ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດຮຸ້ນ ແມ່ນຕົກຕ່ຳລົງ ໃນຂະນະທີ່ ສົງຄາມການຄ້າ ເບິ່ງຄືວ່າ ຈະເກີດຂຶ້ນ


ພວກເຈົ້າໜ້າທີ່ໃນຕະຫຼາດຮຸ້ນ ທີ່ນິວຢອກ (NYSE) ວັນທີ 25 ມິຖຸນາ 2018.
ພວກເຈົ້າໜ້າທີ່ໃນຕະຫຼາດຮຸ້ນ ທີ່ນິວຢອກ (NYSE) ວັນທີ 25 ມິຖຸນາ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ອີກ​ຄັ້ງ​ນຶ່ງ ​ໄດ້​ຮຽກຮ້ອງ​ໃນ​ວັນ​ຈັນ​ວານ​ນີ້ ​ໃຫ້ປັບປຸງເງື່ອນໄຂ​ທາງດ້ານ​ການ​ຄ້າ​ທີ່​ດີກວ່າເກົ່າ ກັບ​ສະຫະພັນຢູ​ໂຣບ ​ແລະ​ກາ​ນາ​ດາ ​ໃນ​ຂະນະ​ທີ່ ​ກ່າວ​ວ່າ ສະຫະລັດ ຈຳ​ເປັນ​ທີ່​ຈະຕ້ອງ​ມີ​ ການ​ຄ້າຂາຍ​ທີ່​ສົມ​ດູ​ນ ຫຼາຍ​ກວ່າ​ນີ້ ກັບ​ຈີນ.

​ທ່ານ​ທຣຳ ​ໄດ້​ກ່າວຕໍ່ການ​ຊຸມນຸມຂອງພວກທີ່​ສະໜັບສະ​ໜຸນ​ທ່ານ​ ໃນ​ລັດ​ຄາ​ໂຣລາຍນາ​ໃຕ້ ຫຼັງ​ຈາກ​ທີ່​ທ່ານ​ໄດ້ຊີ້​ໃຫ້ເຫັນ ​ໃນ​ອັນ​ທີ່​ທ່ານ​ເວົ້າວ່າ ຕົ້ນທຶນສູງໃນການສົ່ງອອກ ຜະລິດຕະພັນການກະເສດ ໄປ​ຍັງສະຫະພາບຢູໂຣບ ​ແລະ​ກາ​ນາ​ດາ ໂດຍກ່າວວ່າ “ຂ້າພະ​ເຈົ້າ​ຕ້ອງການໃຫ້ທັບມ້າງ​ສິ່ງ​ກີດຂວາງ​ເຫຼົ່ານັ້ນ ຂ້າພະ​ເຈົ້າ​ຕ້ອງການ​ທີ່​ຈະໃຫ້​ພວກ​ຊາວ​ໄຮ່ຊາວນາ ສາມາດ​ທີ່​ຈະ​ທຳ​ການ​ຄ້າຂາຍ​ໄດ້.” ທ່ານ​ຍັງ​ໄດ້​ກ່າວ​ຕໍ່​ໄປ​ວ່າ “ຂ້າພະ​ເຈົ້າ​ຕ້ອງການ ​ທີ່​ຈະ​ສາມາດຂາຍ​ລົດ​ໃນ​ທີ່​ນັ້ນ ພໍໆ​ກັນ​ກັບ​ທີ່ພວກ​ເຂົາ​ເຈົ້າ​ສາ ມາດ​ຂາຍ​ລົດ​ຂອງ​ພວກ​ເຂົາເຈົ້າ ​ແລະ​ທຸກຢ່າງ​ກໍ​ຈະໄດ້ຮັບການແກ້ໄຂ.”

ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ເລີ້ມ​ໂຄສະນາ​ຫາສຽງ ​ເປັນ​ປະທານາທິ​ບໍ​ດີ ທ່ານ​ທຣຳ ​ແມ່ນ​ໄດ້​ຊອກຫາຊ່ອງທາງ ໃຫ້​ປົກປ້ອງ​ຜົນ​ປະ​ໂຫຍ​ດທາງ​ການ​ຄ້າ​ຂອງ​ອາ​ເມຣິກັນ​ກ່ອນ​ອື່ນ​ໝົດ ຊຶ່ງ​ຮວມທັງ​ການເຈລະຈາ ຂໍ້​ຕົກລົງການ​ຄ້າ​ໃໝ່ ກັບ​ພວກ​ປະ​ເທດພາຄີ​ທີ່​ມີ​ເສດ ຖະກິດ​ໃຫຍ່ສຸດບາງປະເທດ. ​ນັ້ນແມ່ນຮວມ​ທັງ​ການ​ເຈລະຈາ​ເພື່ອ​ສະຫຼຸບຂໍ້​ຕົກລົງການ​ຄ້າເສລີ​ໃນອາ​ເມຣິກາ​ເໜືອ​ກັບ​ກາ​ນາ​ດາ ​ແລະ​ເມັກ​ຊິ​ໂກ, ຕະຫລອດທັງການດຳເນີນຄວາມ​ພະຍາຍາມ​ອີກ​ຕ່າງຫາກ ​ທີ່​ຈະ​ປັບປ່ຽນ​ສາຍ​ພົວພັນ​ທີ່​ມີ​ມາ​ຢູ່​ແລ້ວ​ນັ້ນ ກັບບັນ
ດາປະເທດໃນຢຸູໂຣບ.

ຈີນ ​ເປັນ​ປະ​ເທດ​ທີ່​ຮັບການຕ້ອງຕິໜັກທີ່ສຸດຈາກ​ທ່ານ​ທຣຳ ​ໃນ​ຂະນະ​ທີ່​ລັດຖະບານ​ຂອງ​ເພິ່ນ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ແກ້ໄຂ​ຊ່ອງຫ​ວ່າງທີ່ມີມາເປັນເວລາດົນນານໃນ​ການ​ຄ້າ​ຂອງ​ສອງ​ປະ​ເທດ. ການ​ເຈລາຈາເຫລົ່ານັ້ນ​ໄດ້​ພາໃຫ້ມີ​ການ​ຂົ່ມຂູ່​ຈາກ​ທັງ​ສອງ​ຝ່າຍ ທີ່​ເກັບພາສີໃໝ່ ທີ່ເຮັດໃຫ້​ຕະຫຼາດ​ການ​ເງິນສັ່ນຄອນ ທີ່​ພາກັນ​ຢ້ານ​ກົວເຖິງ​ສົງຄາມ​ການຄ້າລະຫວ່າງສອງ​ປະ​ເທດ​ ທີ່​ມີ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ນັ້ນ.

“ພວກ​ເຂົາ​ເຈົ້າ ອາດ​ຈະ​ບໍ່​ມີ​ຄວາມ​ສາມາດ​ທີ່​ຈະ​ຊ່ອຍ​ພວກ​ເຮົາ ​ໄດ້​ອີກ​ຕໍ່​ໄປ​ແລ້ວ ​ແລະ​ນັ້ນ ກໍ​ແມ່ນ​ເປັນ​ສິ່ງ​ທີ່​ບໍ່​ສູ້​ດີ,” ນັ້ນຄືຄຳເວົ້າຂອງ​ທ່ານ​ທຣຳ ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ແລະ ທ່ານ​ຍັງ​ໄດ້​ກ່າວເພີ້​ມຕື່ມ​ວ່າ “ຂ້າພະ​ເຈົ້າ​ແມ່ນເຮັດ​ດີເທົ່າ​ທີ່​ຂ້າພະ​ເຈົ້າ​ຈະ​ສາມາດ​ເຮັດ​ໄດ້, ​ແຕ່​ວ່າ ພວກ​ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ກ້ຳ​ເກິ່ງ ​ແລະ​ມັນ​ກໍ​ບໍ່​ຈຳ​ເປັນ​ທີ່​ຈະດີເລີດດອກ, ​ແຕ່​ມັນ​ຈະ​ຕ້ອງ​ມີ​ຄວາມທ່ຽງທຳ ​ໃນບາງ​ຢ່າງ.”

ຕະຫຼາດ​ໃນ​ສະຫະລັດ ​ແລະ​ຢູ​ໂຣບ ​ໄດ້​ຕົກ​ຕ່ຳລົງ​ໃນ​ວັນ​ຈັນ​ວານ​ນີ້ ໃນຂະນະທີ່ມີການ
ຄາດຄະເນ ກ່ຽວກັບ​ສົງຄາມ​ການ​ຄ້າ​ ທີ່​ພາ​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ ​ໃນ​ທົ່ວ​ໂລກ​ນັ້ນ.

ຕະຫຼາດຮຸ້ນສະຫະລັດ ​ໄດ້ຕົກລາຄາ​ຫຼາຍ​ກວ່າ 1 ​ເປີ​ເຊັ​ນ ເວລາ​ປິດ​ຕະຫຼາດ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່ ຕະຫຼາດຮຸ້ນຢູ​ໂຣບ ​ແມ່ນຫຼຸດລົງ ຫຼາຍ​ກວ່າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG