ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາ​ຍຸ ເຊຍ​ຣານ ພັດ​ຖະຫຼົ່ມ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ, ເຮັດ​ໃຫ້ຫຼາຍ​ລ້ານ​ຄົນ​ບໍ່​ມີ​ໄຟ​ຟ້າ​ໃຊ້


ຄື້ນ​ທະ​ເລ​ຕຳ​ເຂົ້າ​ໃສ່​ກຳ​ແພງ​ອ່າ​ວ​ທ່າ​ເຮືອໃນ​ເມືອງ ນິວ​ເຮ​ເວັນ, ພາກ​ໃຕ້​ຂອງ ອັງ​ກິດ, 2 ພະ​ຈິກ 2023.
ຄື້ນ​ທະ​ເລ​ຕຳ​ເຂົ້າ​ໃສ່​ກຳ​ແພງ​ອ່າ​ວ​ທ່າ​ເຮືອໃນ​ເມືອງ ນິວ​ເຮ​ເວັນ, ພາກ​ໃຕ້​ຂອງ ອັງ​ກິດ, 2 ພະ​ຈິກ 2023.

ລົມ​ແຮ​ງ​ທີ່​ທຳ​ລາຍ​ສະ​ຖິ​ຕິ​ໃນ ຝ​ຣັ່ງ ແລະ ທົ່ວຫຼາຍ​ພື້ນ​ທີ່​ຂອງ​ຢູ​ໂຣບ​ຕາ​ເວັນ​ຕົກ ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 7 ຄົນ​ເສຍ​ຊີ​ວິດ ແລະ ຄົນ​ອື່ນໆ​ບາດ​ເຈັບ ໃນ​ຂະ​ນະ​ທີ່​ພາ​ຍຸ ເຊຍ​ຣານ (Ciaran) ພັດ​ຜ່ານ​ທະ​ວີບ​ດັ່ງ​ກ່າວ​ ໃນ​ວັນ​ພະ​ຫັດ​ວານນີ້. ພາ​ຍຸ​ນັ້ນ ​ໄດ້​ທຳ​ລາຍ​ເຮືອນຫຼາຍຫຼັງ, ສົ່ງຜົນເຮັດໃຫ້ການ​ເດີນ​ທາງ​ເກີດ​ຄວາມ​ວຸ້ນ​ວາຍ ແລະ ໄຟ​ຟ້າ​ມອດໃນ​ບ້ານ​ຂອງຫຼາຍ​ໆຄົນ.

ລົມ​ທີ່​ມີ​ຄວາມ​ແຮງກວ່າ 180 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ໄດ້​ພັດ​ເຂົ້າ​ຊາຍ​ຝັ່ງກ້ຳ​ເໜືອ​ສຸດ​ຂອງ​ປະ​ເທດ ຝ​ຣັ່ງ, ເຮັດ​ໃຫ້​ຕົ້ນ​ໄມ້​ລົ້ມ ແລະ ພັດແກ້ວ​ປ່ອງ​ຢ້ຽມ​ຈຳ​ນວນຫຼາຍ​ແຕກ. ຄື້ນ​ທະ​ເລ​ຂະ​ໜາດ​ໃຫຍ່​ໄດ້​ກະ​ທົບ​ໃສ່​ທ່າ​ເຮືອ ແລະ ຊ​າຍ​ຝັ່ງ, ໃນ​ຂະ​ນະ​ທີ່​ລົມ​ນັ້ນ ​ໄດ້​ເຮັດ​ໃຫ້​ປ້າຍ​ຢູ່​ຕາມ​ຖະ​ໜົນ​ລົ້ມ​ຈົນ​ແປນ ແລະ ພັດ​ເອົາຫຼັງ​ຄາ​ເຮືອນ​ອອກ. ຕົ້ນ​ໄມ້​ທີ່​ລົ້ມ​ໄດ້​ກີດ​ກັນ​ຖະ​ໜົນ​ໃນ​ທົ່ວ​ພາກ​ຕາ​ເວັນ​ຕົກ​ຂອງ ຝ​ຣັ່ງ.

ຄົນ​ຂັບ​ລົດ​ບັນ​ທຸກ​ໄດ້​ເສຍ​ຊີ​ວິດ​ເວ​ລາ​ທີ່​ລົດ​ຂອງ​ລາວ​ຖືກ​ຕົ້ນ​ໄມ້​ລົ້ມ​ທັບ​ໃນ​ພາກ​ພື້ນ ເອນນ໌ (Aisne) ຂອງ​ຝ​ຣັ່ງ, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ ທ່ານ ເຄຼມັອງ ໂບນ. ໃນ​ຂະ​ນະ​ດຽວ​ກັນ, ຜູ້​ຊາຍ​ອາ​ຍຸ 70 ປີ​ຢູ່​ເມືອງ ເລີ ອາ​ຟຣ໌ (Le Havre), ຢູ່ພາກ​ພື້ນ ນອກ​ມັງ​ດີ (Normanday), ໄດ້ມີຜູ້​ເສຍ​ຊີ​ວິດ​ຍ້ອນ​ຕົກ​ຈາກ​ລະ​ບຽງ​ເຮືອນ​ຂອງ​ລາວ. ສື່ມວນ​ຊົນ​ພາຍ​ໃນ​ທ້ອງ​ຖິ່ນ
ຝ​ຣັ່ງ​ສ​ເບຼ (FranceBleu) ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ຜູ້​ພິ​ພາກ​ສາ​ຄົນ​ນຶ່ງວ່າ ມັນ​ປາ​ກົດ​ວ່າ ​ຜູ້​ຊາຍ​ຄົນ​ດັ່ງ​ກ່າວ​ໄດ້​ປິດ​ປະ​ຕູ​ຂອງ​ລາວໃສ່​ລົມ​ ລາວຈຶ່ງ​ໄດ້​ຕົກ​ລົງ. ຢ່າງ​ໜ້ອຍ 16 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ ຝ​ຣັ່ງ, 7 ຄົນ​ໃນ​ນັ້ນ​ເປັນ​ພະ​ນັກ​ງານ​ສຸກ​ເສີນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG