ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ NATO ຊ້ອມຮົບ ເພື່ອສົ່ງສານເຖິງສັດຕູ


ເຮລີຄັອບເຕີ ສະຫະລັດ U.S. CH-47 Chinooks ບິນຜ່ານເຂດຊ້ອມຮົບຈຳລອງໃນລະຫວ່າງການຝຶກຊ້ອມທະຫານ NATO ໃນເມືອງ Zaragoza, ສເປນ, 4 ພະຈິກ, 2015.
ເຮລີຄັອບເຕີ ສະຫະລັດ U.S. CH-47 Chinooks ບິນຜ່ານເຂດຊ້ອມຮົບຈຳລອງໃນລະຫວ່າງການຝຶກຊ້ອມທະຫານ NATO ໃນເມືອງ Zaragoza, ສເປນ, 4 ພະຈິກ, 2015.

ການຝຶກຊ້ອມທາງທະຫານຄັ້ງທີ່ໃຫຍ່ທີ່ສຸດໃນຮອບດົນກວ່າໜຶ່ງ ທົດສະວັດຂອງອົງການ NATO ເປັນການສົ່ງ “ຂໍ້ຄວາມທີ່ກະ ຈ່າງແຈ້ງໃຫ້ກັບບັນດາປະ ເທດຂອງພວກເຮົາ ແລະ ສັດຕູ,” ອີງຕາມຫົວໜ້າພັນທະມິດດັ່ງກ່າວ ທ່ານ Jens Stoltenberg.

ສາມສັບປະດາຂອງການຝຶກຊ້ອມ, ເຊິ່ງໄດ້ເລີ່ມຂຶ້ນເມື່ອເດືອນທີ່ ຜ່ານມາ, ໄດ້ນຳເອົາທະຫານຫຼາຍເຖິງ 36,000 ຄົນຈາກ 30 ປະເທດສະມາຊິກອົງການ NATO ແລະ ບັນດາຄູ່ຮ່ວມງານເພື່ອ ປະຕິບັດ “ການຝຶກຊ້ອມທີ່ເຂັ້ມຂຸ້ນ” ຜ່ານປະເທດ ອີຕາລີ, ສເປນ ແລະ ປອກຕຸຍການ.

ທ່ານ Stoltenberg ໄດ້ກ່າວວ່າ “ອົງການ NATO ບໍ່ໄດ້ຊອກຫາການປະເຊີນໜ້າກັບ ໃຜ, ແຕ່ພວກເຮົາແມ່ນຢືນຢູ່ກຽມພ້ອມ ເພື່ອປົກປ້ອງພັນທະມິດທຸກໆປະເທດ.”

ໃນວັນພຸດວານນີ້, ທະຫານຫຼາຍຄົນ ທີ່ໄດ້ຮັບການສະໜັບສະໜູນໂດຍ ເຮືອບິນ ເຮລີ ຄັອບເຕີ ແລະ ລົດຖັງ ໄດ້ເຂົ້າຮ່ວມໃນການໂຈມຕີຈຳລອງ ຕໍ່ສັດຕູທີ່ຕັ້ງຂຶ້ນມາເອງ ທີ່ສະຖານທີ່ຊ້ອມ ຮົບ San Gregario ໃນພາກຕາເວັນອອກສຽງເໜືອຂອງ ສເປນ ເປັນ ສ່ວນໜຶ່ງຂອງການຝຶກ ຊ້ອມທີ່ເອີ້ນວ່າຈຸດເຊື່ອມຕໍ່ສາມງ່າມ.

ເລຂາທິການໃຫຍ່ ອົງການ NATO ທ່ານ Jens Stoltenberg ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກການຝຶກຊ້ອມທະຫານພັນທະມິດໃນເມືອງ Zaragoza, ສເປນ. 4 ພະຈິກ 2015.
ເລຂາທິການໃຫຍ່ ອົງການ NATO ທ່ານ Jens Stoltenberg ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກການຝຶກຊ້ອມທະຫານພັນທະມິດໃນເມືອງ Zaragoza, ສເປນ. 4 ພະຈິກ 2015.

ອົງການ NATO ກ່າວວ່າທະຫານຈາກພັນທະມິດ NATO 12 ປະເທດໄດ້ດຳເນີິນປະຕິບັດ ການໂຈມຕີລວມມີ ການຊ່ວຍເຫຼືອໂຕປະກັນ, ເກັບກູ້ລະເບີດຝັງດິນ ແລະ ການໂຈມຕີທະ ຫານບົກ. ພວກເຂົາເຈົ້າເວົ້າວ່າ ການຝຶກຊ້ອມນີ້ຍັງມີການປ່ອຍທະຫານໂຕນຈ້ອງ ສະຫະລັດ ຫຼາຍກວ່າ 500 ຄົນທີ່ເດີນທາງຈາກຖານທັບບ້ານເກີດຂອງພວກເຂົາເຈົ້າທີ່ເມືອງ Fort Bragg, ລັດ North Carolina ເພື່ອໂດດຈ້ອງລົງຢູ່ສະໜາມຊ້ອມຮົບ.

ທ່ານ Stoltenberg ໄດ້ກ່າວວ່າອົງການ NATO ໄດ້ເຊື້ອເຊີນບັນດາຜູ້ສັງເກດການຈາກທຸກໆ ປະເທດສະມາຊິກຂອງອົງການເພື່ອຄວາມໝັ້ນຄົງ ແລະ ການຮ່ວມມືໃນ ຢູໂຣບ ແລະ ຈາກປະ ເທດອື່ນໆໃນທົ່ວໂລກ, ລວມທັງ ຣັດເຊຍ ເຂົ້າຮ່ວມໃນການຝຶກຊ້ອມເທື່ອ ນີ້.

ການຝຶກຊ້ອມຈະທົດສອບທະຫານ “ແນວໜ້າ” ທີ່ແຂງແກ່ນຊຸດໃໝ່ 5,000 ຄົນປະກອບມີ ທາງອາກາດ, ທາງນ້ຳ ແລະ ອົງປະກອບການປະຕິບັດການພິເສດ ເປັນສ່ວນໜຶ່ງຂອງ ກອງ ທະຫານຕອບໂຕ້ກະທັນຫັນທີ່ແຂງແກ່ນ 40,000 ຄົນ.

ການຝຶກຊ້ອມໄດ້ເລີ່ມຂຶ້ນໃນວັນທີ 19 ຕຸລາທີ່ຜ່ານມາ ແລະ ຈະດຳເນີນໄປຮອດວັນທີ 6 ເດືອນພະຈິກນີ້. ມັນຈະລວມມີຫຼາຍກວ່າໜ່ວຍປະຕິບັດການ 230 ຈຸດ, ມີເຮືອບິນຫຼາຍ ກວ່າ 140 ລຳ ແລະ ເຮືອພິຄາດຫຼາຍກວ່າ 60 ລຳ.

NATO War Games
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG