ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

10 ຂ່າວ​ເດ່​ນ​ແຫ່ງ​ປີ 2010 ຂອງ​ອົງການ​ຂ່າວ​ເອພີ


ພວກຍາມຝັ່ງທະເລຂອງສະຫະລັດໄດ້ດໍາເນີນຄວາມພະຍາຍາມໃນການທີ່ຈະຄວບຄຸມສະຖານະການຮົ່ວໄຫລ ຂອງນໍ້າມັນໃນອ່າວເມັກຊິກໂກ ໃນເດືອນພະຈິກ ດ້ວຍການຈູດເຜົານໍ້າມັນທີ່ລອຍຢູ່ເທິງໜ້ານໍ້າໃຫ້ໝົດໄປ.
ພວກຍາມຝັ່ງທະເລຂອງສະຫະລັດໄດ້ດໍາເນີນຄວາມພະຍາຍາມໃນການທີ່ຈະຄວບຄຸມສະຖານະການຮົ່ວໄຫລ ຂອງນໍ້າມັນໃນອ່າວເມັກຊິກໂກ ໃນເດືອນພະຈິກ ດ້ວຍການຈູດເຜົານໍ້າມັນທີ່ລອຍຢູ່ເທິງໜ້ານໍ້າໃຫ້ໝົດໄປ.

ໃນທ້າຍປີຂອງທຸກໆປີ ອົງ​ການຂ່າວ Associated Press ຫລື AP ພິມເຜີຍແຜ່ລາຍຊື່ ລວບ​ລວມຂ່າວ​ເດ່​ນທີ່ສຸດ 10 ເລື້ອງໃນປີນັ້ນໆ ອີງ​ຕາ​ມຄວາມ​ເຫັນ​ຂອງພວກບັນນາທິການ ແລະຫົວໜ້າອໍານວຍການຂ່າວຊາວ​ອາ​ເມຣິກັນ​ທັງຫລາຍ ທີ່​ຖືກ​ຮ້ອງ​ຂໍ​ໃຫ້ລົງຄະແນນສຽງ ເລືອກເອົາຂ່າວຕ່າງໆ ທີ່ພວກເຂົາເຈົ້າຄິດວ່າເປັນເລື້ອງສໍາຄັນທີ່​ສຸດປະ​ຈໍາປີ. 10 ຂ່າວເດ່​ນ ແຫ່ງ​ປີ 2010 ຂອງ​ອົງການ​ຂ່າວ​ເອພີມີດັ່ງຕໍ່ໄປນີ້.

ໃນປີ 2010 ທີ່ຜ່ານມານີ້ ຂ່າວທີ່ໄດ້ຮັບຄະແນນສຽງ
ຫລາຍກວ່າໝູ່ ແມ່ນຂ່າວການຮົ່ວໄຫລຂອງນໍ້າມັນ
ຄັ້ງໃຫຍ່ທີ່ອ່າວ​ເມັກຊິໂກ. ຖານ​ເຈາະບໍ່ນໍ້າມັນຢູ່​ກາງ
ທະ​ເລຂອງບໍລິສັດ BP ຂອງ​ອັງກິດໄດ້ລະເບີດຂຶ້ນ
ໃນເດືອນເມສາ ເຮັດໃຫ້ຄົນ​ງານ 11 ຄົນເສຍຊີວິດ.
ມີນໍ້າມັນເກືອບຮອດ 5 ລ້ານຖັງ ໄຫລອອກມາໃສ່
ອ່າວທະເລນັ້ນ ຈົນຮອດກາງເດືອນກໍລະກົດ ຈຶ່ງ​ສາ
ມາດຢຸດການ​ຮົ່ວ​ໄຫລ​ຂອງ​ນໍ້າມັນ​ໄວ້​ໄດ້. ບໍລິສັດ BP
ໄດ້ຕົກລົງທີ່ຈະຈັດງົບປະມານໄວ້​ໃຫ້ 20 ພັນລ້ານ
ໂດລາ ເພື່ອໃຊ້ຈ່າຍໃນການຖືກຟ້ອງຮ້ອງ ແລະຈ່າຍ
ຄ່າເສຍຫາຍໃຫ້ແກ່ຜູ້ຄົນທີ່ເຮັດວຽກໃນຂະແໜງການປະມົງ ແລະ ອຸດສະຫະກໍາທ່ອງທ່ຽວ.

ອົງການຂ່າວ AP ເວົ້າວ່າ ຂ່າວສໍາຄັນອັນທີສອງ
ແມ່ນການປະຕິຮູບລະບົບ​ການ​ປິ່ນປົວ​ສຸຂະພາບ ຢູ່
ໃນສະຫະລັດ. ທ່ານປະທານາທິບໍດີ​ໂອ​ບາ​ມາ ໄດ້ຮັບໄຊຊະນະທາງການເມືອງອັນໃຫຍ່
ຫລວງ ​ເວລາລັດຖະສະພາສະຫະລັດ ຮັບ​ຜ່ານແຜນການປະຕິຮູບການ​ປະກັນໄພສຸຂະ
ພາບຂອງທ່ານ ຊຶ່ງໃນຫລາຍໆສິ່ງຫລາຍຢ່າງນັ້ນ ແຜນປະຕິຮູບທີ່​ວ່ານີ້ຈະໄດ້ໃຫ້ການ
ປະກັນໄພສຸຂະພາບ ແກ່ຄົນອາເມຣິກັນ 32 ລ້ານຄົນທີ່ບໍ່ມີປະກັນໄພຢູ່ໃນປັດຈຸບັນນີ້. ແຕ່ວ່າພວກສະມາຊິກພັກຣີພັບບລິກັນ​ໃນ ລັດຖະສະພາຫລາຍ​ຄົນ ຄັດຄ້ານຕໍ່ກົດໝາຍ
ສະບັບ​ນີ້ ແລະຢາກຍົກເລີກຫລາຍໆພາກສ່ວນຂອງແຜນປະຕິຮູບນັ້ນ.

ການເລືອກຕັ້ງຂອງລັດຖະສະພາ ສະຫະລັດໃນເດືອນພະຈິກ, ປີ 2010
ການເລືອກຕັ້ງຂອງລັດຖະສະພາ ສະຫະລັດໃນເດືອນພະຈິກ, ປີ 2010

ການເລືອກຕັ້ງລັດຖະສະພາກາງ​ສະ​ໄໝ​ການ
ດໍາລົງ​ຕໍາແໜ່ງຂອງປະທານາທິບໍດີໃນເດືອນ
ພະຈິກຜ່ານມານັ້ນ ກໍເປັນຂ່າວໃຫຍ່ອີກ​ເລື້ອງ
ນຶ່ງ. ພັກຣີພັບບລິກັນຝ່າຍ​ຄ້ານ​ໄດ້​ຮັບ​ໄຊຊະ
ນະ​ຢ່າງ​ຫລວງຫລາຍ ​ແລະກາຍເປັນພັກທີ່
ກໍາ​ສຽງ​ສ່ວນ​ຫລາຍໃນສະພາຕໍ່າ. ແຕ່ວ່າ
ພັກ​ເດໂມແກຣດກໍ​ສາມາດຮັກສາຕໍາ​ແໜ່​ງ
ພັກສຽງສ່ວນຫລາຍ ຢູ່ໃນສະພາສູງ​ໄວ້​ໄດ້.

ເລື້ອງເສດຖະກິດຂອງອາເມຣິກາກໍເປັນຂ່າວໃຫຍ່ອີກເລື້ອງນຶ່ງ. ພວກນັກເສດຖະສາດໄດ້
ລາຍງານໃນປີ 2010 ວ່າສະພາບເສດຖະກິດຕົກ​ຕໍ່າ​ຢ່າງຮ້າຍແຮງທີ່ສຸດນັບແຕ່ຊຸມປີ 1930 ເປັນຕົ້ນມານັ້ນໄດ້ສິ້ນສຸດລົງແລ້ວ. ມາ​ຮອດ​ທ້າຍ​ປີພວກຊາວອາເມຣິກັນພາກັນເລີ້ມຈັບຈ່າຍ
ໃຊ້ສອຍເງີນຫລາຍຂຶ້ນ. ແຕ່ວ່າອັດຕາການຫວ່າງງານກໍຍັງຢູ່ໃນລະດັບສູງກວ່າ 9% ຢູ່.

ພວກຖືກເຄາະຮ້າຍທີ່ລອດຊີວິດຈາກຜົນ ກະທົບຂອງແຜ່ນດິນໄຫວຄັ້ງໃຫຍ່ໃນ ເດືອນມັງກອນ 2010 ທີ່ເຮຕິ
ພວກຖືກເຄາະຮ້າຍທີ່ລອດຊີວິດຈາກຜົນ ກະທົບຂອງແຜ່ນດິນໄຫວຄັ້ງໃຫຍ່ໃນ ເດືອນມັງກອນ 2010 ທີ່ເຮຕິ

ໃນເດືອນມັງກອນຂອງປີ 2010 ນັ້ນ
ແຜ່ນດິນໄຫວຄັ້ງ​ຮ້າຍ​ແຮງ​ໄດ້​ປະ​ທະ
ປະເທດເຮຕີ ເຮັດໃຫ້ຄົນເສຍຊີວິດຢ່າງ
ໜ້ອຍ 230 ພັນຄົນ ແລະອີກຫລາຍ
ລ້ານຄົນ ບໍ່ມີບ້ານຢູ່ອາໃສ. ​ໂຣຄາ ພະຍາດແລະບັນຫາອື່ນໆໄດ້ເຮັດໃຫ້
ການດຳເນີນຄວາມພະຍາຍາມສ້າງ
ແປງປະເທດຄືນ​ໃໝ່​ນັ້ນ ເປັນໄປຢ່າງ
ຊັກຊ້າ.

ຂ່າວສຳຄັນອີກເລື້ອງນຶ່ງກໍຄື ​ເລື້ອງ​ຂະ
ບວນການ ພັກນໍ້າຊາ ຫລື Tea Party
ຢູ່ໃນສະຫະລັດ. ພັກ Tea Party ສະ
ໜັບສະໜູນລັດຖະບານທີ່ມີອໍານາດຈໍາກັດ,
ມີການໃຊ້ຈ່າຍຂອງລັດຖະບານກາງໜ້ອຍກວ່າເກົ່າ ແລະຫລຸດພາສີໃຫ້ຕໍ່າລົງກວ່າເກົ່າ.
ຂະ​ບວນການ​ທີ່​ວ່ານີ້ ໄດ້ມີອິດ​ທິພົນ ຕໍ່ການເລືອກຕັ້ງຜູ້ແທນໃນລັດຖະສະພາ ​ໃນ​ເດືອນ
ພະຈິກ​ນັ້ນ ຢ່າງຫລວງຫລາຍ.

ຂ່າວໃຫຍ່ອີກເລື້ອງນຶ່ງ ກໍແມ່ນການຊ່ວຍຊີວິດພວກຄົນ​ງານບໍ່ຖ່ານ​ຫີນ 33 ຄົນຢູ່ປະ​ເທ​ດ
ຊີເລ​ ​ໃນ​ອາ​ເມຣິກາ​ໃຕ້. ບໍ່​ຖ່ານ​ຫີນ​ທີ່​ພັງ​ລົງສ່ວນນຶ່ງ ໃນວັນທີ 5 ເດືອນສິງຫາຜ່ານມານັ້ນ ໄດ້ຂັງພວກເຂົາເຈົ້າໄວ້ໃຕ້ດິນເລິກລົງ​ໄປ​ຫລາຍກວ່າເຄິ່ງກິໂລແມັດ. ພວກເຂົາເຈົ້າຖືກຂັງຢູ່
ໃນນັ້ນເປັນເວລາ 69 ມື້. ຫລາຍໆລ້ານຄົນໃນທົ່ວໂລກໄດ້ຄອຍຕິດຕາມຂ່າວ ​ແລະເບິ່ງ
ການຖ່າຍ​ທອດ​ທາງໂທລະພາບ​ເວລາ​ພວກ​ຄົນ​ງານຂຸດບໍ່​ເຫລົ່າ​ນັ້ນ ຖືກນໍາຂຶ້ນມາຈາກບໍ່
ເທື່ອ​ລະ​ຄົນສູ່ໜ້າດິນຢ່າງປອດໄພ.

ໃນປີ 2010 ນັ້ນ ກໍາລັງທະຫານຂອງສະຫະລັດກໍໄດ້ສິ້ນສຸດການປະຕິບັດ​ງານສູ້ຮົບໃນ
ອີຣັກລົງຢ່າງເປັນທາງການ. ສົງຄາມອີຣັກ ໄດ້ເລີ້ມຂຶ້ນ​ເມື່ອ 7 ປີ ຄື​ໃນ​ປີ 2003.

ການພິມເຜີຍແຜ່ໂທລະເລກລັບທາງ ການທູດຂອງສະຫະລັດ ເປັນຫລາຍໆ ພັນສະບັບຂອງເວັບໄຊ໌ Wikileaks
ການພິມເຜີຍແຜ່ໂທລະເລກລັບທາງ ການທູດຂອງສະຫະລັດ ເປັນຫລາຍໆ ພັນສະບັບຂອງເວັບໄຊ໌ Wikileaks

ຂ່າວຍິ່ງໃຫຍ່ອີກເລື້ອງນຶ່ງແມ່ນກິດຈະກຳ
ຫລືການເຄື່ອນໄຫວຂອງເວັບໄຊ້ທ໌
WikiLeaks. ທໍາອິດ ເວັບໄຊທ໌ນີ້ໄດ້ເປີດ
ເຜີຍເອກະສານລັບດ້ານການທະຫານ
ຂອງສະຫະລັດ ຫລາຍໆພັນສະບັບທີ່
ເວົ້າກ່ຽວກັບການເຮັດສົງຄາມຢູ່ອີຣັກແລະ
ອັຟການິສຖານ. ຕໍ່​ມາ Wikileaks ກໍໄດ້
ພິມເຜີຍແຜ່ໂທລະເລກລັບທາງການທູດ
ຂອງສະຫະລັດ ເປັນຫລາຍໆພັນສະບັບ
ອີກ. ຊຶ່ງ​ມີລວມທັງຄຳເຫັນຂອງພວກນັກ
ການທູດສະຫະລັດກ່ຽວກັບຊີວິດຂອງ
ພວກຜູ້ນໍາຕ່າງໆໃນໂລກ ແລະຄໍາຕໍາໜິ
ພວກລັດຖະບານຂອງຕ່າງປະເທດ.

ຂ່າວທີ່ສໍາຄັນອັນດັບທີ 10 ຢູ່ໃນບັນຊີ 10 ຂ່າວ​ເດ່​ນ​ແຫ່ງ​ປີ 2010 ຂອງ AP ກໍໄດ້ແກ່
ເລື້ອງສົງຄາມໃນອັຟການິສຖານ. ປະທານາທິບໍດີໂອບາມາ ໄດ້ອອກຄໍາສັ່ງໃຫ້ເພີ້ມກໍາລັງ
ທະຫານສະຫະລັດ ທີ່ສູ້ລົບໃນສົງຄາມທີ່ດໍາເນີນມາເປັນເວລາໄດ້ເກືອບ 10 ປີ​ແລ້ວ​ນັ້ນ.
ແຕ່​ວ່າ ທະຫານອາເມຣິກັນຈະເລີ້ມຖອນອອກຈາກປະເທດດັ່ງກ່າວໃນເດືອນກໍລະກົດ ປີ​ນີ້.
ແລະ​ຊາວອັຟການິສຖານ ຈະເລີ້ມຄວບຄຸມຄວາມປອດໄພຂອງຕົນເອງ ໃນທ້າຍປີ 2014.

XS
SM
MD
LG