ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ ສ​ໂຕ​ລ​ເທັນ​ເບີກ "ໝັ້ນ​ໃຈ" ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ ຢູ​ເຄ​ຣນ


ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ກ່າວ​ຖະ​ແຫຼງ​ການ​ກ່ອນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດອົງ​ການ NATO ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈຽມ, 28 ພະ​ຈິກ 2023.
ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ກ່າວ​ຖະ​ແຫຼງ​ການ​ກ່ອນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດອົງ​ການ NATO ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈຽມ, 28 ພະ​ຈິກ 2023.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ໝັ້ນ​ໃຈ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ໃຫ້ ຢູ​ເຄ​ຣນ ທ່າມ​ກາງ​ຄວາມ​ແຕກ​ແຍກ​ໃນ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ກ່ຽວ​ກັບ ການ​ອະ​ນຸ​ມັດ​ເງິນ​ທຶນ​ເພີ່ມ​ເຕີມ ​ສຳ​ລັບການ​ຕໍ່​ສູ້​ສົງ​ຄາມ ຢູ​ເຄ​ຣນ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ກ່ອນ​ການ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ສອງວັນ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ NATO ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ນັ້ນ, ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ຍົກ​ຍ້ອງ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ​ເປັນ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ​ທີ່​ບັນ​ດາ​ພັນ​ທະ​ມິດ​ອົງ​ການ NATO ໄດ້​ສະ​ໜອງ​ໃຫ້ ຢູ​ເຄ​ຣນ ໃນ​ການ​ຕອບ​ໂຕ້​ຕໍ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າ “ສິ່ງ​ທ້າ​ທາຍ​ໃນ​ເວ​ລານີ້​ແມ່ນ​ພວກ​ເຮົາ​ຕ້ອງ​ຮັກ​ສາ​ການ​ສະ​ໜັບ​ສະ​ໜູນ​ນັ້ນ​ໃຫ້​ໝັ້ນ​ຄົງ.”

ທ່ານ​ໄດ້​ອະ​ທິ​ບາຍ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ເປັນ​ພັນ​ທະ​ຂອງ​ອົງ​ການ NATO, ໂດຍ​ກ່າວ​ວ່າ ໄຊ​ຊະ​ນະ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ຈະ​ເປັນ​ທັງ “ໂສກ​ນາດ​ຕະ​ກຳ​ສຳ​ລັບປະ​ຊາ​ຊົນ ຢູ​ເຄ​ຣນ” ແລະ ເປັນ​ອັນ​ຕະ​ລາຍ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ອົງ​ການ NATO.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່ອນ​ການ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ລະ​ດັບ​ລັດ​ຖະ​ມົນ​ຕີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG