ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸລະດູໜາວ ພັດຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ສະຫະລັດ


ນາງ ແຄັສຊີ ປີເຕີສັນ ຍ່າງຜ່າລົມ ໃນພະຍຸຫິມະ ຄັ້ງຫຼ້າສຸດໃນເມືອງ ພອດແລນ, ລັດເມນ. 13 ມີນາ, 2018.
ນາງ ແຄັສຊີ ປີເຕີສັນ ຍ່າງຜ່າລົມ ໃນພະຍຸຫິມະ ຄັ້ງຫຼ້າສຸດໃນເມືອງ ພອດແລນ, ລັດເມນ. 13 ມີນາ, 2018.

ພາຍຸໃຫຍ່ລະດູໜາວຫົວທີສາມ ໃນຮອບສອງສັບປະດາ ໄດ້ພັດເຂົ້າຖະຫຼົ່ມ ພາກຕາ
ເວັນອອກສຽງເໜືອ ຂອງ ສະຫະລັດ, ເຊິ່ງເຮັດໃຫ້ເຮືອນຊານ ແລະ ສະຖານທີ່ທຸລະ
ກິດຫຼາຍກວ່າ 260,000 ຫຼັງ ໃນພາກຕາເວັນອອກ ຂອງລັດ ແມັສຊາຈູແຊັສ ຕົກຢູ່ໃນ
ຄວາມມືດ.

ບັນດານັກອຸຕຸນິຍົມວິທະຍາ ຢືນຢັນວ່າ ໄດ້ເກີດພາຍຸຫິມະ ທີ່ເມືອງ ນິວພອດ “New
Port” ລັດ ໂຣດ ໄອແລນ “Rhode Island” ແລະ ນະຄອນ ບອສຕັນ ແລະ ພາກ
ສ່ວນອື່ນໆຂອງລັດ ແມັສຊາຈູແຊັສ ໃນວັນອັງຄານວານນີ້. ຄຳເຕືອນ ກ່ຽວກັບ ລົມ
ພາຍຸຫິມະແມ່ນໄດ້ຖືກປະກາດ ສຳລັບລັດ ເມນ ແລະ ລັດ ນິວແຮມເຊີ.

ສ່ວນທີ່ເຫລືອຂອງເຂດ ນິວ ອິງແລນ “New England” ກໍໄດ້ມີການປະກາດເຕືອນ
ກ່ຽວກັບພາຍຸລະດູໜາວຫົວນີ້, ໃນຂະນະທີ່ຄຳເຕືອນໃຫ້ ລະມັດລະວັງ ກ່ຽວກັບສະ
ພາບອາກາດລະດູໜາວແມ່ນໄດ້ຖືກປະກາດ ສຳລັບພື້ນທີ່ສ່ວນໃຫຍ່ຂອງລັດ ນິວ
ຢອກ ແລະ ຫຼາຍພາກສ່ວນຂອງລັດ ນິວ ເຈີຊີ, ລັດເວີຈີເນຍຕາເວັນຕົກ ແລະ ລັດ
ຄາໂຣໄລນາເໜືອ.

ພາຍຸດັ່ງກ່າວ ເຊິ່ງແມ່ນພາຍຸລະດູໜາວ ນໍອີສເທີ ຫົວທີສາມ ທີ່ໄດ້ພັດເຂົ້າຖະຫຼົ່ມພາກ
ຕາເວັນອອກສຽງເໜືອຂອງ ສະຫະລັດ ໃນເດືອນນີ້, ເຊິ່ງຄາດວ່າຈະແກ່ຍາວຕະຫຼອດ
ວັນອັງຄານວານນີ້, ໄດ້ສ້າງຄວາມລົບກວນໃຫ້ແກ່ຖະໜົນ ແລະ ການສັນຈອນທາງ
ອາກາດ. ສາຍການບິນທັງຫຼາຍ ໄດ້ຍົກເລີກຖ້ຽວບິນພາຍໃນ ສະຫະລັດ ຫຼາຍກວ່າ
1,900 ຖ້ຽວໃນວັນອັງຄານວານນີ້, ສ່ວນໃຫຍ່ແມ່ນຖ້ຽວບິນເຂົ້າ ແລະ ອອກຈາກສະ
ໜາມບິນສາກົນ ໂລແກັນ “Logan” ຂອງນະຄອນ ບອສຕັນ, ອີງຕາມບໍລິສັດ
FlightAware ເຊິ່ງແມ່ນບໍລິສັດ ຕິດຕາມສາຍການ ບິນ. ຖ້ຽວບິນຫຼາຍກວ່າ 180 ຖ້ຽວ
ໄດ້ຖືກຍົກເລີກຢູ່ສະໜາມບິນ ລາກາເດຍ “LaGuardia” ໃນນະຄອນ ນິວຢອກ.

ລົດໄຟ ແອມແທຣັກ ກໍໄດ້ຍົກເລີກການບໍລິການໃນພາກຕາເວັນອອກສຽງເໜືອ ລະ
ຫວ່າງນະຄອນ ບອສຕັນ ແລະ ນິວຢອກ.

ພາຍຸຫິມະເຂດຕາເວັນອອກສຽງເໜືອຫົວທຳອິດ ທີ່ພັດເຂົ້າໃນຂົງເຂດດັ່ງກ່າວ ໄດ້ເຮັດ
ໃຫ້ໄຟຟ້າມອດ ໃນເຮືອນຊານຂອງປະຊາຊົນປະມານ 2 ລ້ານ 7 ແສນຄົນ ແຕ່ລັດ ເມນ
ຫາ ລັດ ໂອໄຮໂອ ແລະ ໄດ້ເຮັດ ໃຫ້ປະຊາຊົນ 8 ຄົນ ເສຍຊີວິດ ໃນວັນທີ 2 ມີນາທີ່
ຜ່ານມາ. 5 ວັນຫຼັງຈາກນັ້ນ, ພະຍຸຫົວທີສອງກໍໄດ້ພັດເຂົ້າຖະຫຼົ່ມ ໃນຂົງເຂດທີ່ກຳລັງ
ພະຍາຍາມຟື້ນຕົວຄືນຢູ່ນັ້ນອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG