່ຽວກັບຄວາມເສຍຫາຍທີ່ເກີດມາຈາກພາຍຸເຂດຮ້ອນອີສໄອອີອັສ ໃນວັນອັງຄານ, ທີ 4 ສິງຫາ 2020, ໃນເຂດເມືອງ ຄວີນສ໌ ຂອງລັດນິວຢອກ. (ພາບຖ່າຍໂດຍ AP Photo/Frank Franklin II)
ເຈົ້າຄອງນະຄອນນິວຢອກ, ທ່ານ ບີລ ເດີ ບຣາຊີໂອ, ໂອ້ລົມກັບປະຊາຊົນກ່ຽວກັບຄວາມເສຍຫາຍທີ່ເກີດມາຈາກພາຍຸເຂດຮ້ອນອີສໄອອີອັສ ໃນວັນອັງຄານ, ທີ 4 ສິງຫາ 2020, ໃນເຂດເມືອງ ຄວີນສ໌ ຂອງລັດນິວຢອກ. (ພາບຖ່າຍໂດຍ AP Photo/Frank Franklin II)

ພາຍຸຫົວນຶ່ງທີ່ໄດ້ພັດທະຫລົ່ມສະຫະລັດ ກໍຄື ພາຍຸເຮີຣິເຄນອີສໄອອີອັສ ແລະມັນໄດ້ສັງຫານ 6 ຄົນແລ້ວ ໃນຂະນະທີ່ມັນໄດ້ນຳເອົາລົມແຮງ ພ້ອມກັບຝົນ ຂຶ້ນໄປທາງແຄມຝັ່ງກ້ຳຕາເວັນອອກຂອງສະະລັດຢູ່ນັ້ນ ຄາດວ່າຈະຄ່ອຍໆສະຫຼາຍໄປໃນຕອນແລງວັນພຸດມື້ນີ້ ຫຼື ໃນຕອນເຊົ້າວັນພະຫັດມື້ອື່ນ ເມື່ອມັນເຄື່ອນຍ້າຍໄປເທິງເຂດພາກຕາເວັນອອກສຽງໃຕ້ຂອງການາດາ.

ກົມ​ບໍ​ລິ​ການ​ດ້ານ​ອາ​ກາດ​ແຫ່ງ​ຊາດ ໄດ້ກ່າວວ່າ ພາຍຸຫົວນີ້ ໄດ້ອ່ອນກຳລັງລົງເປັນພາຍຸລົມໝຸນພາຍຫຼັງຈາກເປັນພາຍຸເຂດຮ້ອນ ພາຍໃນຕອນແລງວັນອັງຄານວານນີ້.

ພວກນັກພະຍາກອນອາກາດ ຄາດໝາຍວ່າ ພາຍຸຈະນຳເອົານ້ຳຝົນໃນຈຳນວນປະມານ 2 ຫາ 7 ຊັງຕີແມັດ ຕົກລົງໃສ່ເຂດພາກຕາເວັນອອກສຽງໃຕ້ຂອງການາດາ ໃນຂະນະດຽວກັນ ລົມຂອງມັນນັ້ນ ຈະສືບຕໍ່ອ່ອນກຳລັງລົງເລື້ອຍໆ.

ພາຍຸ ອີຊາເອ້ຍສ໌ ໄດ້ພັດຂຶ້ນຝັ່ງ ໃນເຂດຊາຍຫາດ Ocean Isle Beach ຂອງລັດຄາໂຣໄລນາເໜືອ ໃນຕອນແລງວັນຈັນຜ່ານມາ ຊຶ່ງເປັນພາຍຸເຮີຣິເຄນ ລະດັບ 1 ແລະໄດ້ເຄື່ອນຍ້າຍຂຶ້ນໄປຕາມແຄມຝັ່ງກ້ຳຕາເວັນອອກຂອງສະຫະລັດຢ່າງວ່ອງໄວ ໂດຍສູນເສຍກຳລັງລົງໃນຂະນະທີ່ມັນເຄື່ອນເຂົ້າເທິງໜ້າດິນ ແຕ່ໄດ້ຈົ່ງໄວ້ແຕ່ຄວາມເສຍຫາຍ ເຊັ່ນວ່າ ນ້ຳຖ້ວມ ຕົ້ນໄມ້ຫຼາຍຕົ້ນລົ້ມ ແລະໄຟຟ້າດັບ.

ພາຍຸອີຊາເອ້ຍສ໌ ໄດ້ກໍ່ໃຫ້ເກີດພາຍຸລົມໝຸນຫຼື ທໍເນໂດ ທີ່ໄດ້ສັງຫານສອງຄົນຢູ່ໃນເມືອງ ວິນເຊີ ລັດໂຄໂຣໄລນາເໜືອ.

ແມ່ຍິງຄົນນຶ່ງໃນເມືອງເມັກການິກສວີລ ລັດແມຣີແລນ ໄດ້ເສຍຊີວິດເມື່ອຕົ້ນໄມ້ລົ້ມທັບລົດຂອງລາວ ແລະອີກຄົນນຶ່ງໄດ້ເສຍຊີວິດໃນນະຄອນນິວຢອກ ຢູ່ເຂດ ຄວີນສ໌ (Queens) ເມື່ອລົມໄດ້ພັດຕົ້ນໄມ້ລົ້ມລົງໃສ່ລົດຕູ້ຂອງຜູ້ກ່ຽວ. ງ່າໄມ້ຈາກຕົ້ນໄມ້ ຍັງໄດ້ສັງຫານຜູ້ນຶ່ງໃນລັດເດລາແວຣ ໃນຂະນະທີ່ ອີກຄົນນຶ່ງໄດ້ເສຍຊີວິດຢູ່ໃນລັດເພັນຊີລເວເນຍ ເມື່ອນ້ຳຝົນໄດ້ພັດເອົາລົບຂອງພວກເຂົາເຈົ້າໄປ ແລະລົງໄປໃນສາຍນ້ຳ.

ສ່ວນພາຍຸທໍເນໂດຫຼາຍຫົວ ຍັງໄດ້ຖືກລາຍງານຢູ່ໃນລັດເດລາແວຣ ແມຣີແລນ ນິວເຈີຊີ ແລະເວີຈີເນຍ. ພວກເດັກນ້ອຍຈຳນວນນຶ່ງ ໄດ້ຮັບບາດເຈັບເລັກນ້ອຍ ເມື່ອລົມແຮງໄດ້ພັດຫລັງຄາເຮືອນອອກ ຢູ່ສະຖານທີ່ເບິ່ງແຍງເດັກນ້ອຍໃນນະຄອນຟີລາແດວເຟຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG