ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ແລະເນ​ໂຕ້​ເວົ້າ​ວ່າ ຣັດ​ເຊຍ​​ເພີ້ມ ທະ​ຫານໄປ​ປະ​ຈຳ​ການ ​ຢູ່​ໃກ້​ຢູ​ເຄ​ຣນ ບໍ່ແມ່ນຫລຸດລົງ


ພາບ​ໜິ້ງ​ຖ່າຍ​ຈາກວີ​ດິ​ໂອ​ຊຶ່ງ​ສະ​ໜອງ​ໃຫ້​ໂດຍຫ້ອງ​ການ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍໃນ​ວັນ​ທີ 16 ກຸມ​ພາ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ ລົດ​ຖັງ​ຂອງ​ຣັດ​ເຊຍຖືກ​ຂົນ​ກັບ​ໄປ​ໂດຍ​ທາງ​ລົດ​ໄຟຫລັງ​ຈາກທຳ​ການ​ຊ້ອມ​ລົບ​ຢູ່​ໃນ​ຣັດ​ເຊຍແລ້ວ.
ພາບ​ໜິ້ງ​ຖ່າຍ​ຈາກວີ​ດິ​ໂອ​ຊຶ່ງ​ສະ​ໜອງ​ໃຫ້​ໂດຍຫ້ອງ​ການ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍໃນ​ວັນ​ທີ 16 ກຸມ​ພາ, 2022 ສະ​ແດງ​ໃຫ້​ເຫັນ​ວ່າ ລົດ​ຖັງ​ຂອງ​ຣັດ​ເຊຍຖືກ​ຂົນ​ກັບ​ໄປ​ໂດຍ​ທາງ​ລົດ​ໄຟຫລັງ​ຈາກທຳ​ການ​ຊ້ອມ​ລົບ​ຢູ່​ໃນ​ຣັດ​ເຊຍແລ້ວ.

ຣັດ​ເຊຍ​ກຳລັງ​ເພີ່ມ​ກຳລັງ​ທະຫານ​ຂອງ​ຕົນຂຶ້ນ ​ແລະ​ປິດ​ລ້ອມ​ຢູ​ເຄຣນ​ເປັນສ່ວນ​ໃຫຍ່ ​ເຖິງ​ແມ່ນ​ມົສກູ​ອ້າງ​ວ່າ ​ຕົນ​ຈະ​ຖອນ​ທະຫານ​ຈຳນວນ​ນຶ່ງ​ອອກ​ໄປກໍ​ຕາມ, ອີງ​ຕາມ​ສະ​ຫະ​ລັດ ແລະ​ທ່ານເຈນ​ສ໌ ສ​ໂຕນ​ເທັນ​ເບີກ (Jens Stoltenberg) ຫົວໜ້າ​ອົງການເນ​ໂຕ້ກ່າວ​ໃນ​ວັນ​ພຸດ​ວານ​ນີ້.

ໂຄສົກກະຊວງການຕ່າງປະເທດ​ສະ​ຫະ​ລັດ, ທ່ານເນດ ໄພຣ​ສ໌ (Ned Price) ກ່າວຕໍ່ບັນດານັກຂ່າວວ່າ “ກຳລັງຂອງຣັດເຊຍມີຫຼາຍຂຶ້ນ, ບໍ່ແມ່ນໜ້ອຍລົງ, ຢູ່ໃນເຂດຊາຍແດນ (ຢູເຄຣນ) ແລະພວກເຂົາກຳລັງເຄື່ອນຍ້າຍໄປຢູ່ໃນ​ທ່າ​ທີ່​ຈະສູ້ລົບ.”

ທີ່ນະ​ຄອນ​ຫລວງບ​ຣັ​ສ​ເຊີ​ລ​ສ໌, ຢູ່ໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ຈາກ 30 ປະເທດສະມາຊິກຂອງພັນທະມິດນັ້ນ, ທ່ານສ​ໂຕນ​ເທັນ​ເບີກກ່າວວ່າ "ພວກເຮົາໄດ້ຍິນສັນຍານບອກຈາກມົ​ສ​ກູ ກ່ຽວກັບຄວາມພ້ອມທີ່ ຈະສືບຕໍ່ຄວາມພະຍາຍາມທາງດ້ານການທູດ. ແຕ່ເຖິງ​ທຸກວັນ​ນີ້, ພວກ​ເຮົາຍັງ​ບໍ່​ທັນໄດ້​ເຫັນ​ການ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ເລີຍຢູ່​ພື້ນ​ທີ່ນັ້ນ. ກົງກັນຂ້າມ, ປາກົດວ່າ ຣັດເຊຍຍັງສືບຕໍ່ເພີ້ມກອງທະ​ຫານຂອງຕົນຂຶ້ນ."

ຫົວໜ້າ​ສືບ​ລັບຂອງ​ແອັ​ສ​ໂທ​ເນຍ, ທ່ານມິກ ມາ​ແຣນ (Mikk Marran) ອ້າງ​ວ່າ ຣັດ​ເຊຍຈະ​ເປີດ​ການ​ໂຈມ​ຕີ​ແບບ​ຈຳກັດ​ຕໍ່​ຢູ​ເຄຣນ ລວມທັງ​ການ​ຍິງໂຈມ​ຕີດ້ວຍລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ​ຍຶດຄອງ​ພື້ນ​ທີ່ທີ່​ສຳຄັນ.

ທ່ານກ່າວຕໍ່ບັນດານັກຂ່າວວ່າ "ດຽວນີ້, ການປະເມີນຂອງພວກເຮົາກໍແມ່ນວ່າ ພວກເຂົາຈະຫລີກລ້ຽງຕົວເມືອງທີ່ມີປະຊາກອນຫຼາຍ ເພາະມັນຕ້ອງໃຊ້ທະຫານ ຢ່າງ​ຫລວງຫຼາຍ ເພື່ອຄວບຄຸມເຂດເຫຼົ່ານັ້ນ," ທ່ານ​ກ່າວ​ຕໍ່​ໄປ​ວ່າ "ແຕ່ກໍບໍ່ມີ ຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບວ່າ ເສັ້ນທາງໃດທີ່ກອງທັບຣັດ​ເຊຍອາດຈະໃຊ້ເຂົ້າ​ໃນການ​ປະ​ຕິ​ບັດ​ງານ."

ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ຢູ​ເຄຣນກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ເຫັນ​ຫລັກ​ຖານ​ໃດໆ​ກ່ຽວ​ກັບ​ການ​ຖອນ​ທະຫານ 150,000 ຄົນ​ຂອງຣັດ​ເຊຍຢູ່​ຊາຍ​ແດນ​ທາງ​ພາກເໜືອ, ພາກຕາ​ເວັນ​ອອກ ​ແລະ​ພາກ​ໃຕ້​ຂອງ​ປະ​ເທດ​ທີ່​ຄັ້ງ​ນຶ່ງ​ເຄີຍ​ເປັນສາທາ ລະນະ​ລັດ​ໂຊ​ວຽດນັ້ນ​ອອກ​ໄປ​ເລີຍ. ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້, ຣັດ​ເຊຍ​ໄດ້​ເພີ່ມ​ກຳລັງ​ທະຫານ​ຫລາຍ​ເຖິງ 7,000 ຄົນ​ ຢູ່​ໃກ້​ຊາຍ​ແດນຕິດ​ກັບ​ຢູ​ເຄ​ຣນ, ອີງ​ຕາມ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງຂອງ​ລັດ​ຖະ​ບານ​ທ່ານ​ນຶ່ງ​ກ່າວ​ຕໍ່ພວກ​ນັກ​ຂ່າວ.

Biden: Putin Invasion Would be ‘War of Choice’ 
please wait

No media source currently available

0:00 0:02:01 0:00

​ໂຣ​ສ​ແຊນ ຄອນ​ຊາວ​ທິງ (Rochan Consulting), ຊຶ່ງ​ເປັນບໍລິສັດທີ່ປຶກສາ ດ້ານປ້ອງກັນຊາດອິດ​ສະ​ຫລະຂອງໂປແລນທີ່ຕິດຕາມການເຄື່ອນໄຫວ ທາງ ທະຫານຜ່ານການ​ຖ່າຍ​ພາບທາງດາວທຽມ ກ່າວໃນບົດລາຍງານສະ​ບັບ​ນຶ່ງວ່າ ມີລົດໄຟທະຫານຣັດ​ເຊຍໄປຮອດເຂດໃກ້ກັບຢູເຄຣນເພີ່ມ​ຂຶ້ນ ນັບຕັ້ງແຕ່ມົ​ສ​ກູປະກາດວ່າ ກຳ​ລັງສົ່ງທະຫານຈໍານວນນຶ່ງ ກັບຄືນສູ່ຖານທັບຂອງເຂົາເຈົ້າ​ນັ້ນ.​

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG