ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫຼາດຮຸ້ນ ຕົກລາຄາ ຫຼັງຈາກປະທານາທິບໍດີ ຍົກເລີກການເຈລະຈາ ກັບສະພາຕໍ່າ


ຮູບປັ້ນທອງແດງທີ່ສະແດງເຖິງ "ຄວາມບໍ່ຢ້ານກົວ" ຢືນຢູ່ຕໍ່ໜ໊າຕະຫຼາດຮຸ້ນ ທີ່ນະຄອນນິວຢອກ ໃັນທີ 21 ກັນຍາ 2020.
ຮູບປັ້ນທອງແດງທີ່ສະແດງເຖິງ "ຄວາມບໍ່ຢ້ານກົວ" ຢືນຢູ່ຕໍ່ໜ໊າຕະຫຼາດຮຸ້ນ ທີ່ນະຄອນນິວຢອກ ໃັນທີ 21 ກັນຍາ 2020.

ຮຸ້ນໄດ້ຕົກລາຄາຢ່າງກະທັນຫັນ ຢູ່ທີ່ຕະຫຼາດຮຸ້ນ Wall Street ໃນຕອນບ່າຍ ວັນອັງຄານວານນີ້ ຫຼັງຈາກປະທານາທິບໍດີດໍໂນລ ທຣໍາ ໄດ້ສັ່ງໃຫ້ຢຸດການເຈລະຈາກັບພັກເດໂມແຄຣັດ ກ່ຽວກັບຮ່າງກົດໝາຍກະຕຸ້ນເສດຖະກິດໄວຣັສໂຄໂຣນາ ໄປຈົນເທົ່າຫຼັງຈາກການເລືອກຕັ້ງແລ້ວ ອີງຕາມລາຍງານຂອງອົງການຂ່າວເອພີ.

ດັດຊະນີຮຸ້ນ S&P ຕົກລາຄາ 1.3 ເປີເຊັນ ຫຼັງຈາກທ່ານທຣໍາໄດ້ອອກຄໍາສັ່ງ ຂອງທ່ານດ້ວຍການສົ່ງຂໍ້ຄວາມທາງທວິດ. ດັດຊະນີດັ່ງກ່າວມີລາຄາສູງຂຶ້ນເຖິງ 0.7 ເປີເຊັນ ກ່ອນປະທານາທິບໍດີໄດ້ປະກາດຄຳສັ່ງ ປະມານນຶ່ງຊົ່ວໂມງກ່ອນ ທີ່ຕະຫຼາດຮຸ້ນຈະປິດ.

ໃນການສົ່ງຂໍ້ຄວາມທາງທວິດຫຼາຍໆຄັ້ງກ່ຽວກັບການເຈລະຈາລະຫວ່າງທຳນຽບ ຂາວ ແລະປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີນັ້ນ ທ່່ານທຣໍາກ່າວວ່າ “ຂ້າພະເຈົ້າໄດ້ສັ່ງ ບັນດາຜູ້ຕາງໜ້າ ໃຫ້ຢຸດເຊົາການເຈລະຈາ ໄປຈົນກວ່າ ຫຼັງ ຈາກການເລືອກຕັ້ງ ໃນເວລາ ທັນທີຫຼັງຈາກທີ່ຂ້າພະເຈົ້າໄດ້ຊະນະແລ້ວ ພວກ ເຮົາຈະຮັບຮອງເອົາຮ່າງກົດໝາຍການກະຕຸ້ນສຳຄັນ ທີ່ເນັ້ນໜັກໃສ່ ບັນດາຊາວ ອາເມຣິກັນທີ່ເຮັດວຽກໜັກ ແລະບັນດາທຸລະກິດຂະໜາດນ້ອຍ.” ທ່ານຍັງກ່າວ ຫາວ່າທ່ານນາງເພໂລຊີ ບໍ່ໄດ້ເຈລະຈາດ້ວຍຄວາມຈິງໃຈ.

ຄຳເວົ້າຂອງປະທານາທິບໍດີໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກປະທານທະນາ ຄານກາງສະຫະລັດ ທ່ານເຈີໂຣມ ພາແວລ ໄດ້ຮຽກຮ້ອງສະພາໃຫ້ເຂົ້າມາຊ່ວຍ ເຫຼືອເພີ້ມຂຶ້ນໂດຍກ່າວວ່າ ການຊ່ວຍເຫຼືອນ້ອຍນຶ່ງ “ຈະເຮັດໃຫ້ການຟື້ນໂຕຄືນ ຂອງເສດຖະກິດມີຄວາມອ່ອນແອ ສ້າງຄວາມຍາກລໍາບາກໃຫ້ແກ່ຄອບຄົວແລະ ທຸລະກິດຕ່າງໆແບບບໍ່ມີຄວາມຈຳເປັນ.”

ການປະກາດຂອງທ່່ານທຣໍາ ໄດ້ເຮັດໃຫ້ຕະຫຼາດຮຸ້ນ Wall Street ໝົດຫວັງ ຕໍ່ການກະຕຸ້ນເສດຖະກິດຮອບໃໝ່ ຊຶ່ງຖືກຜັກດັນໃຫ້ກ້າວໄປສູ່ການຕົກຕໍ່າໂດຍ ການປິດທີ່ພົວພັນກັບການລະບາດຂອງໄວຣັສໂຄໂຣນາທີ່ອາດມາເຖິງໃນບໍ່ຊ້ານີ້. ຄວາມສຳພັນທີ່ຂົມຂື່ນຂອງທັງສອງຝ່າຍ ໄດ້ຂັດຂວາງບໍ່ໃຫ້ມີການປະນີປະນອມ ຕໍ່ການຊ່ວຍເຫຼືອເພີ້ມຂຶ້ນ. ລາຍງານກ່ຽວກັບເສດຖະກິດ ໄດ້ເປັນທີ່ປະປົນຫວ່າງ ມໍ່ໆມານີ້ ໃນຂະນະທີ່ຈຳນວນເຂດນຶ່ງໄດ້ສະແດງໃຫ້ເຫັນເຖິງການຊັກຊ້າລົງໃນ ຂະນະທີ່ເງິນຫວ່າງງານ ແລະເງິນກະຕຸ້ນເສດຖະກິດອື່ນໆທີ່ໄດ້ຮັບການອະນຸມັດ ຈາກສະພາ ໃນຕອນຕົ້ນໆນັ້ນໄດ້ໝົດກຳນົດໄປແລ້ວ.

ດັດຊະນີຮຸ້ນ Dow Jones ໄດ້ຕົກລາຄາ 359 ຈຸດ ຫຼື 1.3 ເປີເຊັນ ເປັນ 27,785 ມາເຖິງເວລາ 3 ໂມງ 19 ນາທີຕອນບ່າຍຂອງເວລາທາງພາກຕາ ເວັນອອກ. ດັດຊະນີຮຸ້ນ Nasdaq composite ໄດ້ຕົກລາຄາ 1.4 ເປີເຊັນ. ບັນດາຮຸ້ນນ້ອຍແມ່ນຢູ່ໃນທ່າທີທີ່ດີກວ່າໃນຕະຫຼາດທັງໝົດ. ດັດຊະນີ Russell 2000 ຂອງຮຸ້ນນ້ອຍມີລາຄາສູງຂຶ້ນ 0.2 ເປີເຊັນ.

ອ່ານຂ່າງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG